ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນ ຄົນເຂົ້າເມືອງ ຜິດກົດໝາຍ ຈາກເມັກຊິໂກ ຫຼຸດລົງ (ເບິ່ງວີດີໂອ)


ຮູບພາບບັນທຶກຂອງຊາວເມັກຊິໂກ ທີ່ເຂົ້າເມືອງຜິດກົດໝາຍ
ຮູບພາບບັນທຶກຂອງຊາວເມັກຊິໂກ ທີ່ເຂົ້າເມືອງຜິດກົດໝາຍ

ມີລາຍ​ງານ​ໃໝ່ວ່າ ຈໍານວນ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ທີ່​ມາ​ຈາກເມັກຊິ​ໂກຢູ່ໃນ​ສະຫະ
ລັດ ​ໄດ້​ຫລຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ​ໃນຮອບ 40 ປີ​ທີ່​ຜ່ານ​ມາ.

ສູນ​ກາງ​ຄົ້ນ​ຄົ້ວ Pew ກ່ຽວ​ກັບ​ພວກ​ທີ່​ປາກ​ພາສາ​ສະເປ​ນ ຫຼື Pew Hispanic
Center ທີ່​ກຸ​ງວໍ​ຊິງ​ຕັນກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ມີຊາວເມັ​ກຊິໂກ ​ປະມານ 6 ລ້ານ 1
ແສນ​ຄົນ ​ໄດ້​ພາກັນ​ເຂົ້າມາ​ຢູ່​ຢ່າງຜິດ ກົດໝາຍໃນສະ​ຫະລັດໃນ​ປີ​ແລ້ວ​ນີ້​ຊຶ່ງ​ຫລຸດ​ລົງ
ຈາກຈໍາ​ນວນ​ 7 ລ້ານ​ຄົນໃນ​ປີ 2007.

ລາຍ​ງານ​ຂອງສູນ​ກາງ PEW ​ໄດ້​ອ້າງ​ເຫດຜົນວ່າ ​ເປັນການ​ບໍ່​ມີ​ວຽກ​ເຮັດ​ງານທຳ​ໃນ
ເສດຖະກິດ​ທີ່​ພວມ​ຊັກ​ຊັກລົງ​ຂອງສະຫະລັດແລະການ​ເນລະ​ເທດທີ່​ມີ​ເພີ່ມ​ຂຶ້ນ.
ຊາວ​ເມັກ​ຊິໂກບາງ​ຄົນ​ພາກັນກ່າວ​ວ່າ ຄວາມ​ຮຸນ​ແຮງ​ຂອງ​ກຸ່​ມກໍ່​ອາ​ຊະ​ຍາ​ກຳທີ່​ຄວບ​ຄຸມ
ເຂດເໜືອຂອງເມັກ​ຊິ​ໂກຕິດ​ ກັບຊາຍ​ແດນ​ຂອງສະຫະລັດນັ້ນ ​ກໍ​ແມ່ນ​ສ່ວນ​ນຶ່ງ​ທີ່​ເຮັດ
ໃຫ້​ຈຳນວນ​ຄົນ ​ເຂົ້າ​ເມືອງຫລຸດລົງ.

ການ​ເພີ່ມ​ຂຶ້ນ​ຂອງ​ພວກຄົນ​ເຂົ້າ​ເມືອງ​ໃນ​ຕົ້ນຊຸມ​ປີ 1970 ​ໄດ້​ນໍາ​ເອົາຊາວ​ເມກ​ຊິ​ໂກຫລາຍ
ລ້ານ​ຄົນ​ເຂົ້າ​ມາ​ຢູ່​ໃນສະຫະລັດເ​ພື່ອຊອກ​ຫາ​ວຽກ​ການ​ເຮັດ ​ແລະຢາກ​ໃຫ້​ລູ​ກ​ເຕົ້າຂອງ
ພວກ​ເຂົາ​ເຈົ້າມີ​ໂອກາດທາງ​ດ້ານ ເສດຖະກິດ​ອັນ​ກວ້າງ​ໃຫ່ຍ ​ແລະດ້ານ​ສັງຄົມ​ທີ່​ດີ​ຂຶ້ນ.

ເບິ່ງວີດີໂອລາຍງານ ກ່ຽວກັບບັນຫາຄົນເຂົ້າເມືອງຜິດກົດໝາຍໃນລັດແອຣີໂຊນາ:

XS
SM
MD
LG