ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການກອງ​ທຶນ​ສາ​ກົນ ຄາດ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຈະ​ຊ້າ​ລົງ ຍ້ອນ​ສົງ​ຄາມ ຣັດ​ເຊຍ ກັບ ຢູ​ເຄ​ຣນ


ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ ທີ່​ຖືກ​ປະ​ດັບ​ດ້ວຍ​ພາບ​ຂອງ​ສະ​ກຸນ​ເງິນ​ຕ່າງໆ​ໃນ​ເຂດ​ທຸ​ລະ​ກິດ​ຂອງ​ເກາະ ຮົງ​ກົງ. 6 ສິງ​ຫາ, 2019.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ ທີ່​ຖືກ​ປະ​ດັບ​ດ້ວຍ​ພາບ​ຂອງ​ສະ​ກຸນ​ເງິນ​ຕ່າງໆ​ໃນ​ເຂດ​ທຸ​ລະ​ກິດ​ຂອງ​ເກາະ ຮົງ​ກົງ. 6 ສິງ​ຫາ, 2019.

ເສດ​ຖະ​ກິດ​ໂລກ​ຈະ​ເຕີບ​ໂຕ​ໃນ​ລະ​ດັບ​ທີ່​ຊ້າກວ່າ​ເກົ່າ ​ຍ້ອນ​ການ​ບຸ​ກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ, ອົງ​ການກອງ​ທຶນ​ສາ​ກົນ​ໄດ້​ກ່າວ ​ໃນ​ລາຍ​ງານ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ອັງ​ຄານ​ວານນີ້.

ອົງ​ການ​ດັ່ງ​ກ່າວ​ໄດ້​ພະ​ຍາ​ກອນ​ການ​ເຕີບໂຕ 3.6 ເປີ​ເຊັນ​ໃນປີນີ້, ທຽບ​ໃສ່ 6.1 ເປີ​ເຊັນ​ໃນ​ປີ​ກາຍນີ້. ດັ້ງ​ເດີມ​ແລ້ວ, ເຂົາ​ເຈົ້າ​ໄດ້​ທຳ​ນາຍ​ວ່າ ​ການ​ເຕີບ​ໂຕ 4.4 ເປີ​ເຊັນ ​ໃນ​ປີນີ້.

ອົງ​ການກອ​ງ​ທຶນ​ສາ​ກົນ​ໄດ້​ກ່າວ​ໃນ​ລາຍ​ງານ​ຂອງ​ເຂົາ​ເຈົ້າ​ວ່າ “ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ຈາກ​ສົງ​ຄາມ​ ແມ່ນ​ກຳ​ລັງ​ແຜ່​ລ​າມ​ໄປ​ໄກ ແລະ ກວ້າງ​ຂວາງ.”

ສົງ​ຄາມ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ແນວ​ໂນ້ມ​ທີ່​ເປັນ​ລົບຂອງ​ເສດ​ຖະ​ກິດ ​ໜັກ​ໜ່ວງ​ຂຶ້ນ ເຊັ່ນ​ການ​ຄ້າ​ທີ່​ຖືກ​ກໍ່​ກວນ ແລະ ການ​ຂຶ້ນ​ລາ​ຄາ​ສຳ​ລັບ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ອາ​ຫານ.

ຫົວ​ໜ້າ​ນັກ​ເສດ​ຖະ​ກິດ​ຂອງ​ອົງ​ການກອງ​ທຶນ​ສາ​ກົນ ທ່ານ ປີ​ແອ ໂອ​ລີ​ເວຍ ກູ​ຣິນ​ຊາ ໄດ້​ຂຽນ​ໃນ​ຄຳ​ນຳ​ຂອງ​ລາຍ​ງານ ທັດ​ສະ​ນະ​ຄະ​ຕິ ກ່ຽວ​ກັບ ເສດ​ຖະ​ກິດ​ໂລກ ວ່າ “ໃນ​ເວ​ລາບໍ່​ເກີນ​ສອງ​ສາມ​ອາ​ທິດ, ໂລກ​ກໍ​ໄດ້​ປະ​ສົບ​ກັບ​ການ​ຊັອກ​ທີ່ ​ມີ​ການ​ຫັນ​ປ່ຽນ​ຄັ້ງ​ໃຫຍ່. ໃນ​ຂະ​ນະ​ທີ່​ການ​ຟື້ນ​ຕົວ ​ທີ່​ຍາ​ວ​ນານ​ຈາກ​ການ​ພັງ​ທະ​ລາຍ​ທາງ​ເສດ​ຖະ​ກິດ​ໃນ​ໂລກ​ຍ້ອນ​ໂຣກ​ລະ​ບາດ​ໄດ້​ປາ​ກົດ​ວ່າ​ໃກ້​ຈະ​ເກີດ​ຂຶ້​ນໃນ​ໃກ້​ໆ​ນີ້, ສົງ​ຄາມກໍ​ໄດ້​ກໍ່​ໃຫ້​ເກີດຄວາມ​ຫວັງ​ທີ່​ເປັນ​ຈິງຫຼາຍ​ວ່າ ພາກ​ສ່ວນ​ທີ່​ໃຫຍ່​ຂອງ​ສິ່ງ​ທີ່​ໄດ້​ມາ​ເມື່ອບໍ່​ດົນ​ມ​າ​ນີ້​ຈະ​ຖືກ​ລຶບ​ໄປ.”

ອົງ​ການກອງ​ທຶນ​ສາ​ກົນ​ຄາດ​ວ່າ​ເສ​ດ​ຖະ​ກິດ​ຣັດ​ເຊຍ ຈະ​ຕົກ​ລົງ 8.5 ເປີ​ເຊັນ​ໃນ​ປີນີ້, ແລະ ຢູ​ເຄ​ຣນ​ຈະ​ຕົກ​ລົງ​ເຖິງ 35 ເປີ​ເຊັນ.

ສະ​ຫະ​ລັດ, ຈີນ ແລະ ຢູ​ໂຣບ ກໍ​ຄາດ​ວ່າ​ຈະ​ເຫັນ​ການ​ເຕີບ​ໂຕ​ທີ່​ຊ້າ​ລົງ​ຍ້ອນ​ຜົນ​ຂອງ​ສົງ​ຄາມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG