ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະອີມາມ ຂອງສາສະໜາ ອິສລາມ ບອກຊາວ ນິວຊີແລນ ວ່າ ​ພວກ​ເຮົາ​ບໍ່​ໄດ້​ເສຍ​ຂວັນ


ພວກຄົນພາກັນຫາມສົບຂອງຜູ້ເຄາະຮ້າຍຄົນນຶ່ງ ໄປຝັງ ຢູ່ໃນພິທີສົ່ງສະການ ສຳລັບພວກຄົນທີ່ໄດ້ຖືກສັງຫານ ໃນການໂຈມຕີທີ່ວັດອິສລາມຢູ່ທີ່ສວນ Memorial Park Cemeteryໃນເມືອງ Christchurch, New Zealand, ວັນທີ 22 ມີນາ 2019.
ພວກຄົນພາກັນຫາມສົບຂອງຜູ້ເຄາະຮ້າຍຄົນນຶ່ງ ໄປຝັງ ຢູ່ໃນພິທີສົ່ງສະການ ສຳລັບພວກຄົນທີ່ໄດ້ຖືກສັງຫານ ໃນການໂຈມຕີທີ່ວັດອິສລາມຢູ່ທີ່ສວນ Memorial Park Cemeteryໃນເມືອງ Christchurch, New Zealand, ວັນທີ 22 ມີນາ 2019.

ຫຼາຍພັນຄົນໄດ້ໄປເຕົ້າໂຮມກັນ ເພື່ອເຂົ້າຮ່ວມໃນພິທີສົ່ງສະການຂະໜາດໃຫຍ່ ໃນວັນ
ສຸກມື້ນີ້ ຢູ່ໃນນິວຊີແລນ ບ່ອນທີ່ 26 ສົບໃນຈຳນວນຜູ້ເຄາະຮ້າຍທັງໝົດ 50 ສົບ ຂອງ
ການຍິງສັງຫານໝູ່ ຢູ່ວັດອິສລາມ ເມື່ອວັນສຸກ ສັບປະດາແລ້ວນີ້ ຈະໄດ້ຖືກນຳໄປຝັງ.
ຜູ້ເຄາະຮ້າຍອາຍຸນ້ອຍທີ່ສຸດທີ່ຈະຖືກຝັງແມ່ນ 3 ປີ.

ກ່ອນໜ້ານັ້ນ ໃນພິທີສົ່ງສະການກາງແຈ້ງ ຢູ່ຟາກທາງກົງກັນຂ້າມ ກັບວັດອິສລາມ
ບ່ອນທີ່ການໂຈມຕີ ທີ່ໂຫດຮ້າຍໄດ້ເກີດຂຶ້ນ ໃນເມືອງໄຄຣສ໌ເຊີດຈ໌ (Christchurch)
ຂອງນິວຊີແລນນັ້ນ ພະອິສລາມ ຫຼື ອີມາມ ກາມີລ ຟູດາ ໄດ້ກ່າວເທ​ສະ​ໜາ ຕໍ່ຝຸງຊົນ
ຫຼາຍພັນຄົນ ໂດຍບອກພວກເຂົາເຈົ້າວ່າ “ພວກເຮົາໃຈສະຫຼາຍ ແຕ່ພວກເຮົາກໍບໍ່
ສິ້ນຫວັງ.”

ພະອີມາມ ຟູດາ ໄດ້ບອກຝຸງຊົນອີກວ່າ “ຄວາມກຽດຊັງຈະຖືກລົບລ້າງ ແລະຄວາມ
ຮັກຈະເຮັດໃຫ້ພວກເຮົາດີຄືນ.”

ພະອີມາມ ໄດ້ຂອບອົກຂອບໃຈ “ພວກຄົນຢູ່ບ້ານໃກ້ເຮືອນຄຽງ ຜູ້ທີ່ໄດ້ເປີດປະຕູ
ເຮືອນຂອງພວກເຂົາເຈົ້າ ເພື່ອຊ່ອຍຊີວິດພວກເຮົາ ຈາກຄາດຕະກອນ”
ແລະ“ພວກ
ຄົນຜູ້ທີ່ໄດ້ຈອດລົດຂອງເຂົາເຈົ້າ ແລ້ວລົງມາຊ່ອຍເຫຼືອພວກເຮົາ.”

ພະອີມາມ ກາມາລ ຟູດາ ນຳພາພິທີທາງສາດສະໜາ ອິສລາມ ໃນວັນສຸກມື້ນີ້ ໃນເມືອງໄຄຣເຊີຈ໌ ຂອງນິວຊີແລນ, ວັນທີ 22 ມີນາ 2019.
ພະອີມາມ ກາມາລ ຟູດາ ນຳພາພິທີທາງສາດສະໜາ ອິສລາມ ໃນວັນສຸກມື້ນີ້ ໃນເມືອງໄຄຣເຊີຈ໌ ຂອງນິວຊີແລນ, ວັນທີ 22 ມີນາ 2019.

ພະອີມາມ ຟູດາ ຍັງໄດ້ຂອບໃຈ ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງ ຈາຊິນດາ
ອາເດີຣນ໌ ສຳລັບ “ການປຸ້ມລຸມຄອບຄົວຂອງພວກເຮົາໃຫ້ໃກ້ຊິດ ແລະໃຫ້ກຽດແກ່
ພວກເຮົາ ດ້ວຍການໃສ່ຜ້າຄຸມຫົວ ເທົ່ານັ້ນເອງ.”
ທ່ານໄດ້ ກ່າວວ່າ ການນຳພາຂອງ
ນາຍົກລັດຖະມົນຕີແມ່ນ “ເປັນບົດຮຽນໃຫ້ແກ່ໂລກ.”

ພວກແມ່ຍິງໃນທົ່ວນິວຊີແລນ ກໍໄດ້ພາກັນໃສ່ຜ້າຄຸມຫົວ ໃນວັນສຸກມື້ນີ້ ເພື່ອສະແດງ
ອອກເຖິງ ການສະໜັບສະໜຸນ ແລະຄວາມນັບຖືຂອງພວກເຂົາເຈົ້າ ແກ່ປະຊາຄົມ
ຊາວມຸສລິມ.

ອົງການຂ່າວຣອຍເຕີ ລາຍງານວ່າ ພວກເຈົ້າໜ້າທີ່ຕຳຫຼວດຍິງ ຢູ່ທີ່ພິທີສົ່ງສະການ
ກາງແຈ້ງ ກໍຍັງໃສ່ຜ້າຄຸມຫົວນຳດ້ວຍ ແລະຕິດດອກກຸ​ຫຼາບແດງ ໃສ່ຊຸດຂອງພວກ
ເຂົາເຈົ້າ.

ກ່ອນທີ່ພະອີມາມ ຈະເທດສະໜາ ໄດ້ມີການຮຽກຮ້ອງໃຫ້ສູດມົນພາວະນາ ຢູ່ທີ່ສວນ ສາທາລະນະ ທີ່ໄດ້ຖືກຖ່າຍທອດອອກອາກາດຜ່ານທາງວິທະຍຸ ແລະໂທລະພາບ ໄປ
ທົ່ວປະເທດ.

ພວກຄົນທັງຫຼາຍໄດ້ພາກັນສະຫງົບງຽບ ໄລຍະສອງນາທີ່ ເພື່ອໄວ້ອາໄລ ຕິດຕາມມາ
ດ້ວຍພິທີສູດມົນພາວະນາ ໃນການລຳລຶກເຖິງດວງວິນຍານຂອງພວກທີ່ໄດ້ສູນເສຍ
ຊີວິດ ຢູ່ໃນວັດອິສລາມ ນັ້ນ.

ທ່ານນາງ ອາເດີຣນ໌ ໄດ້ກ່າວວ່າ ຫຼັງຈາກພິທີສູດມົນພາວະນາແລ້ວ “ນິວຊີ ແລນ ຈະ
ໄວ້ອາໄລກັບພວກເຈົ້າ ພວກເຮົາເປັນນຶ່ງດຽວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG