ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍຄົນນຶ່ງ ຖືກກ່າວຫາ ໃນການຫາຍສາບສູນ ຂອງ ນັກສຶກສາຈີນ


ຮູບນາງ Yingying Zhang ນັກສຶກສາຈີນ ທີ່ຫາຍສາບສູນຈາກ ມະຫາວິທະຍາໄລ Illinois.
ຮູບນາງ Yingying Zhang ນັກສຶກສາຈີນ ທີ່ຫາຍສາບສູນຈາກ ມະຫາວິທະຍາໄລ Illinois.

ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ລັກພາ​ໂຕນັກຮຽນ​ຈີນ ​ທີ່ເຂົ້າ​ຢູ່ມະຫາວິທະຍາ​ໄລ
Illinois ວິທະຍາ​ເຂດ Urbana-Champaign ໃນພາກກາງຂອງ​ສະຫະລັດ.

ທ້າວ Brent Christensen ຜູ້ມີ​ອາຍຸ 28 ປີ​ໄດ້​ຖືກ​ກ່າວ​ຫາ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ລັກ
ພາ​ໂຕນາງ Yingying Zhan ອາຍຸ 26 ປີ. ພວກ​ເຈົ້າ​ໜ້າ​ທີ່​ເຊື່ອວ່າ ນາງ Zhang ​ໄດ້​
ເສຍ​ຊີວິດ​ແລ້ວ.

ທ້າວ Christensen ຈະ​ໄປ​ປາກົດ​ໂຕ ​ຢູ່​ສານ ໃນ​ວັນ​ຈັນ​ຈະ​ມານີ້.

ນາງ Zhang ​ໄດ້​ຖືກ​ລັກພາ​ໂຕ ​ໃນ​ວັນ​ທີ 9 ມິຖຸນາ ​ໃນ​ຂະນະ​ທີ່​ນາງ​ກຳລັງ​ໄປ​ເຊັນ​
ສັນ​ຍາ​ເຊົ່າ​ຫ້ອງ​ພັກໃນ​ເມືອງ Urbana ລັດ Illinois.

ບັນດາ​ຜູ້​ສື​ບສວນ​ກ່າວ​ວ່າ ພາບ​ວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນວ່າ ​ຍິງ​ສາວ​ຜູ້ນີ້ເຂົ້າ​ໄປ​ໃນ​
ບ່ອນ​ນັ່ງ​ທາງ​ໜ້າ​ ລົດ Saturn Astra ສີ​ດຳ ທີ່​ມີ​ລັກສະນະຄື​ກັນກັບ​ລົດ ຂອງ​ທ້າວ Christensen.

ອີງ​ຕາມເອກ​ກະສາ​ນຢັ້ງຢືນຂອງອົງການສັນຕິ​ບານ​ກາງ FBI ທີ່ຍືນ​ຕໍ່ສານ​ລັດຖະ
ບານ​ກາງ​ແລ້ວ ທ້າວ Christensen ​ໄດ້​ຢູ່​ພາຍ​ໃຕ້​ການ​ສີ້​ງຊອມ ​ເວລາ​ພວກ​ນັກ​
ສືບ​ໄດ້​ຍິນ​ລາວເວົ້າວ່າ ລາວ​ໄດ້​ລັກພາ​ໂຕ​ນາງ Zhang.

​ເອກ​ກະສາ​ນຂອງ​ສານ​ກ່າວ​ວ່າ ທ້າວ Christensen ​ໄດ້​ບອກ​ແກ່​ບັນດາ​ຜູ້​ສືບ​ສວນ
​ວ່າ ລາວ​ໄດ້​ຢຸດ​ຮັບ​ເອົາແມ່ຍິງ "​ເອ​ເຊຍ” ​ແຕ່​ໄດ້​ປ່ອຍ​ນາງອອກ​ຈາກ​ລົດ ​ເວລາ​ນາງ​
ຕື່ນ​ຕົກ​ໃຈ ຫລັງ​ຈາກ​ລາວ​ລ້ຽວລົດ​ຜິດທາງ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG