ຫົວໜ້າກອງທຶນສາກົນຫລື IMF ໄດ້ຖືກປະຕິເສດບໍ່ໃຫ້
ປະກັນໂຕທີ່ນະຄອນນິວຢອກໃນຂໍ້ຫາຖານທໍາການລວນ
ລາມທາງເພດກັບແມ່ຍິງຮັບໃຊ້ໃນໂຮງແຮມແຫ່ງນຶ່ງໃນ
ຄຸ້ມ Manhattan ນັ້ນ.
ຄໍາຕັດສິນໃຈດັ່ງກ່າວມີຂຶ້ນໃນວັນຈັນວານນີ້ ໃນຂະນະ
ທີ່ທ່ານ Dominique Strauss Kahn ຫົວໜ້າຜູ້ຈັດ
ການກອງທຶນສາກົນ ວັຍ 62 ປີ ເບິ່ງຊົງເມື່ອຍໆ ໄປ
ປາກົດໂຕຕໍ່ໜ້າຜູ້ພິພາກສາສານໃນຄຸ້ມ Manhattan
ເພື່ອຮັບຟັງຂໍ້ກ່າວຫາຕໍ່ທ່ານ. ຄໍາຕັດສິນຂອງສານມີຂຶ້ນຫລັງຈາກໄອຍະການເອີ້ນທ່ານ Strauss-Kahn ວ່າສ່ຽງໃນການບິນໜີຈາກນະຄອນນິວ
ຢອກໂດຍກ່າວວ່າຄົນທາງການຝຣັ່ງບໍ່ສົ່ງພົນລະເມືອງຂອງການໄປດຳເນີນຄະດີຢູ່ຕ່າງ
ປະເທດ.
ພວກທະນາຍຄວາມຂອງທ່ານ Strauss-Kahn ກ່າວວ່າ ລູກຄວາມຂອງເຂົາເຈົ້າບໍ່ມີຄວາມຜິດຫຍັງ. ກໍານົດມື້ໄປສານອີກຂອງທ່ານ Strauss Kahnແມ່ນວັນສຸກສັບປະດານີ້. ທາງການກ່າວວ່າ ເວລານີ້ທ່ານ Strauss Kahn ພວມຖືກກັກຂັງເພື່ອປ້ອງກັນໂຕໄວ້ໃນຫ້ອງຂັງດ່ຽວໃນຄຸກທີ່ເກາະ Rikers Island ທີ່ນະຄອນນີວຢອກ. ທ່ານຈະຖືກຂັງໄວ້ໄກພວກນັກໂທດຄົນອື່ນໆ.
ທ່ານ Strauss Kahn ໄດ້ຖືກຈັບກຸມ ແລະຖືກກ່າວຫາຖານພະຍາຍາມຂົ່ມຂືນຊໍາເລົາ
ກັກຂັງທີ່ບໍ່ຖືກຕ້ອງຕາມກົດໝາຍ ຄວາມຜິດໃນການລວນລາມທາງເພດແລະໂທດອື່ນໆ. ທ່ານປະເຊີນກັບການລົງໂທດຈໍາຄຸກເຖິງ 25 ປີ ຖ້າສານຕັດສິນວ່າທ່ານມີຄວາມຜິດແທ້.
ອິງຕາມຕໍາຫລວດ ຍິງຮັບໃຊ້ຄົນນີ້ ວັຍ 32 ປີທີ່ເຮັດວຽກໃນໂຮງແຮມ Sofitel ທີ່ຫລູ
ຫລາ ບ່ອນທີ່ທ່ານ Strauss Kahn ໄດ້ພັກເຊົາຢູ່ນັ້ນ ກ່າວຫາວ່າຫົວໜ້າກອງທຶນສາ
ກົນວ່າໄດ້ລວນລາມນາງຫລັງຈາກນາງເຂົ້າໄປໃນຫ້ອງພັກຂອງທ່ານ ທີ່ຄ່າພັກເຊົາຄືນ
ນຶ່ງ 3 ພັນໂດລາ ໃນຕອນບ່າຍວັນເສົາຜ່ານມາ ເພື່ອອະນາໄມຫ້ອງນັ້ນ.
ຕໍ່ມາໃນແລງວັນເສົາ ເຈົ້າໜ້າທີ່ໄດ້ນຳເອົາໂຕ ທ່ານ Strauss-Kahn ອອກມາຈາກຖ້ຽວບິນສາຍການບິນ Air France ແລະຖືກຈັບກຸມໃນເວລາພຽງບໍ່ເທົ່າໃດນາທີກ່ອນເຮືອບິນຈະຂຶ້ນຈາກນະຄອນນີວຢອກມຸ້ງໜ້າໄປຍັງກຸງປາຣີນັ້ນ.