ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກອງ​ທຶນ​ສາກົນ ເຕືອນ​ວ່າ ​ລະບົບ​ການ​ຄ້າ​​ໂລກ​ ຢູ່​ໃນ​ສະພາບ ​ທີ່​ຈະ ​“ແຕກ​ສະຫຼາຍ”


ທ່ານ​ນາງ ຄຣິສຕິນ ລາ​ກາດ (Christine Lagarde) ຫົວໜ້າອົງການກອງ​ທຶນ​ສາກົນ ເຂົ້າຮ່ວມພິທີເປີດກອງປະຊຸມ ເສດຖະກິດ ພາຍໃຕ້ຫົວຂໍ້ “ໂອກາດແມ່ນມີໄວ້ ໃຫ້ທຸກຄົນ” ທີ່ຈັດຂຶ້ນ ໃນນະຄອນມາຣາເຄັດຄ໌ (Marrakech) ຂອງໂມຣົກໂກ ໃນວັນທີ 30 ມັງກອນ, 2018.
ທ່ານ​ນາງ ຄຣິສຕິນ ລາ​ກາດ (Christine Lagarde) ຫົວໜ້າອົງການກອງ​ທຶນ​ສາກົນ ເຂົ້າຮ່ວມພິທີເປີດກອງປະຊຸມ ເສດຖະກິດ ພາຍໃຕ້ຫົວຂໍ້ “ໂອກາດແມ່ນມີໄວ້ ໃຫ້ທຸກຄົນ” ທີ່ຈັດຂຶ້ນ ໃນນະຄອນມາຣາເຄັດຄ໌ (Marrakech) ຂອງໂມຣົກໂກ ໃນວັນທີ 30 ມັງກອນ, 2018.

ຫົວໜ້າອົງການກອງ​ທຶນ​ສາກົນເຕືອນ​ວ່າ ​ລະບົບ​ການ​ຄ້າ​ຂອງ​ໂລກ​ຢູ່​ໃນ​ສະພາບ​ທີ່​ຈະ ​“ແຕກ​ສະຫລາຍ” ເປັນ​ອັນຕະລາຍ.

​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ທີ່ກະກຽມໄວ້ເພື່ອໄປກ່າວຢູ່​ທີ່​ຮົງ​ກົງໃນ​ວັນ​ພຸດ​ມື້ນີ້ ທ່ານ​ນາງ
ຄຣິສຕິນ ລາ​ກາດ (Christine Lagarde) ​ໄດ້​ຮຽກຮ້ອງ​ບັນດາ​ປະ​ເທດ​ຕ່າງໆ “ບໍ່​ໃຫ້
ໃຊ້​ມາດ​ຕະການ​ປົກ​ປ້ອງ​ຕະຫລາດຂອງ​ຕົນ.” ການ​ເວົ້າ​ເຊັ່ນ​ນັ້ນອາດ​ຈະ​ເປັນການ​ໝາຍ​
ເຖິງ​ການເຄື່ອນ​ໄຫວ​ຂອງ​ວໍ​ຊິງຕັນເມື່ອ​ມໍ່ໆມານີ້ ​ທີ່​ເກັບ​ພາສີ​ຢ່າງ​ສູງ ​ຕໍ່ການ​ນໍາ​ເຂົ້າ
ເຫລັກກ້າ​ແລະຜະລິດ​ຕະພັນອື່ນໆ.​ ສ່ວນ​ຈີນ​ກໍ​ໄດ້​ຕອບໂຕ້​ຄືນ​ໂດຍການຂຶ້ນພາ ສີ​ສໍາ
ລັບ​ສິນຄ້າ​ນໍາ​ເຂົ້າທີ່​ຜະລິດ​ຢູ່​ສະຫະລັດ ຊຶ່ງ​ເປັນການ​ເລີ້ມຕົ້ນຂອງວົງຈອນ ທີ່​ນັກ​ຊ່ຽວ
ຊານ​ເຕືອນວ່າ ອາດ​ຈະ​ເພີ້ມຄວາມ​ຮ້າຍ​ແຮງຂຶ້ນ​ຈົນ​ກາຍ​ເປັນ​ສົງຄາມ​ການ​ຄ້າ.

ທ່ານ​ນາງ ລາ​ກາດ​ເວົ້າວ່າ ການ​ຄ້າ​ໄດ້​ນໍາ​ຜົນ​ປະໂຫຍ​ດ​ໃຫ້້​ແກ່​ຄົນ​ຫລາຍ​ກວ່າ​ຜົນ​ເສຍ​
ຫາຍ ຕັ້ງຫລາຍ ​ແລະໃຫ້ການ​ຍົກຍ້ອງ ​ຕໍ່ການ​ຄ້າໂລກ​ທີ່​ເສລີວ່າ ໄດ້​ຊ່ວຍເຮັດ​ໃຫ້​ຈໍາ
ນວນ​ຄົນ ​ທີ່ມີ​ສະພາບ​ເປັນ​ຢູ່​ທີ່​ທຸກ​ຍາກ​ທີ່​ສຸດ​ຢູ່​ທົ່ວ​ໂລກ​ນັ້ນຫລຸດລົງ​ຢ່າງ​ຫລວງຫລາຍ
​ໃນ​ໄລຍະ​ສອງ​ສາມທົດ​ສະ​ວັດ​ຜ່ານ​ມານີ້. ທ່ານ​ນາງ ລາ​ກາດ​ ​ແລະ​ນັກ​ຊ່ຽວຊານຄົນ​
ອື່ນໆ ​ເວົ້າວ່າ ​ໃນ​ການ​ເຮັດສົງຄາມ​ການ​ຄ້ານັ້ນ ທຸກ​ຄົນ​ລ້ວນ​ແຕ່​ເສຍ​ຜົນ​ປະ​ໂຫຍ​ດ, ​
ໂດຍ​ສະ​ເພາະ​ແມ່ນ​ 800 ລ້ານ​ຄົນໃນທົ່ວ​ໂລກ ທີ່ທະນາຄານ​ໂລກ​ເວົ້າວ່າ ​ຍັງ​ຢູ່​ໃນ​ສະ
ພາບ​ທີ່​ທຸກ​ຍາກຢ່າງ​ໜັກນັ້ນ.

ເຖິງ​ແມ່ນ​ວ່າ​ຄໍາ​ເຫັນ​ຂອງທ່ານ​ນາງ ລາ​ກາດມີ​ຄວາມໝາຍ​ວ່າ ​ຢາກ​ຕິຕຽນລັດຖະ
ບານ​ຂອງ​ທ່ານ​ທຣໍາ ​ແຕ່​ທ່ານ​ນາງ​ກໍ​ໄດ້​ຮຽກຮ້ອງ ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ອາດ
ລວມທັງຈີນວ່າ ​ໃຫ້​ໃຊ້​ຄວາມ​ພະຍາຍາມ​ເຮັດ​ໃຫ້ການ​ປົກ​ປ້ອງຊັບສິນ​ທາງ​ດ້ານ​ປັນ
ຍາດີ​ຂຶ້ນກວ່າ​ເກົ່າ. ປະທານາທິບໍດີ​ທຣໍາ ​ແລະ​ນັກທຸລະກິດ​ຕ່າງປະ​ເທດ ຫລາຍ​ຄົນ​
ທີ່​ເຮັດ​ທຸລະ​ກິດ​ຢູ່​ໃນ​ຈີນ ​ໄດ້​ພາກັນ​ຮ້ອງທຸກ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ກົດ​ດັນ​ ໃຫ້ເອົາ​
ຄວາມ​ລັບ​ທາງ​ເທັກ​ໂນ​ໂລ​ຈີ​ ໃຫ້​ແກ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຈີນຂອງ​ຕົນ ​ເພື່ອ​ເປັນ​ການ​ແລກ
ປ່ຽນ ກັບ​ການ​ເຂົ້າ​ເຖິງ​ຕະຫລາດ​ທີ່​ກວ້າງ​ໃຫຍ່ໃນຈີນ. ທ່ານ​ນາງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​
ມີ​ການ​ປະຕິ​ຮູບ​ເສດຖະກິດ ລວມທັງໃຫ້ຍຸຕິ​ນະ​ໂຍບາຍ​ທີ່​ເອື້ອອໍານວຍ​ພິ​ເສດ​ແກ່​ບໍລິ
ສັດ​ຂອງ​ລັດ.

China-US Trade
please wait
Embed

No media source currently available

0:00 0:01:24 0:00


ທ່ານ​ນາງ ລາ​ກາດ​ຍັງເວົ້າອີກວ່າ ​ເສດຖະກິດ​ໂລກ​ກໍາລັງ​ມີ​ຄວາມ​ກ້າວໜ້າຢ່າງ​ແຮງ
​ແລະ​ເວົ້າວ່າ ບັດ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ປະ​ເທດ​ຕ່າງໆຈະ​ປະຕິ​ຮູບ​ເສດຖະກິດ ​ເຊັ່ນ​ເປີດ​
ກວ້າງ​ຂະ​ແໜງບໍລິການ​ຢູ່​ໃນ​ປະ​ເທດ​ທີ່​ກໍາລັງ​ພັດທະນາ ​ແລະ ​ພະຍາຍາມ​ໃຊ້​ເທັກ​ໂນ​
ໂລ​ຈີ​ດີ​ຈີ​ຕອລ ​ເພີ້ມຂຶ້ນ​ເພື່ອ​ປັບປຸງ ​ວິທີ​ລັດຖະບານໃຫ້ການ​ບໍລິ ການ​ແກ່​ປະຊາຊົນ.
ທ່ານ​ນາງ​ເຕືອນ​ອີກ​ວ່າ ມີ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນອີກ ເທື່ອໃໝ່ ທີ່​ຕ້ອງ​ໄດ້ທໍາ​ການປະຕິ​ຮູບ​ເສດຖະກິດ ຍ້ອນ​ວ່າ​ ມີ​ຄວາມບໍ່​ແນ່ນອນ​ເພີ້ມຂຶ້ນ ທີ່​ເກີດ​ຈາກ​ຄວາມ
​ເຄັ່ງ​ຕຶງ​ທາງ​ການ​ຄ້າ, ພູມີສາດ​ການ​ເມືອງ ທີ່ບໍ່ແນ່ ນອນ ​ແລະ​ການເພີ້ມຂຶ້ນຂອງ​ຄວາມ
​ສ່ຽງທາງດ້ານ​ງົບປະມານ ​ແລະ​ການ​ເງິນ.

ຄໍາ​ປາ​ໄສຂອງ​ທ່ານ​ນາງລາກາດ ມີ​ຂຶ້ນກ່ອນໜ້າກອງ​ປະຊຸມ​ຂອງອົງການ​ກອງ​ທຶນ​ສາ
ກົນ ​ແລະ​ທະນາຄານ​ໂລກ ທີ່​ຈະ​ຈັດ​ຂຶ້ນ​ໃນ​ອາທິດໜ້ານີ້ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ຊຶ່ງ
​ເປັນ​ບ່ອນທີ່ ​ຜູ້​ນໍາ​ສູງ​ສຸດ​ດ້ານ​ເສດດ​ຖະກິດ ​ແລະ​ການ​ເງິນ ​ແລະ​ພວກ​ນັກ​ຊ່ຽວຊານ
ຈາ​ກທຸກ​ມຸມໂລກ ​ຈະ​ມາ​ປະຊຸມ​ກັນ​ເພື່ອຫາຊ່ອງ​ທາງ​ແກ້​ໄຂ​ບັນຫາທາງ​ດ້ານ​ການ​ຄ້າ,
ການ​ຂາດ​ດຸນ ​ແລະ​ເລື່ອງອື່ນໆອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG