ຜູ້ຕາງໜ້າຂອງອົງການແຮງງານສາກົນ ຫຼື International
Labor Organization ໃນປະເທດມຽນມາ ທ່ານ Steve
Marshall ກ່າວຕໍ່ພວກນັກຂ່າວໃນວັນອັງຄານສັບປະດາ
ຜ່ານມານີ້ວ່າ ລັດຖະບານທະຫານມຽນມາກຳລັງກະກຽມ
ຮ່າງກົດໝາຍສະບັບນຶ່ງ ທີ່ຈະອະນຸຍາດໃຫ້ມີການຈັດຕັ້ງ
ສະຫະພັນກຳມະບານຕ່າງໆຂຶ້ນໄດ້ ຢ່າງຖືກຕ້ອງຕາມກົດ
ໝາຍ ພ້ອມກັບອະນຸມັດໃຫ້ສິດທິໃນການນັດຢຸດງານໄດ້
ຊຶ່ງນັບວ່າເປັນຂີດໝາຍອີກບາດກ້າວນຶ່ງ ຂອງຮ່ອງຮອຍ ໃນການປະຕິຮູບເສດຖະກິດ.
ຮ່າງກົດໝາຍສະບັບນີ້ມີກຳນົດທີ່ຈະຍື່ນສະເໜີ ຕໍ່ສະພາ
ແຫ່ງຊາດຊຸດໃໝ່ ທີ່ໄດ້ຖືກເລືອກຕັ້ງເອົາເມື່ອເດືອນພະຈິກ
ປີກາຍ ແລະມີກຳນົດທີ່ຈະເປີດສະໄໝປະຊຸມ ນັດປະຖົມ
ມະເລີກໃນທ້າຍເດືອນນີ້. ທ່ານ Marshall ກ່າວວ່າ ຮ່າງ
ກົດໝາຍສະບັບນີ້ ແມ່ນບາດກ້າວອັນສຳຄັນກ່ຽວກັບສິດທິ
ໃນດ້ານແຮງງານຂອງມຽນມາ.
“ເປັນທີ່ຈະແຈ້ງວ່າ ບັນຫາດ້ານເສລີພາບໃນການຈັດຕັ້ງກັນເປັນສະມາຄົມ ຊຶ່ງ
ເປັນສິດທິອັນຊອບທໍາ ຂອງພວກຄົນງານແລະປະຊາຊົນ ໃນການມີຜູ້ຕາງໜ້າ ຊຶ່ງມີໂຮມທັງບັນຫາຕ່າງໆ ຕົວຢ່າງເຊັ່ນ ການຕໍ່ຮອງລວມກັນນັ້ນ ແມ່ນຈະໂຮມ
ທັງບັນຫາກ່ຽວກັບສິດທິໃນການນັດຢຸດງານປະທ້ວງ ຊຶ່ງສິດທິເຫລົ່ານີ້ຖືວ່າສໍາ
ຄັນທີ່ສຸດ ແລະຖ້າຫາກຖືກຮັບຜ່ານເປັນກົດໝາຍ ມັນກໍຈະເປັນການປ່ຽນແປງ
ຄັ້ງໃຫຍ່ ໃນແງ່ຂອງວິທີການທີ່ສັງຄົມສາມາດພັດທະນາຂື້ນມານັ້ນ.”
ລັດຖະບານທະຫານຂອງມຽນມາຫຼືພະມ້າ ໄດ້ໃຫ້ສັດຕະຍາບັນໄປແລ້ວຕໍ່ສົນທິສັນຍາ
ວ່າດ້ວຍອິດສະຫຼະພາບໃນການຈັດຕັ້ງສະມາຄົມທີ່ນາໆຊາດຮັບຮູ້ ຊຶ່ງ ເປັນມາດຕະ
ຖານທີ່ກຳນົດຂຶ້ນໂດຍອົງການແຮງງານສາກົນຫຼື ILO ນັ້ນ.
ແຕ່ທ່ານ Marshall ເວົ້າວ່າ ເຖິງແມ່ນວ່າການນຳສະເໜີຮ່າງກົດໝາຍດັ່ງກ່າວ ຈະເປັນ
ບາດກ້າວນຶ່ງໄປສູ່ການປັບປຸງຕະຫຼາດແຮງງານຢູ່ໃນມຽນມາກໍຈິງ ແຕ່ໂຄງການປະຕິຮູບ
ທົ່ວໄປ ແມ່ນຍັງສືບຕໍ່ຢູ່ໃນຂັ້ນເລີ້ມຕົ້ນທໍ່ນັ້ນ.
ສ່ວນບັນດາກຸ່ມປົກປ້ອງສິດທິມະນຸດກໍກ່າວວ່າ ເຖິງແມ່ນວ່າສະຫະພັນກຳມະບານແລະ
ສະມາຄົມຕ່າງໆ ໄດ້ເປັນສັນຍາລັກອັນສຳຄັນຂອງຊີວິດໃນດ້ານເສດຖະກິດແລະດ້ານ
ການເມືອງຢູ່ໃນມຽນມາກໍຕາມ ແຕ່ບັນດາອົງການຈັດຕັ້ງເຫຼົ່ານີ້ ກໍໄດ້ຖືກພວກທະຫານ ຄວບຄຸມຢ່າງເຄັ່ງຄັດ.
ນອກນັ້ນແລ້ວ ສະມາຊິກຂອງສະຫະພັນກຳມະບານຍັງໄດ້ຖືກຄຸມຂັງຍ້ອນກິດຈະກໍາຕ່າງໆ ທີ່ບໍ່ໄດ້ຮັບການສະໜັບສະໜຸນຈາກພວກທະຫານ. ສະມາຄົມໃຫ້ຄວາມຊ່ອຍເຫຼືອແກ່ພວກ
ນັກໂທດການເມືອງມຽນມາ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຢູ່ໃນປະເທດໄທ
ກ່າວວ່າ ຈາກຈຳນວນພວກນັກການເມືອງ 2,400 ກ່ວາຄົນທີ່ຖືກຄຸມຂັງຢູ່ໃນເວລານີ້ 44 ຄົນ ແມ່ນພວກນັກເຄື່ອນໄຫວດ້ານແຮງງານ.
ເປົ້າໝາຍຫຼັກຂອງອົງການ ILO ໃນມຽນມາກໍຄືໃຫ້ການຊ່ອຍເຫຼືອເພື່ອຍຸຕິການບີບບັງຄັບ
ໃຊ້ແຮງງານ ແລະທາງອົງການໄດ້ມີຂໍ້ຕົກລົງກັບລັດຖະບານທະຫານ ເພື່ອໃຫ້ປະຊາຊົນ
ສາມາດຍື່ນໜັງສືຮ້ອງຮຽນຕໍ່ສຳນັກງານອົງການແຮງງານສາກົນ ປະຈຳມຽນມາໄດ້. ໃນປີ
ກາຍນີ້ ອົງການແຮງງານສາກົນໄດ້ຮັບໜັງສືຮ້ອງ ທຸກ 370 ສະບັບ ຊຶ່ງເປັນຂີດໝາຍ
ການເພີ້ມຂຶ້ນຢ່າງຫຼວງຫຼາຍ ຈາກໄລຍະ ສອງ-ສາມປີທີ່ຜ່ານມາ.
ທ່ານ Marshall ເວົ້າວ່າ ອົງການແຮງງານສາກົນຍັງສືບຕໍ່ມີຄວາມເປັນຫ່ວງ ກ່ຽວກັບ
ບັນຫາແຮງງານເດັກນ້ອຍ ທີ່ຍັງມີຢູ່ຕໍ່ມາ ແລະການເກັບເກນເອົາພວກເດັກນ້ອຍໄປເປັນ
ທະຫານຢູ່ໃນກອງທັບມຽນມານັ້ນ ແຕ່ຂະນະດຽວກັນ ທ່ານກໍກ່າວວ່າ ມີຮ່ອງຮອຍບາງ
ຢ່າງທີ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ໃນການຮັບມືກັບກອງທັບຂອງມຽນມາ.
“ໃນບັນຫາເລຶ່ອງທະຫານເດັກນັ້ນ ແມ່ນແລ້ວ ກໍມີການເຄຶ່ອນໄຫວ ໂດຍທົ່ວໄປ
ໃນທາງບວກ. ຕົວຢ່າງໃນປີຜ່ານມານີ້ ກໍມີເດັກນ້ອຍ ຈໍານວນ 73 ຄົນ ທີ່ຖືກ
ປ່ອຍຕົວໃຫ້ໄດ້ຮັບອິສະລະພາບ ແລະໃຫ້ພົ້ນຈາກໜ້າທີ່ເປັນທະຫານ ອັນເປັນ
ຜົນສືບເນື່ອງມາຈາກການຮ້ອງທຸກໄປຍັງອົງການແຮງງານສາກົນຫລື ILO ນັ້ນ.”
ເມື່ອໄວໆມານີ້ ລັດຖະບານທະຫານມຽນມາໄດ້ປະກາດກ່ຽວກັບໂຄງການເຂົ້າຮັບໃຊ້ຢູ່ໃນ
ກອງທັບແຫ່ງຊາດ ສຳລັບທັງພວກຜູ້ຊາຍແລະແມ່ຍິງ ຊຶ່ງອາດຈະມີຜົນບັງຄັບ ເລີ້ມແຕ່ປີ 2012 ເປັນຕົ້ນໄປ.
ກອງທັບມຽນມາ ທີ່ປະເຊີນກັບບັນຫາຕ່າງໆ ໃນການເກັບເກນເອົາທະຫານໃໝ່ ແລະການ
ໂຕນທັບນັ້ນ ໄດ້ຫັນໄປເກນເອົາພວກທີ່ມີອາຍຸຕໍ່າກວ່າໄວເຂົ້າທະຫານ ໂດຍໃຊ້ພວກນາຍ
ໜ້າຫາແຮງງານ. ທ່ານ Marshall ກ່າວຕື່ມວ່າ ເປັນທີ່ຄາດ ກັນວ່າ ຂໍ້ສະເໜີກ່ຽວກັບການ
ເຂົ້າຮັບໃຊ້ຊາດ ຈະມີຜົນກະທົບໂດຍກົງ ຕໍ່ການເກັບເກນເອົາພວກເດັກນ້ອຍ.
ທ່ານ Marshall ເວົ້າຕື່ມວ່າ ພວກເດັກນ້ອຍຫຼາຍໆຄົນໄດ້ຖືກຫຼອກໃຫ້ເຂົ້າໄປຮັບໃຊ້ໃນ
ກອງທັບ ຫລືຖືກບັງຄັບໃຊ້ແຮງງານ ຍ້ອນຄວາມທຸກຍາກ ເວລາຄອບຄົວຂອງພວກເຂົາເຈົ້າ
ບໍ່ສາມາດຈ່າຍຄ່າຮໍ່າຮຽນໃຫ້ພວກເດັກນ້ອຍເຫຼົ່ານັ້ນ.
ແຕ່ການບີບບັງຄັບໃຊ້ແຮງງານ ແມ່ນຍັງສືບຕໍ່ເປັນບັນຫາໃຫຍ່ ໃນທົ່ວມຽນມາ ຊຶ່ງພວກ
ກຸ່ມປົກປ້ອງສິດທິມະນຸດໄດ້ກ່າວອ້າງເຖິງໝູ່ບ້ານຕ່າງໆ ທີ່ພວກຊາວບ້ານໄດ້ຖືກບັງຄັບໃຫ້
ໄປສ້າງຖະໜົນຫົນທາງແລະວຽກການອື່ນໆສຳລັບກອງທັບ ຂະນະທີ່ພວກນັກໂທດ ກໍໄດ້
ຖືກເກັບເກນໄປເຮັດວຽກຢູ່ຕາມອຸດສາຫະກຳ ຕ່າງໆໃນເຂດທ້ອງຖິ່ນ.
ເປັນທີ່ຄາດກັນວ່າ ຈະມີການຊັ່ງຊາຕີລາຄາເພີ່ມຕື່ມ ກ່ຽວກັບການປະຕິບັດໃນດ້ານແຮງງານ
ຂອງມຽນມາ ໃນເດືອນກຸມພາຈະມານີ້ ເວລາຄະນະປະຕິບັດງານຂອງອົງການ ILO ທີ່ຈະມີຮວມທັງພວກນັກຊ່ຽວຊານທາງດ້ານແຮງງານນໍານັ້ນ ຈະຊັ່ງຊາຕີລາຄາເບິ່ງການປະຕິຮູບ ແລະກົດໝາຍແຮງງານໃໝ່ ຂອງມຽນມາ.