ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການ IMF ເອີ້ນ ສະຖານະການ ໃນ ເວເນຊູເອລາ ​ວ່າ ເປັນທີ່ 'ສະຫລັບຊັບຊ້ອນ'


ຜູ້ອຳນວຍການຄວບຄຸມ ອົງການກອງທຶນສາກົນ ຫຼື IMF ທ່ານນາງ ຄຣິສຕີນ ລາກາດ (Christine Lagarde) ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ ກອງປະຊຸມເສດຖະກິດໂລກ (World Economic Forum) ໃນນະຄອນ ດາໂວສ ຂອງສະວິດເຊີແລນ, ວັນທີ 21 ມັງກອນ 2019.
ຜູ້ອຳນວຍການຄວບຄຸມ ອົງການກອງທຶນສາກົນ ຫຼື IMF ທ່ານນາງ ຄຣິສຕີນ ລາກາດ (Christine Lagarde) ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ ກອງປະຊຸມເສດຖະກິດໂລກ (World Economic Forum) ໃນນະຄອນ ດາໂວສ ຂອງສະວິດເຊີແລນ, ວັນທີ 21 ມັງກອນ 2019.

ອົງການກອງທຶນສາກົນ ຫຼື IMF ໄດ້ເອີ້ນ ເວເນຊູເອລາ ວ່າ ເປັນ “ສະຖານະການທີ່
ສະຫລັບຊັບຊ້ອນ”
ທີ່ສຸດອັນນຶ່ງ ທີ່ຕົນໄດ້ເຄີຍເຫັນມາ.

ໂຄສົກຂອງອົງການ IMF ທ່ານ ເຈີຣີ ໄຣສ໌ ໃນວັນພະຫັດວານນີ້ ໄດ້ບັນລະຍາຍເຖິງ
ເວເນຊູເອລາ ແລະເສດຖະກິດຂອງປະເທດນີ້ ວ່າ ເປັນ “ວິກິດການປະສົມປະສານ
ຫຼາຍຢ່າງ ໃນດ້ານອາຫານ ແລະໂພສະນາການ ພາວະເງິນເຟີ້ສູງ ອັດຕາການແລກ
ປ່ຽນທີ່ບໍ່ທຸ່ນທ່ຽງ ສະພາບການຂາດແຄນດ້ານຊັບພະຍາກອນມະນຸດ ແລະ ຄວາມ
ອາດສາມາດ ໃນການຜະລິດ ແລະ ສະຖານະການຂອງໜີ້ສິນທີ່ຫຍຸ້ງຍາກ.”

ທ່ານ ໄຣສ໌ ໄດ້ກ່າວອີກວ່າ ການຮັບມືກັບສະຖານະການທີ່ທ້າທ້າຍນີ້ ແມ່ນຈະຕ້ອງມີ
“ການແກ້ໄຂທີ່ເຂັ້ມແຂງ” ແລະ“ການສະໜັບສະໜຸນທີ່ກວ້າງຂວາງຂອງນານາຊາດ”
ຈາກລວມທັງໝົດ 189 ປະເທດ ທີ່ເປັນສະມາຊິກຂອງອົງການ IMF.

ຜູ້ອຳນວຍການຄວບຄຸມ ອົງການ IMF ທ່ານນາງ ຄຣິສຕີນ ລາກາດ ໄດ້ກ່າວບອກ
ອົງການ ວິທະຍຸຂອງນັກເສດຖະສາດ ວ່າ ກອງທຶນ ຈະເຂົ້າມາ ແລະຊ່ອຍເຫຼືອ “ໃນ
ທັນທີທັນໃດ ທີ່ພວກເຮົາ ໄດ້ຮັບການຂໍຮ້ອງມາ ໂດຍບັນດາເຈົ້າໜ້າທີ່ ທີ່ຖືກຕ້ອງ
ຕາມກົດໝາຍ ຂອງປະເທດນັ້ນ.”

ທ່ານນາງໄດ້ກ່າວຕື່ມ ວ່າ “ພວກເຮົາຈະເປີດ ກະເປົາຂອງພວກເຮົາ ພວກເຮົາຈະ
ໃຊ້ ສະໝອງຂອງພວກເຮົາ ແລະ ພວກເຮົາຈະຮັບປະກັນວ່າ ຫົວໃຈຂອງພວກເຮົາ
ແມ່ນຈະຢູ່ໃນແຫ່ງທີ່ຖືກຕ້ອງ ເພື່ອຊ່ອຍພວກຄົນທີ່ທຸກຍາກທີ່ສຸດ ແລະພວກຄົນທີ່
ຖືກກະທົບ”
ທ່ານນາງເອີ້ນວຽກງານທີ່ຕົນ ກຳລັງປະເຊີນ ຢູ່ໃນເວເນຊູເອລາ ວ່າ
“ຍິ່ງໃຫຍ່ທີ່ສຸດ.”

ທ່ານ ໄຣສ໌ ໄດ້ກ່າວ ໃນວັນພະຫັດວານນີ້ ວ່າ ອົງການ IMF ຍັງບໍ່ທັນໄດ້ລະບຸວ່າ ຜູ້ໃດ
ທີ່ຕົນຮັບຮູ້ໃຫ້ເປັນຜູ້ນຳຂອງເວເນຊູເອລາ ຈະເປັນ ປະທານາທິບໍດີ ນິໂກລັສ ມາດູໂຣ ຫຼື
ທ່ານ ຮວານ ກວາອີໂດ ຜູ້ນຳຝ່າຍຄ້ານ ແລະຜູ້ທີ່ປະກາດຕົນເອງ ເປັນປະທານາທິບໍດີ
ຊົ່ວຄາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG