ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຫົວໜ້າອົງການ IMF ຖືກປ່ອຍ ຈາກການກັກບໍລິເວນ (ເບິ່ງວີດີໂອ)


ອະດີດຫົວໜ້າອົງການກອງທຶນສາກົນ IMF ທ່ານ Dominique Strauss-Kahn ແລະພັນລະຍາຂອງທ່ານ ນາງ Anne Sinclair ໄປຮອດສານສູງສຸດຂອງລັດນິວຢອກ (1 ກໍລະກົດ 2011)
ອະດີດຫົວໜ້າອົງການກອງທຶນສາກົນ IMF ທ່ານ Dominique Strauss-Kahn ແລະພັນລະຍາຂອງທ່ານ ນາງ Anne Sinclair ໄປຮອດສານສູງສຸດຂອງລັດນິວຢອກ (1 ກໍລະກົດ 2011)

ອະດີດຫົວໜ້າອົງການກອງທຶນສາກົນ IMF ທ່ານ Dominique Strauss-Kahn ໄດ້ຖືກ
ປ່ອຍຈາກການກັກບໍລິເວນຫຼັງຈາກຄະນະໄອຍະການໄດ້ຕັ້ງຄຳຖາມກ່ຽວກັບຄວາມໜ້າເຊື່ອຖື
ຂອງຄົນໃຊ້ໂຮງແຮມ ທີ່ໄດ້ກ່າວຫາທ່ານວ່າລວນລາມທາງເພດນັ້ນ.

ໃນມື້ວານນີ້ ຜູ້ພິພາກສາຄົນນຶ່ງ ທີ່ນະຄອນນິວຢອກ ໄດ້ຕົກລົງທີ່ຈະສົ່ງຄືນເງິນປະກັນໂຕ
ຂອງທ່ານ Strauss-Kahn ແລະຍົກເລີກຂໍ້ຈຳກັດຮັດແຄບຈຳນວນນຶ່ງກ່ຽວກັບການເຄື່ອນ
ໄຫວໄປມາຂອງທ່ານກ່ອນການດຳເນີນຄະດີນັ້ນ.

ທະນາຍຄວາມຂອງທ່ານ Strauss-Kahn ກ່າວວ່າເວລານີ້ທ່ານສາມາດເດີນທາງໄປໃສ
ມາໃສກໍໄດ້ຢູ່ພາຍໃນສະຫະລັດ. ສານຍັງບໍ່ທັນສົ່ງຄືນ ໜັງສືເດີນທາງຂອງທ່ານ ໃຫ້ທ່ານ
ເທື່ອ.

ໄອຍະການຄົນນຶ່ງເວົ້າວ່າ ໄດ້ມີການສືບສວນຢ່າງລະອຽດກ່ຽວກັບຄະດີນີ້ ຮວມທັງການ
ກວດປະວັດຄົນໃຊ້ ຄຳໃຫ້ການຂອງນາງກ່ຽວກັບເຫດການທີ່ໄດ້ເກີດຂຶ້ນ ແລະກິດຈະກຳ ຕ່າງໆຂອງນາງໃນອະດີດຜ່ານມາ.

ແຕ່ໄອຍະການຄົນນີ້ເວົ້າວ່າ ຍັງບໍ່ມີການເຄື່ອນໄຫວໃດໆ ໄປສູ່ການຍົກເລີກຂໍ້ຫາລວນ
ລາມທາງເພດແລະພະຍາຍາມຂົ່ມຂືນສຳເລົາ ຕໍ່ທ່ານ Strauss-Kahn ເທື່ອ.

ທະນາຍຄວາມຂອງທ່ານ Strauss-Kahn ກ່າວວ່າ ຄະດີນີ້ສະແດງໃຫ້ເຫັນວ່າມັນເປັນ
ເລື່ອງທີ່ງ່າຍຫຼາຍສໍ່າໃດທີ່ຜູ້ຄົນຈະຖືກກ່າວຫາ ໃນຄວາມຜິດຮ້າຍແຮງ ແລະຍ້ອນດັ່ງນັ້ນ ກໍຈຶ່ງບໍ່ຄວນຈະມີການດ່ວນຕັດສິນ.

ນັກການເມືອງຝຣັ່ງທີ່ຊ່ຽວຊານສະໜາມທ່ານນີ້ ໄດ້ຖືກຈັບໃນເດືອນພຶດສະພາຜ່ານມາ ໃນ
ຂໍ້ຫາປຸກປໍ້າຄົນໃຊ້ໂຮງແຮມອາຍຸ 32 ປີທີ່ອົບພະຍົບມາຈາກອາຟຣິກາທີ່ໄດ້ໄປທຳຄວາມ ສະອາດຫ້ອງຂອງທ່ານຢູ່ໂຮງແຮມຫຼູຫຼາແຫ່ງນຶ່ງໃນນະຄອນນິວຢອກ. ການຈັບກຸມທີ່ວ່ານີ້
ເຮັດໃຫ້ທ່ານຕ້ອງໄດ້ລາອອກຈາກຫົວໜ້າອົງການກອງທຶນສາກົນ IMF.

XS
SM
MD
LG