ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

IMF ຍ້ອງຍໍ ການເຕີບໂຕທາງ ເສດຖະກິດຂອງເອເຊຍ ໂດຍສະເພາະຈີນ


1일 한국 파주시 판문점 인근에서 전시상황에 대비해 훈련 중인 한국군.
1일 한국 파주시 판문점 인근에서 전시상황에 대비해 훈련 중인 한국군.

ຫົວໜ້າ​ກອງ​ທຶນ​ສາກົນ ຫລື​ໄອແອ​ມ​ເອຟ ກໍາລັງ​ຊຸກຍູ້​ສົ່ງ​ເສີມບົດບາດອັນ​ສໍາຄັນ​ຂອງ​ຂົງ
ເຂດ​ເອ​ເຊຍ ​ໃຫ້​ການກອບ​ກູ້​ເສດຖະກິດ​ໂລກ ​ແລະ​ພ້ອມ​ດຽວ​ກັນ ກໍ​ຮຽກຮ້ອງ​ໃຫ້ຂົງ​ເຂດ​
ດັ່ງກ່າວ​ຈົ່ງ​ຕຽມ​ພ້ອມຮັບ​ມື​ ​ໃນ​ກໍລະນີ​ທີ່​ອາດ​ຈະ​ເກີດ​ສະພາວະເສດຖະກິດ​ຖອຍຫລັງ ​ໃນ
ທົ່ວ​ໂລກ​ອີກ​ນັ້ນ.

ໃນ​ຄໍາປາ​ໄສ​ເມື່ອ​ວັນ​ພຸດມື້​ນີ້ ທີ່ກອງ​ປະຊຸມ​ສະພາ​ການ​ເງິນ​ນານາ​ຊາດ​ທີ່ ນະຄອນ​ຫລວງ
ປັກ​ກິ່ງ ທ່ານ​ນາງ Christine Lagards ກ່າວ​ວ່າ ການ​ເຕີ​ບ​ໂຕ​ຂຶ້ນ​ມາ​ມີ​ຄວາມ​ສໍາຄັນທາງ
ເສດຖະກິດ​ຂອງຂົງ​ເຂດ​ເອ​ເຊຍ ​ແມ່ນ ເປັນເລຶ່ອງລາວ​ແຫ່ງ​ຄວາມສໍາ​ເລັດທາງ​ເສດຖະກິດ
ແຫ່ງ​ຍຸກ​ສະ​ໄໝໃໝ່.

ທ່ານ​ນາງ Lagarde ໄດ້​ກ່າວ​ຍ້ອງຍໍຊົມເຊີຍ ​ການ​ເຕີບ​ໂຕ​ເສດຖະກິດຂອງ​ຈີນ​ເປັນ​ພິ​ເສດ
ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ມັນໄດ້​ຊ່ວຍ​ໃຫ້​ປະຊາຊົນ 500 ລ້ານ​ຄົນ​ພົ້ນ​ຈາກ​ຄວາມ​ທຸກຈົນ​ໃນ
​ໄລຍະ​ສາມ​ສິບ​ປີຜ່ານມາ.

ນອກ​ນີ້​ທ່ານ​ນາງ​ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ໃນ​ຕົວ​ເລກ​ຊຸດ​ໃໝ່​ທີ່​ອອກ​ມາ​ໃນ​ວັນ​ພຸດມື້ນີ້ ທີ່
ສະ​ແດງວ່າ ນະ​ໂຍບາຍ​ຮັດ​ເຄັ່ງ​ດ້ານ​ການ​ເງິນ​ຂອງ​ຈີນ ໄດ້​ຊ່ວຍລົດຜ່ອນ​ອັດຕາ​ເງິນ​ເຟິ້ລົງ​
ມາ​ເປັນ 5.5 ​ເປີ​ເຊັນ ຄືຫລຸດລົງ ​ນຶ່ງ​ເປີ​ເຊັນ​ເຕັມນັບຕັ້ງ​ແຕ່​ເດືອນ​ກໍ​ລະ​ກົດ​ເປັນ​ຕົ້ນ​ມາ ​ແຕ່
ຍ້ອນວິ​ກິດ​ການ​ໜີ້​ສິນໃນຢູ​ໂຣບທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້ ​ທີ່​ກໍາລັງ​ເປັນ​ໄພ​ຂົ່ມຂູ່​ທີ່​ຈະ
ດຶງ​ເສດຖະກິດ​ໂລກ​ໃຫ້​ຕົກ​ຕໍ່າລົງ​ໄປ​ໄດ້ນັ້ນ ​ທ່ານ​ນາງ​ກ່າວວ່າ ມັນ​ອາດ​ເຖິງ​ເວລາ​ແລ້ວ​ທີ່​
ຫລາຍໆ​ປະ​ເທດ ​ເຊັ່ນ​ປະ​ເທດ​ຈີນ​ນັ້ນ ຄວນ​ຈະ​ໂຍະຍານ ນະ​ໂຍບາຍ​ດ້ານ​ການ​ເງິນ​ຂອງ
ຕົນອີກ.

XS
SM
MD
LG