ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອະດີດຫົວໜ້າອົງການ IMF ຖືກປ່ອຍອອກຈາກຄຸກ


ອະດີດຫົວໜ້າອົງການກອງທຶນສາກົນ IMF ທ່ານ Dominique Strauss-Kahn ທີ່ສານສູງສຸດລັດນິວຢອກ (20 ພຶດສະພາ 2011)
ອະດີດຫົວໜ້າອົງການກອງທຶນສາກົນ IMF ທ່ານ Dominique Strauss-Kahn ທີ່ສານສູງສຸດລັດນິວຢອກ (20 ພຶດສະພາ 2011)

ອະດີດຫົວໜ້າອົງການກອງທຶນສາກົນ IMF ໄດ້ຖືກປ່ອຍ
ອອກມາຈາກຄຸກໃຫ້ຢູ່ພາຍໃຕ້ການກັກບໍລິເວນໃນວັນສຸກ
ວານນີ້ຫຼັງ ຈາກທ່ານໄດ້ຖືກຂັງເປັນເວລາຫຼາຍໆມື້ຢູ່ທີ່ຄຸກ
ນະຄອນນິວຢອກ ລຸນຫຼັງທີ່ທ່ານໄດ້ຖືກຈັບ ໃນຂໍ້ຫາລວນ
ລາມທາງເພດ.

ຜູ້ພິພາກສາຄົນນຶ່ງ ທີ່ນະຄອນນິວຢອກ ໄດ້ສັ່ງໃຫ້ປ່ອຍ
ທ່ານ Dominique Strauss-Kahn ຫລັຈາກຜູ້ກ່ຽວ
ໄດ້ຈ່າຍເງິນປະກັນໂຕ 1 ລ້ານໂດລາ ແລະສິ່ງຂອງຄໍ້າ
ປະກັນອີກ ໃນມູນຄ່າ 5 ລ້ານໂດລາ. ທ່ານຈະຖືກເຝົ້າ
ຊອມໂດຍຍາມທີ່ຕິດອາວຸດແລະຖືກຕິດຕາມໂດຍເຄື່ອງ
ອີເລັກໂທຣນິກ.

ທ່ານ Strauss-Kahn ໄດ້ຖືກບັງຄັບໃຫ້ຊອກຫາບ່ອນ
ຢູ່ໃໝ່ຊົ່ວຄາວ ຫຼັງຈາກຫໍພັກຫຼູຫຼາບ່ອນທີ່ທ່ານໄດ້ຈັດ
ແຈງວ່າ ຈະໄປພັກເຊົາຢູ່ນັ້ນບໍ່ຍອມຮັບເອົາທ່ານທັງນີ້ກໍ
ຍ້ອນພວກເພື່ອນບ້ານທີ່ຢູ່ໃກ້ຄຽງມີຄວາມວິຕົກກັງວົນ
ກ່ຽວກັບຄວາມຕື່ນເຕັ້ນຂອງສື່ມວນຊົນຫ້ອມລ້ອມທ່ານນັ້ນ.

ທ່ານ Strauss-Kahn ຖືກກ່າວຫາວ່າ ໄດ້ທຳການລວນລາມທາງເພດຕໍ່ຄົນໃຊ້ທີ່ໂຮງແຮມ
ແຫ່ງນຶ່ງໃນນະຄອນນິວຢອກເມື່ອສັບປະດາແລ້ວແລະອາດຈະໄດ້ຮັບໂທດຫຼາຍສິບປີຖ້າຫາກ ຖືກພົບເຫັນວ່າມີຄວາມຜິດ. ທ່ານໄດ້ປະຕິເສດຕໍ່ຂໍ້ຫາເຫຼົ່ານີ້.

ໃນຄືນວັນພຸດຜ່ານມານີ້ທ່ານໄດ້ລາອອກຈາກຕຳແໜ່ງຫົວໜ້າອົງການກອງທຶນສາກົນ IMF.

ໃນມື້ວານນີ້ ອົງການ IMF ກ່າວວ່າ ຕົນໄດ້ເລີ່ມຂັ້ນຕອນການຄັດເລືອກເອົາບຸກຄົນທີ່ຈະມາ
ຮັບຕຳແໜ່ງແທນທ່ານ Strauss-Kahn ແລ້ວ. ໂຄສົກກ່າວວ່າຄະນະກຳມະການບໍລິຫານ
ຂອງອົງການ IMF ຫວັງວ່າ ຈະສາມາດຄັດເລືອກເອົາຜູ້ມາຮັບຕຳແໜ່ງແທນທ່ານ ພາຍໃນ
ວັນທີ 30 ມິຖຸນານີ້.

XS
SM
MD
LG