ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ IMF ລາອອກຈາກຕຳແໜ່ງ


ທ່ານ Dominique Strauss-Kahn ຫົວໜ້າອົງການກອງທຶນສາກົນ IMF (ຂວາ) ກັບທະນາຍຄວາມຂອງທ່ານ ທ່ານ Benjamin Brafman ທີ່ຖືກນຳໂຕຂຶ້ນສານອາຍາ ເກາະແມນຮັດຕັນ ນະຄອນນິວຢອກ ໃນມື້ວັນຈັນ ທີ 16 ພຶດສະພາຜ່ານມາ.
ທ່ານ Dominique Strauss-Kahn ຫົວໜ້າອົງການກອງທຶນສາກົນ IMF (ຂວາ) ກັບທະນາຍຄວາມຂອງທ່ານ ທ່ານ Benjamin Brafman ທີ່ຖືກນຳໂຕຂຶ້ນສານອາຍາ ເກາະແມນຮັດຕັນ ນະຄອນນິວຢອກ ໃນມື້ວັນຈັນ ທີ 16 ພຶດສະພາຜ່ານມາ.

ຫົວໜ້າອົງການກອງທຶນສາກົນ IMF ທ່ານ Dominique
Strauss-Kahn ໄດ້ລາອອກຈາກຕຳແໜ່ງຂອງທ່ານ ຢູ່ທີ່
ຫ້ອງຂັງໃນຄຸກນະຄອນນິວຢອກ ບ່ອນທີ່ທ່ານພວມຕໍ່ສູ້ຄະ
ດີໃນຂໍ້ຫາລວນລາມທາງເພດນັ້ນ.

ອົງການ IMF ໄດ້ເປີດເຜີຍຈົດໝາຍລາອອກຂອງທ່ານໃນ
ຕອນເຊົ້າຂອງວັນພະຫັດມື້ນີ້. ຈົດໝາຍລາ​ອອກຂອງທ່ານ
Strauss-Kahn ທີ່ລົງວັນທີ 18 ພຶດສະພາຄືວັນພຸດວານ
ນີ້ເວົ້າວ່າທ່ານຮູ້ສຶກມີພັນທະ ທີ່ຈະຕ້ອງໄດ້ລາອອກເພື່ອປົກ
ປ້ອງສະຖາບັນ ​ແລະ​ວ່າທ່ານຢາກທຸ້ມເທ ເຫື່ອແຮງ ເວລາ
ແລະພະລັງງານທັງໝົດຂອງທ່ານ​ໃສ່​ການພິສູດວ່າທ່ານເປັນ
ຜູ້ບໍລິສຸດ.

ພວກທະນາຍຄວາມຂອງຝ່າຍຈຳເລີຍ ພວມຊອກຫາຊ່ອງທາງ ໃຫ້ມີການປະກັນໂຕທ່ານ ໃນຂະນະທີ່ພວກຄະນະຕຸລາການພວມພິຈາລະນາເບິ່ງຢູ່ວ່າຈະຟ້ອງຮ້ອງຢ່າງເປັນທາງການ
ຫຼືບໍ່ຕໍ່ທ່ານ Strauss-Kahn ທີ່ຄັ້ງນຶ່ງເຄີຍຖືກພິຈາລະນາກັນວ່າເປັນຜູ້ທີ່ມີຄະແນນນຳໜ້າ ໃນການຄາດຫວັງທີ່ວ່າຈະໄດ້ເປັນປະທາ ນາທິບໍດີຂອງຝຣັ່ງນັ້ນ.

ເຈົ້າໜ້າທີ່ສານກ່າວຕໍ່ພວກນັກຂ່າວວ່າ ຜູ້ພິພາກສາຄົນນຶ່ງຈະຮັບຟັງການໂຕ້ແຍ້ງກ່ຽວກັບ
ການປະກັນໂຕທ່ານ Strauss-Kahn ໃນວັນພະຫັດມື້ນີ້. ຜູ້ພິພາກສາທ່ານນຶ່ງໄດ້ຕັດສິນ
ໃນຕົ້ນອາທິດນີ້ວ່າ ມີ​ຄວາມ​ສ່ຽງ​ທີ່​ວ່າຊາວຝຣັ່ງອາຍຸ 62 ປີທ່ານນີ້ ອາດຈະຫຼົບໜີໄປຕ່າງ
ປະເທດ.

ຂະນະດຽວກັນ ມີລາຍງານວ່າ ຄົນໃຊ້ໂຮງແຮມທີ່ໄດ້ກ່າວຫາຫົວໜ້າອົງການ IMF ວ່າ
ພະຍາຍາມປຸກປໍ້ານາງນັ້ນ ໄດ້​ໄປໃຫ້ການຕໍ່ສານໃນມື້ວານນີ້.

ທະນາຍຄວາມຄົນນຶ່ງຂອງແມ່ຍິງອາຍຸ 32 ປີຄົນນີ້ກ່າວວ່າ ນາງຈະໃຫ້ການຕໍ່ຄະນະຕຸລາ
ການທີ່ນະຄອນນິວຢອກ​ໃນ​ມື້​ນີ້ວ່າ ນາງບໍ່ໄດ້ເຫັນຊອບນຳແມ່ນແຕ່ໜ້ອຍດຽວກ່ຽວກັບເຫດ
ການທີ່ໄດ້ເກີດຂຶ້ນຢູ່ທີ່ຫ້ອງຂອງທ່ານ Strauss-Kahn ໃນອາທິດແລ້ວ.

ແມ່ຍິງຄົນນີ້ຊຶ່ງເປັນແມ່ໝ້າ​ຍລູກຕິດທີ່ມາຈາກປະເທດກີເນຍນັ້ນໄດ້ກ່າວຫາທ່ານ Strauss-
Kahn ວ່າ ໄດ້ລູບຄຳແລະກໍທຳການປຸກປໍ້ານາງທີ່ຫ້ອງພັກຢູ່ໂຮງແຮມຫຼູຫຼາລາຄາແພງຂອງ
ທ່ານແລະພະຍາຍາມທີ່ຈະຂົ່ມຂືນນາງ.

XS
SM
MD
LG