ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດຮຽກຮ້ອງໃຫ້ ອົງການ IMF ແຕ່ງຕັ້ງຜູ້ນຳຊົ່ວຄາວ


ໜັງສືພິມຝລັ່ງລົງຂ່າວ ຫົວໜ້າ IMF ທ່ານ Strauss-Kahn ຖືກຈັບ
ໜັງສືພິມຝລັ່ງລົງຂ່າວ ຫົວໜ້າ IMF ທ່ານ Strauss-Kahn ຖືກຈັບ

ທ່ານ Timothy Geithner ລັດຖະມົນຕີກະຊວງການ
ເງິນຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ອົງການກອງທຶນ
ສາກົນຫລືໄອແອມເອຟຈົ່ງແຕ່ງຕັ້ງຜູ້ນໍາຂ້າມຜ່ານຢ່າງ
ເປັນທາງການໃນຂະນະທີ່ຫົວໜ້າ IMF ທ່ານ Domi-
nique Strauss-Kahn ຖືກຄວບຄຸມຕົວ ໃນຂໍ້ຫາກໍ່
ອາຊະຍາກໍາທາງເພດ ແລະພະຍາຍາມທຳການຂົ່ມຂືນ.

ໃນການກ່າວຢູ່ໃນພິທີນຶ່ງ ທີ່ນະຄອນນີວຢ໊ອກ ເມື່ອ
ວັນອັງຄານວານນີ້ ທ່ານໄກ້ເນີ ໄດ້ກາຍເປັນບຸກຄົນ
ຫລ້າສຸດຂອງພວກເຈົ້າໜ້າທີ່ການເງິນ ສາກົນທີ່ໄດ້
ເວົ້າອອກມາກັບກ່ຽວທ່ານ Strauss-Kahn ແລະອະ
ນາຄົດ ຂອງ IMF ນັ້ນ.

ທ່ານນາງ Maria Fekter ລັດຖະມົນຕີການເງິນຂອງ
ອອສເຕຣຍ ກ່າວວ່າ ທ່ານ Strauss-Kahn ຄວນຈະ
ລາອອກ ເພື່ອຫລີກລ່ຽງຜົນເສຍຫາຍຕໍ່ອົງການ
IMF ໃນຂະນະທີ່ທ່ານນາງ Elena Salgado ລັດຖະ
ມົນຕີ ການເງິນຂອງສເປນກ່າວວ່າ ທ່ານນາງຮູ້ສຶກເຫັນໃຈແມ່ຍິງຜູ້ທີ່ຖືກຈູ່ໂຈມ ຂົ່ມຂືນຕາມທີ່ມີການກ່າວຫານັ້ນ.

ພວກເຈົ້າໜ້າທີ່ໃນຈີນແລະບຣາຊິລ ໃຫ້ຄໍາແນະນໍາວ່າ ຜູ້ນໍາ IMF ຄົນ ໃໝ່ແມ່ນຈະບໍ່ມາຈາກພາກພື້ນຢຸໂຣບ. ທ່ານນາງ Angela Merkel ນາ ຍົກລັດຖະມົນຕີເຢຍມັນກ່າວວ່າ ພວກຜູ້ນໍາຂອງໂລກເວລານີ້ບໍ່ຄວນຈະຕັດ ສິນໃດໆລ່ວງໜ້າຕໍ່ທ່ານ Strauss-Kahn ແຕ່ທ່ານນາງກໍກ່າວຕື່ມວ່າພາກ ພື້ນຢຸໂຣບກໍຍັງມີຄົນທີ່ເໝາະສົມຢູ່ສໍາລັບຈະມາແທນທ່ານນັ້ນ.

ທ່ານ Strauss-Kahn ຖືກກ່າວຫາພະຍາຍາມຂົ່ມຂືນ ແລະກໍ່ອາຊຍາກໍາ ທາງເພດຕໍ່ແມ່ຍິງຄົນໃຊ້ປະຈໍາໂຮງແຮມຫລູຫລາແຫ່ງນຶ່ງໃນນະຄອນນີວ ຢອກ ແຕ່ທ່ານປະຕິເສດຂໍ້ກ່າວຫານັ້ນ.

ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງກ່າວເມື່ອວັນອັງຄານວານນີ້ວ່າ ທ່ານ Strauss Kahn ຖືກຕິດຕາມສິ້ງຊອມຢູ່ໃນຫ້ອງຂັງຕະຫລອດຊາວສີ່ຊົ່ວໂມງເພື່ອ ປ້ອງກັນບໍ່ໃຫ້ທ່ານຂ້າຕົວຕາຍ ຢູ່ຄຸກທີ່ Rikers Island ຊຶ່ງມີການຮັກສາ ຄວາມປອດໄພຢ່າງໜາແໜ້ນນັ້ນ.

XS
SM
MD
LG