ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

IMF ວ່າ ເສດຖະກິດໂລກ ມີທ່າທີດີຂຶ້ນ ຫລາຍກວ່າ ປີກາຍ


ທ່ານນາງ Christine Lagarde ຫົວໜ້າກອງທຶນສາກົນ ຫລື IMF ເຂົ້າຮ່ວມການສົນທະນາ ໃນກອງປະຊຸມ Boao Forum ກ່ຽວກັບເຂດເອເຊຍ ທີ່ເມືອງ Boao ຢູ່ເກາະຕາກອາກາດ Hainan ທາງພາກໃຕ້ຂອງຈີນ ໃນວັນທີ 7 ເມສາ 2013.
ທ່ານນາງ Christine Lagarde ຫົວໜ້າກອງທຶນສາກົນ ຫລື IMF ເຂົ້າຮ່ວມການສົນທະນາ ໃນກອງປະຊຸມ Boao Forum ກ່ຽວກັບເຂດເອເຊຍ ທີ່ເມືອງ Boao ຢູ່ເກາະຕາກອາກາດ Hainan ທາງພາກໃຕ້ຂອງຈີນ ໃນວັນທີ 7 ເມສາ 2013.
ທ່ານນາງ Christine Lagarde ຫົວໜ້າກອງທຶນສາກົນ
ຫລື IMF ເວົ້າວ່າ ສ່ວນໃຫຍ່ຂອງເສດຖະກິດໂລກ ແມ່ນ “
ມີທ່າທີດີຂຶ້ນ” ຫລາຍກວ່າ ປີກາຍນີ້ ແຕ່ກໍເຕືອນວ່າ ຍັງມີ
ຄວາມສ່ຽງຫລາຍຢູ່ ຢູ່ໃນບາງປະເທດຈາກສະພາວະເສດ
ຖະກິດຖົດຖອຍຂອງໂລກນັ້ນ.

ຜູ້ອໍານວຍຝ່າຍບໍລິຫານຂອງ IMF ກ່າວຕໍ່ກອງປະຊຸມກ່ຽວ
ກັບເຂດເອເຊຍ ໃນຄືນວັນອາທິດວານນີ້ ຢູ່ປະເທດຈີນວ່າ “ການເຕີບໂຕທາງເສດຖະກິດ ສືບຕໍ່ຂະຫຍາຍໂຕອອກ
ແລະເຂັ້ມແຂງຂຶ້ນ” ຢູ່ທົ່ວບັນດາປະເທດທີ່ເສດຖະກິດຫາກໍ່
ໂຜ່ຕົວຂຶ້ນມາ ແລະປະເທດກໍາລັງພັດທະນາ ແລະວ່າ ເສດ
ຖະກິດ ສະຫະລັດກໍກໍາລັງສະແດງໃຫ້ເຫັນຮ່ອງຮອຍຂອງການດີຂຶ້ນ.

ທ່ານນາງໄດ້ກ່າວສັນລະເສີນເສດຖະກິດຂອງຂົງເຂດເອເຊຍ ໂດຍໃຫ້ຄໍາເຫັນ ວ່າ 2 ສ່ວນ 3 ຂອງການເຕີບໂຕທາງເສດຖະກິດຂອງໂລກ ນັບແຕ່ເກີດ ສະພາວະເສດຖະກິດຖົດຖອຍ ໃນປີ 2008 ເປັນຕົ້ນມາ ແມ່ນເກີດຂຶ້ນຢູ່ໃນ ບັນດາປະເທດເອເຊຍ.

ແຕ່ຢ່າງໃດກໍຕາມ ທ່ານນາງ Lagarde ເວົ້າວ່າ ມີ “ການຟື້ນຕົວຄືນແບບກະຈັດກະຈາຍ”
ຢູ່ທົ່ວໂລກ ແລະຄວາມມັ່ງຄັ່ງທາງເສດຖະກິດ ທີ່ມີຫລາຍຂຶ້ນນັ້ນ ກໍຍັງບໍ່ “ພຽງພໍທີ່ຈະຖືວ່າ
ເປັນການຟື້ນໂຕຄືນຢ່າງແທ້ຈິງໄດ້.” ທ່ານນາງກ່າວວ່າ ຄວາມເປັນຫ່ວງກ່ຽວກັບລະດັບ
ການຂະຫຍາຍໂຕທີ່ຕໍ່າ ແມ່ນສຸມໃສ່ 17 ປະເທດຂອງກຸ່ມໃຊ້ເງິນຢູໂຣໃນທະວີບຢູ່ໂຣບ
ແລະວ່າ ການທີ່ບໍ່ມີການຕົກລົງກັນໄດ້ໃນດ້ານນະໂຍບາຍທາງການເງິນຢູ່ໃນກຸງວໍຊິງຕັນ
ກໍສາມາດ ກີດກັນການຂະຫຍາຍໂຕຂອງເສດຖະກິດອາເມຣິກັນ ຊຶ່ງເປັນເສດຖະກິດ
ທີ່ ໃຫຍ່ທີ່ສຸດຂອງໂລກນັ້ນໄດ້ເຊັ່ນກັນ.

ທ່ານນາງ Lagarde ເວົ້າວ່າ ທ່ານນາງຄາດໝາຍວ່າ ເສດຖະກິດຂອງເອເຊຍ ຈະຂະ
ຫຍາຍໂຕຂຶ້ນ 6% ໃນປີນີ້ ຊຶ່ງສູງກວ່າເສດຖະກິດຂອງສະຫະລັດ ແລະປະເທດຢູໂຣບ
ຫລາຍ. ແຕ່ທ່ານນາງກໍເວົ້າວ່າ ເພື່ອໃຫ້ມີຜົນສໍາເລັດທາງເສດຖະກິດໃນອະນາຄົດ ບັນດາປະເທດເອເຊຍຕ້ອງໄດ້ເພີ້ມການໃຊ້ຈ່າຍ ເຂົ້າໃສ່ດ້ານສາທາລະນະສຸກ ແລະ
ການຝຶກອົບຮົມກໍາມະກອນໃນອະນາຄົດ, ເພີ້ມການວ່າຈ້າງແມ່ຍິງ ແລະປົກປ້ອງສະ
ພາບແວດລ້ອມຂອງທະວີບດັ່ງກ່າວ.
XS
SM
MD
LG