ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຟ້ອງທ່ານ Kahn ພວມປະເຊີນບັນຫາ


ທ່ານ Dominique Strauss-Khan ອະດີດຫົວໜ້າອົງການກອງທຶນສາກົນ IMF
ທ່ານ Dominique Strauss-Khan ອະດີດຫົວໜ້າອົງການກອງທຶນສາກົນ IMF

ອະດີດຜູ້ອຳນວຍການອົງການກອງທຶນສາກົນ IMF ທ່ານ Dominique Strauss Kahn
ຈະໄປປາກົດໂຕຕໍ່ໜ້າຜູ້ພິພາກສານນະຄອນນິວຢອກໃນວັນສຸກມື້ນີ້ ຂະນະທີ່ມີລາຍງານວ່າ
ຄະດີການຟ້ອງຮ້ອງທ່ານໃນຂໍ້ຫາລວນລາມທາງເພດພວມປະສົບກັບບັນຫາຮ້າຍແຮງເນື່ອງ
ຈາກຄວາມບໍ່ໜ້າເຊື່ອຖືຂອງຜູ້ກ່າວຫາ.

ນັກການເມືອງທີ່ຊ່ຽວຊານສະໜາມຂອງຝຣັ່ງທ່ານນີ້ ຖືກຈັບແລະຟ້ອງຮ້ອງໃນເດືອນພຶດສະ
ພາຜ່ານມາຍ້ອນໄດ້ລວນລາມຕໍ່ຄົນຮັບໃຊ້ອາຍຸ 32 ປີ ທີ່ໄປທຳຄວາມສະອາດຢູ່ຫ້ອງຂອງ
ທ່ານ ທີ່ໂຮງແຮມຫຼູຫຼາແຫ່ງນຶ່ງໃນນະຄອນນິວຢອກ.

ໜັງສືພິມ New York Times ລາຍງານວ່າຜູ້ກ່າວຫາຊຶ່ງເປັນອົບພະຍົບມາຈາກປະເທດ
ກີີເນຍນັ້ນ ໄດ້ຕົວະພວກໄອຍະການຊໍ້າແລ້ວຊໍ້າອີກນັບແຕ່ນາງໄດ້ທຳການກ່າວຫາໃນຂັ້ນ
ຕົ້ນ. ໜັງສືພິມສະບັບນີ້ຍັງແຈ້ງໃຫ້ຊາບຕື່ມວ່າ ໄດ້ມີການຄົ້ນພົບຄວາມບໍ່ລົງຮອຍກັນຢ່າງ
ຮ້າຍແຮງ ກ່ຽວກັບປະວັດຂອງແມ່ຍິງຄົນນີ້ ໃນບັນຫາຕ່າງໆ ທີ່ພົວພັນກັບຄຳຮ້ອງຂໍລີ້ໄພ
ຂອງນາງ ຕະຫຼອດທັງການພົວພັນທີ່ອາດເປັນໄປໄດ້ ກັບກິດຈະກຳຕ່າງໆ ທີ່ມີຄວາມຜິດ
ດ້ານອາຍາ ເຊັ່ນການຄ້າຢາເສບຕິດແລະການຟອກເງິນເປັນຕົ້ນ.

ທ່ານ Strauss Kahn ໄດ້ຮ້ອງຮຽນຕໍ່ສານວ່າ ທ່ານບໍ່ມີຄວາມຜິດໃນຂໍ້ຫາຕ່າງໆ. ໃນ
ການຮັບຟັງຄຳໃຫ້ການມື້ນີ້ທະນາຍຄວາມຂອງທ່ານຈະຮ້ອງຂໍໃຫ້ຜູ້ພິພາກສາຫຼຸດເງິນຄ່າ
ປະກັນໂຕ 6 ລ້ານໂດລາແລະດັດແປງແກ້ໄຂກ່ຽວກັບເງື່ອນໄຂໃນການປ່ອຍທ່ານ. ທ່ານ ໄດ້ຖືກກັກບໍລິເວນໃຫ້ຢູ່ໃນບ້ານເຮືອນແລະຕິດຕາມຊີ້ງຊອມຕະຫຼອດ 24 ຊົ່ວໂມງຮວມ ທັງໃສ່ເຄື່ອງຕິດຕາມອີເລັກໂທຣນິກແລະໄດ້ຈ້າງພວກເຈົ້າໜ້າທີ່ຮັກສາຄວາມປອດໄພມາ
ຍາມທີ່ເຮືອນ ບ່ອນທ່ານພັກເຊົາຢູ່.

ສະພາບທີ່ວ່ານີ້ເຮັດໃຫ້ທ່ານຕ້ອງໄດ້ຈ່າຍເງິນ 250,000 ໂດລາຕໍ່ເດືອນ.

XS
SM
MD
LG