ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

IMF ກ່າວວ່າ ກຣິສ ຈະຊຳລະໜີ້ ທີ່ກູ້ຢືມມາ ກອບກູ້ເສດຖະກິດ ພາຍໃນອາທິດນີ້


ພວກຄົນ ຢ່າງຜ່ານ ສຳນັກງານໃຫຍ່ ຂອງທະນາຄານ ແຫ່ງຊາດກຣິສ ຢູ່ໃຈກາງນະຄອນຫລວງ Athens, ວັນທີ 27 ມີນາ 2015.

ຫົວໜ້າ​ອົງການ​ກອງ​ທຶນ​ສາກົນ ຫຼື IMF ​ໄດ້ກ່າວ ຫຼັງຈາກທີ່ໄດ້​
ພົບ​ປະ​ກັບ ລັດ​ຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ກຣິສ​ ຢູ່​ວໍ​ຊິງຕັນ
​ວ່າ ກຣິສ ຈະຊຳລະ​ໜີ້ ກ້ອນ​ນຶ່ງ ​ແກ່ IMF ພາຍໃນທ້າຍ​ອາທິດ​ນີ້.

ທ່ານນາງ Christine Lagarde ຜູ້​ອຳນວຍ​ການຝ່າຍ​ຈັດການ​
ຂອງ IMF ກ່າວໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ເມື່ອ​ວັນ​ອາທິດ​ວານ​ນີ້
ຫຼັງຈາກ​ທີ່​ໄດ້​ເຈລະຈາ​ກັບ ທ່ານ Yanis Varoufakis ​ລັດຖະ
ມົນຕີ​ການ​ເງິນກຣິສ ​ວ່າ ທ່ານນາງ “ມີ​ຄວາມ​ຍິນ​ດີ ກັບ​ການ​
ຢືນຢັນ​”
ທີ່​ວ່າ ກຣິສຈະ​ໃຊ້​ໜີ້​ຄືນ​ແກ່​ກອງ​ທຶນ​ ພາຍ​ໃນວັນ​ພະ
ຫັດຈະ​ມາ​ເຖິງ​ນີ້.

ທາງທ່ານ Varoufakis ກ່າວ​ວ່າ ກຣິສ “ຕັ້ງ​ໃຈ​ທີ່​ຈະ​ປະຕິ​ບັດ ​ຕາມ​ພັນທະ​ທັງ​ໝົດ
ຕໍ່​ບັນດາ​ເຈົ້າໜີ້ທັງ​ໝົດຂອງ​ຕົນ.”

ບັນດາ​ນັກວິ​ເຄາະ ​ໄດ້ສັນນິຖານ​ກັນວ່າ​ ລັດຖະບານ​ໃໝ່ອ່ຽງຊ້າຍ ​ຂອງ​ກຣິສ ທີ່​ໄດ້​ຮັບ
ພາລະ​ແບກ​ຫາບ​ເສດຖະກິດ​ອັນ​ບອບ​ບາງ ມາ​ຈາກ​ລັດຖະບານ​ຊຸດ​ກ່ອນ​ໆ​ນັ້ນ ອາດ​ຈະ
​ບໍ່​ສາມາດຊຳລະ​ໜີ້ຄືນ ​ແກ່​ບັນດາ​ເຈົ້າໜີ້​ ​ເພື່ອ​ທີ່ຈະ​ມີ​ເງິນ​ສຳ​ຫລັບ​ສືບ​ຕໍ່​ໃຊ້​ຈ່າຍ​ ໃນ​ດ້ານ​ສັງຄົມນັ້ນ.

ທ່ານນາງ Lagarde ກ່າວ​ວ່າ ຕົນ ​ແລະ ທ່ານ ​Varoufakis “​ທັງ​ສອງ​ໄດ້​ເຫັນ​ພ້ອມ​
ນຳ​ກັນ​ວ່າ ການ​ຮ່ວມມື​ກັນ​ຢ່າງ​ມີ​ປະສິດທິພາບ ​ແມ່ນ​ຢູ່​ໃນ​ຜົນ​ປະ​ໂຫຍ​ດ​ຂອງ​ໝົດ​
ທຸກ​ຄົນ ​ແລະຄວາມ​ບໍ່​ແນ່ນອນ​ທີ່​ຍັງມີ​ຢູ່​ຕໍ່ມານັ້ນ ​ແມ່ນ​ບໍ່​ເປັນ​ປະ​ໂຫຍ​ດ​ແກ່​ກຣິສ.”

ອົງການ IMF ​ແລະ ບັນດາ​ປະ​ເທດ EU ທີ່ໃຫ້​ທຶນ​ກູ້​ຢືມ ​ໄດ້​ທວງ​ໃຫ້ ພວກ​ຜູ້ນຳ​ຂອງກຣິສ
ຕັດ​ການ​ໃຊ້​ຈ່າຍ​ລົງ ​ແລະ​ບັງຄັບ​ໃຫ້​ມີການ​ຕັດ​ການ​ໃຊ້​ຈ່າ​ຍລົງຢ່າງ​ໜັກ ​ແລະ ​ໃຫ້ຈັດ​ຕັ້ງ
ປະຕິບັດ​ການປະຕິ​ຮູບຢ່າງ​ກວ້າງ​ຂວາງ ​ເພື່ອ​ແລກປ່ຽນກັບ​ເງິນຊ່ອຍ​ເຫຼືອ​ເພີ້​ມຕື່ມ ​ເພື່ອ​ເອົາ ​ໄປຟື້ນ​ຟູ​ເສດຖະກິດ.

Greece Bailout
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG