ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດຫົວໜ້າ IMF ອາດຈະຖືກປ່ອຍມື້ນີ້


ອະດີດຫົວໜ້າອົງການ IMF ທ່ານ Dominique Strauss-Kahn ໄດຮັບອະນຸຍາດໃຫປະກັນໂຕອອກຈາກຄຸກ ໃນວັນທີ 19 ພຶດສະພາ 2011.
ອະດີດຫົວໜ້າອົງການ IMF ທ່ານ Dominique Strauss-Kahn ໄດຮັບອະນຸຍາດໃຫປະກັນໂຕອອກຈາກຄຸກ ໃນວັນທີ 19 ພຶດສະພາ 2011.

ອະດີດຫົວໜ້າອົງການກອງທຶນສາກົນ IMF ທ່ານ
Dominique Strauss-Kahn ອາດຈະຖືກປ່ອຍອອກ
ຈາກຄຸກທີ່ເກາະ Rikers ຂອງນະຄອນນິວຢອກ ໃນວັນ
ສຸກມື້ນີ້ ເພື່ອລໍຖ້າການດຳເນີນຄະດີໃນຂໍ້ຫາລວນລາມທາງ
ເພດ ຂະນະທີ່ໃສ່ເຄື່ອງຄວບຄຸມຕິດຕາມອີເລັກໂທຣນິກ.

ຜູ້ພິພາກສາຄົນນຶ່ງໄດ້ອະນຸຍາດໃຫ້ມີການປະກັນໂຕຕາມ
ຄຳຮ້ອງຂໍຂອງທ່ານ Strauss-Kahn ໃນວັນພະຫັດວານ
ນີ້ ພາຍໃຕ້ເງື່ອນໄຂທີ່ວ່າ ທ່ານຕ້ອງໄດ້ນຳເງິນສົດມາວາງ
ປະກັນ 1 ລ້ານໂດລາແລະສິ່ງຂອງຄໍ້າປະກັນອີກ 5 ລ້ານ
ໂດລາ. ນອກນັ້ນແລ້ວທ່ານ Strauss-Kahn ຊຶ່ງເປັນຄົນ
ຝຣັ່ງ ຍັງຈະຖືກຊິ້ງຊອມໂດຍຍາມຕິດອາວຸດ ຂະນະທີ່ພັກ
ເຊົາຢູ່ຫໍພັກທີ່ເຊົ່າຢູ່ຫຼັງນຶ່ງໃນນະຄອນນິວຢອກ. ທ່ານໄດ້
ມອບໜັງສືເດີນທາງຂອງທ່ານໃຫ້ແກ່ເຈົ້າໜ້າທີ່ສະຫະລັດ.

ເງື່ອນໄຂເຫຼົ່ານີ້ແມ່ນແນໃສ່ເພື່ອຄໍ້າປະກັນໃຫ້ທ່ານ
Strauss-Kahn ໄປປາກົດ ໂຕໃນການດຳເນີນຄະດີຢູ່
ສານ ໃນຂໍ້ຫາລວນລາມທາງເພດຕໍ່ຄົນໃຊ້ທີ່ໂຮງແຮມແຫ່ງນຶ່ງ ໃນມື້ວັນເສົາແລ້ວ. ທ່ານອາດ
ຈະຖືກຄຸກເປັນເວລາຫຼາຍສິບປີ ຖ້າຫາກຖືກພົບເຫັນວ່າມີຄວາມຜິດ. ຄະນະໄອຍະການໄດ້ຄັດ
ຄ້ານຕໍ່ການປະກັນໂຕໂດຍໂຕ້ແຍ້ງວ່າ ທ່ານ Strauss-Kahn ມີຊັບສົມບັດແລະຄວາມສຳ
ພັນທີ່ຈຳ ເປັນສຳລັບການໜີອອກໄປຈາກສະຫະລັດໄດ້.

ທ່ານ Strauss-Kahn ໄດ້ລາອອກຈາກຕຳແໜ່ງຫົວໜ້າອົງການກອງທຶນສາກົນ IMF ໃນ
ມື້ວັນພຸດວານນີ້. ທ່ານໄດ້ປະຕິເສດຢ່າງແຂງຂັນຕໍ່ຂໍ້ຫາທີ່ທ່ານໄດ້ຖືກຟ້ອງຢ່າງເປັນທາງການ
ໃນວັນພະຫັດວານນີ້. ການຂຶ້ນສານເພື່ອຮັບຟັງຄຳໃຫ້ການ ໄດ້ກຳນົດໃສ່ວັນທີ 6 ເດືອນໜ້າ.

XS
SM
MD
LG