ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ກອງທຶນສາກົນ ເສັດສິ້ນ ການຢ້ຽມຢາມ ມຽນມ້າ


ປະທານາທິບໍດີ Thein Sein ແຫ່ງມຽນມາ.(ຄົນກາງ).
ປະທານາທິບໍດີ Thein Sein ແຫ່ງມຽນມາ.(ຄົນກາງ).

ອົງການກອງທຶນສາກົນໄອແອມເອຟ ກ່າວວ່າພວກຜູ້ຊ່ຽວຊານຂອງຕົນໄດ້ສະລຸບການ
ເຈລະຈາກັບພວກເຈົ້າໜ້າທີ່ມຽນມາສໍາລັບແຜນການຂອງພວກເຂົາເຈົ້າເພື່ອປະຕິຮູບ
ການແລກປ່ຽນເງິນຕາຂອງມຽນມາ.

ເຈົ້າໜ້າທີ່ໄອແອມເອຟ ກ່າວວ່າ ພວກທີມງານຂອງຕົນໄດ້ທໍາການປຶກ ສາຫາລືເປັນ
ເວລາສາມອາທິດ ກັບພວກຜູ້ຕາງໜ້າ ຂອງວົງການລັດຖະບານແລະເອກະຊົນຂອງ
ມຽນມາທີ່ເມືອງຫລວງເນປິດໍ ຊຶ່ງໄດ້ສິ້ນສຸດລົງ ເມື່ອວັນຈັນຜ່ານມານີ້. ພວກທີມງານໄອແອມເອຟໄດ້ເດີນທາງໄປມຽນມາຕາມຄໍາຮ້ອງຂໍຂອງທະນາຄານ
ກາງປະເທດດັ່ງກ່າວເພື່ອປຶກສາຫາລືແຜນການທີ່ຈະເຮັດໃຫ້ລະບົບຄຸ້ມຄອງອັດຕາ
ການແລກປ່ຽນເງິນຕາຂອງມຽນມາສອດຄ່ອງກັບກົດເກນຂອງໄອແອມເອຟ.

ກອງທຶນສາກົນກ່າວວ່າ ພວກທີມງານຂອງຕົນຈະສືບຕໍ່ຮ່ວມມືກັບພວກເຈົ້າໜ້າທີ່
ມຽນມາໃນຂະນະທີ່ເຈົ້າໜ້າທີ່ມຽນມາກໍານົດນະໂຍບາຍກ່ຽວກັບເລື່ອງນີ້ແລະ
ຄາດວ່າພວກທີມງານຈະກັບຄືນໄປຢ້ຽມຢາມມຽນມາເພື່ອຕິດຕາມເບິ່ງຄວາມ
ຄືບໜ້າ ໃນຕົ້ນປີ 2012.

ມຽນມາໄດ້ດໍາເນີນການການປະຕິຮູບປະຊາທິປະໄຕ ແລະສັງຄົມຫລາຍຢ່າງນັບ
ຕັ້ງແຕ່ລັດຖະບານພົນລະເຮືອນພຽງແຕ່ໃນນາມຊຸດໃໝ່ເລີ່ມເຂົ້າບໍລິຫານປະເທດ
ເມື່ອທ້າຍເດືອນມີນາປີນີ້ເປັນຕົ້ນມາ.

XS
SM
MD
LG