ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງການ IMF ຕົກລົງອະນຸມັດທຶນ 2.9 ຕື້ໂດລາ ເພື່ອຊ່ວຍວິກິດການເສດ​ຖະ​ກິດ ໃນສຣີລັງກາ


ນັສຶກສາມະຫາວິທະຍາໄລ ແລະຜູ້ປະທ້ວງ ໂຕ້ຖຽງກັບເຈົ້າໜ້າທີ່ຕໍາຫຼວດ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ແລະເພື່ອໃຫ້ປ່ອຍໂຕບັນດາຜູ້ນໍານັກສຶກສາ ໃນນະຄອນຫຼວງໂຄລອມໂບ ເມື່ອວັນທີ 30 ສິງຫາ 2022.
ນັສຶກສາມະຫາວິທະຍາໄລ ແລະຜູ້ປະທ້ວງ ໂຕ້ຖຽງກັບເຈົ້າໜ້າທີ່ຕໍາຫຼວດ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ແລະເພື່ອໃຫ້ປ່ອຍໂຕບັນດາຜູ້ນໍານັກສຶກສາ ໃນນະຄອນຫຼວງໂຄລອມໂບ ເມື່ອວັນທີ 30 ສິງຫາ 2022.

ອົງ​ການກອງທຶນລະຫວ່າງປະເທດ ຫຼື IMF ໄດ້ເປີດເຜີຍໃນວັນ​ພະຫັດມື້ນີ້ວ່າ ພວກເຂົາເຈົ້າໄດ້ບັນລຸຂໍ້ຕົກລົງໃນຂັ້ນພະນັກງານ ກ່ຽວກັບການອະນຸມັດເງິນຈໍານວນ 2.9 ຕື້ໂດລາໃນເວລາ 4 ປີ ເພື່ອຊ່ວຍກອບກູ້ປະເທດ​ດັ່ງ​ກ່າວຈາກວິກິດການທາງດ້ານເສດຖະກິດ, ອີງຕາມ​ລາຍ​ງານອົງການຂ່າວ AP.

ທີມງານຂອງ​ອົງ​ການ IMF ທີ່ເດີນທາງໄປຢ້ຽມຢາມປະເທດສຣີລັງກາ ກ່າວຢູ່ໃນຖະແຫຼງການວ່າ ຂໍ້ຕົກລົງຂັ້ນຕົ້ນແມ່ນຂຶ້ນຢູ່ກັບການອະນຸມັດຈາກຄະນະກໍາມະການຝ່າຍບໍລິງານ ແລະຝ່າຍການຈັດການຂອງໜ່ວຍງານ ເຊິ່ງ “ສຸດແລ້ວ ແຕ່ການຈັດ​ຕັ້ງ​ປະ​ຕິ​ບັດໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທີ່ໄດ້ດໍາເນີນການໄປກ່ອນ ໜ້ານັ້ນ, ແລະຂຶ້ນຢູ່ກັບການຮັບຮອງ ຜູ້ໃຫ້ຢືມເງິນຢ່າງເປັນທາງການຂອງສຣີລັງກາ, ພ້ອມທັງຄວາມພະຍາຍາມເພື່ອໃຫ້ບັນລຸຂໍ້ຕົກລົງຮ່ວມກັນກັບຜູ້ໃຫ້ຢືມເງິນເອກະຊົນ.”

ສຣີລັງກາ ກໍາລັງປະເຊີນກັບວິກິດການ ທາງດ້ານເສດຖະກິດ ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດເມື່ອໄວໆມານີ້ ດ້ວຍການຂາດແຄນເຄື່ອງໃຊ້ທີ່ ຈໍາເປັນໃນຊີວິດປະຈໍາວັນເຊັ່ນ ນໍ້າມັນເຊື້ອໄຟ, ຢາປົວພະຍາດ ແລະອາຫານ ເນື່ອງຈາກຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ.

ປະເທດເກາະແຫ່ງນີ້ໄດ້ໂຈະການຊໍາລະໜີ້ຕ່າງປະເທດໃນຈໍານວນເກືອບ 7 ຕື້ໂດລາ ທີ່ມີກໍານົດຈ່າຍໃນປີນີ້. ໜີ້ສິນຕ່າງປະເທດທັງໝົດມີຈໍານວນຫຼາຍກວ່າ 51 ຕື້ໂດລາ, ເຊິ່ງເງິນ ຈໍານວນ 28 ຕື້ໂດລາ ຈໍາເປັນຕ້ອງໄດ້ຈ່າຍຄືນໃນປີ 2028.

ອົງ​ການ IMF ກ່າວວ່າ ລະບົບເສດຖະກິດຂອງສຣີລັງກາອາດຈະຫົດໂຕລົງ 8.7 ເປີເຊັນ ແລະອັດຕາເງິນເຟີ້ອາດຈະເພີ້ມຂຶ້ນສູງເຖິງ 60 ເປີເຊັນ.

ພວກເຂົາເຈົ້າກ່າວວ່າ “ດ້ວຍສະ​ພາບ​ການ​ດັ່ງ​ກ່າວນີ້, ໂຄງການຂອງເຈົ້າໜ້າທີ່ ທີ່ໄດ້ຮັບການສະໜັບສະໜຸນຈາກ​ທາງກອງທຶນ ຈະຕ້ອງຮັກສາສະຖຽນລະພາບຂອງລະບົບເສດຖະກິດ, ປົກປ້ອງການດໍາລົງຊີວິດ ຂອງປະຊາຊົນຊາວສຣີລັງ ກາ, ແລະກຽມພື້ນທີ່ສໍາລັບການຟື້ນຟູລະບົບເສດຖະກິດ ພ້ອມທັງສົ່ງເສີມການຂະຫຍາຍໂຕ ໃຫ້ກວມລວມ ແລະຍືນຍົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG