ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ກອງທຶນສາກົນ ເວົ້າວ່າ ເສດຖະກິດໂລກ ກຳລັງຟື້ນຕົວຈາກ ໄວຣັສໂຄໂຣນາ


ແມ່ຍິງຄົນນຶ່ງຍ່າງຜ່ານຕຶກຂອງກອງທຶນສາກົນ ໃນນະຄອນຫຼວງ ວໍຊິງຕັນ. 5 ເມສາ, 2021.
ແມ່ຍິງຄົນນຶ່ງຍ່າງຜ່ານຕຶກຂອງກອງທຶນສາກົນ ໃນນະຄອນຫຼວງ ວໍຊິງຕັນ. 5 ເມສາ, 2021.

ເສດຖະກິດໂລກແມ່ນກຳລັງຟື້ນໂຕຈາກໂຣກລະບາດໄວຣັສໂຄໂຣນາໄວກວ່າທີ່ຄາດໄວ້, ອີງຕາມການກ່າວຂອງກອງທຶນສາກົນຫຼື IMF ໃນວັນອັງຄານວານນີ້.

ກອງທຶນສາກົນໄດ້ກ່າວວ່າ ເສດຖະກິດໂລກ ຕອນນີ້ແມ່ນຄາດວ່າຈະເຕີບໂຕ 6 ເປີເຊັນໃນປີນີ້ ແລະເພີ່ມຂຶ້ນອີກ 4.4 ເປີເຊັນໃນປີ 2022, ເຊິ່ງແມ່ນການເພີ່ມ ຂຶ້ນຢ່າງຫຼວງຫຼາຍຈາກການຫຼຸດລົງ 3.3 ເປີເຊັນປີກາຍນີ້ ໃນລະຫວ່າງເດືອນທີ່ ຮ້າຍແຮງທີ່ສຸດຂອງໂຣກລະບາດທີ່ໄດ້ແຜ່ລາມໄປທົ່ວໂລກ ຫຼັງຈາກໄດ້ກຳເນີດຂຶ້ນໃນ ຈີນ ໃນທ້າຍປີ 2019.

ຫົວໜ້າກອງທຶນສາກົນ ນັກເສດຖະເສດ ທ່ານນາງ ກີຕ້າ ໂກປິນາດ ໄດ້ກ່າວໃນນະຄອນຫຼວງ ວໍຊິງຕັນວ່າ ຄາດໝາຍເສດຖະກິດທີ່ດີຂຶ້ນຈະ “ສະທ້ອນໃຫ້ເຫັນການສະໜັບສະໜູນດ້ານງົບປະ ມານເພີ່ມເຕີມໃນ ສະຫະລັດ, ຄວາມພະຍາຍາມສັກຢາທີ່ກຳລັງດຳເນີນຢູ່ທີ່ໄດ້ນຳໄປສູ່ການຟື້ນຕົວທີ່ດີຂຶ້ນໃນ 6 ເດືອນ ສຸດທ້າຍຂອງປີ, ແລະ ເຊັ່ນດຽວກັບການສືບຕໍ່ກິດຈະການຟື້ນຟູເສດຖະກິດ ຕໍ່ ໂຣກລະບາດໃນຫຼາຍພາກສ່ວນຂອງໂລກ.”

ສະຫະລັດ ໄດ້ລາຍງານໃນອາທິດທີ່ຜ່ານມາວ່າ ເຂົາເຈົ້າໄດ້ເພີ່ມວຽກງານຫຼາຍ ກວ່າ 916,000 ຕຳແໜ່ງໃນເດືອນມີນາທີ່ຜ່ານມາ. ໃນວັນອັງຄານວານນີ້, ກະຊວງແຮງງານໄດ້ກ່າວວ່າ ການປະ ກາດຕຳແໜ່ງວຽກງານໃນ ສະຫະລັດ ໄດ້ເພີ່ມຂຶ້ນສູງສຸດໃນຮອບສອງປີ ເມື່ອເດືອນກຸມພກາທີ່ຜ່ານມາ, ເຊິ່ງແມ່ນ 5.1 ເປີເຊັນເໜືອລະດັບກ່ອນໂຣກລະບາດຂອງເຂົາເຈົ້າ.

ການປະກາດຮັບຕຳແໜ່ງວຽກງານ, ເຊິ່ງແມ່ນການວັດແທກຂອງຄວາມຕ້ອງການແຮງງານນັ້ນ, ໄດ້ເພີ່ມຂຶ້ນ 268,000 ຕຳແໜ່ງສຳລັບ 7 ລ້ານ​ 4 ແສນ ຄົນໃນວັນທີ 28 ກຸມພາ.

ແຕ່ທ່ານນາງ ໂກປິນາດ ໄດ້ກ່າວຢໍ້າວ່າມັນຍັງມີຄວາມບໍ່ແນ່ນອນໃນລະດັບທີ່ສູງ ໃນການຄາດ ການຂອງກອງທຶນສາກົນ ເພາະວ່າໂຣກລະບາດແມ່ນຍັງບໍ່ທັນໄດ້ເອົາຊະນະເທື່ອ, ແລະ ຕົວເລກຂອງກໍລະນີໄວຣັສແມ່ນຍັງເພີ່ມຂຶ້ນໃນຫຼາຍປະເທດ.

ມັນມີການຟື້ນຕົວທີ່ແຕກຕ່າງກັນຢູ່ຂ້າມເຂດຊາຍແດນຂອງປະເທດຕ່າງໆ ແລະ ພາຍໃນແຕ່ລະປະເທດ. ກອງທຶນສາກົນໄດ້ກ່າວວ່າ “ປະເທດທີ່ມີການສັກຢາຊ້າກວ່າ, ມີການສະໜັບສະໜູນນະ ໂຍບາຍທີ່ຈຳກັດກວ່າ ແລະ ເພິ່ງພາອາໄສການທ່ອງທ່ຽວຫຼາຍກວ່າ ແມ່ນຈະເຮັດບໍ່ໄດ້ດີປານໃດ.”

ທ່ານນາງ ໂກປິນາດ ໄດ້ກ່າວວ່າ “ຄວາມສ່ຽງທີ່ໃຫຍ່ທີ່ສຸດໃນຕອນນີ້ຍັງແມ່ນໂຣກລະບາດ. ຖ້າມັນມີໄວຣັສທີ່ກາຍພັນໃໝ່ທີ່ດື້ຕໍ່ຢາວັກຊີນັ້ນ, ມັນອາດນຳໄປສູ່ການຄວາມຕົກຕໍ່າຢ່າງຫຼວງຫຼາຍ. ແຕ່ໃນທາງກົງກັນຂ້າມ, ຖ້າມັນມີການສັກຢາທີ່ໄວຂຶ້ນ, ແລ້ວມັນຈະສາມາດຍົກລະດັບຂອງການຄາດ ການ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG