ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນຖືກນາໆຊາດ ໂຈມຕີຢ່າງໜັກ ຍ້ອນການຜ່າຕັດ ເອົາອະໄວຍະວະ ນັກໂທດ (ວີດີໂອ)


International Campaign Targets Organ Harvesting in China
please wait

No media source currently available

0:00 0:03:35 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ຂະນະ​ນີ້ ຄວາມ​ສົນ​ໃຈ​ ຂອງນານາ​ຊາດ ​ແມ່ນ​ກໍາລັງ​ແນ​ໄປ​ໃສ່
ພາກ​ປະຕິບັດ​ຂອງ​ປະ​ເທດ​ຈີນ ​ໃນການບັງຄັບເອົາ​ອະ​ໄວ​ຍະ​ວະ
​ຈາກຮ່າງກາຍ​ ຂອງພວກ​ນັກ​ໂທດຈິດ​ສໍານຶກ ​ແລະ ສະ​ມາ​ຊິກ
​ຂອງກຸ່ມສາສະໜາ​ແລະຊົນ​ເຜົ່າ​ສ່ວນ​ນ້ອຍ ຕາມ​ທີ່​ມີ​ການກ່າວ​
ຫາ​ນັ້ນ. ​ເມື່ອ​ວັນ​ທີ 12 ທັນວາ​ຜ່າ​ນມາ​ນີ້ ລັດຖະ ສະພາ​ຢູ​ໂຣບ
​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ຍຸຕິການ​ປະຕິບັດດັ່ງກ່າວ​ນີ້ ​ແລະ​ສະພາ​ຕໍ່າ
ສະຫະລັດກໍ​ກໍາລັງ​ພິຈາລະນາ​ຈະ​ອອກ​ມະຕິ​ທໍານອງ​ດຽວ​ກັນ​.
ຜູ້​ສື່ຂ່າວ​ ວີ​ໂອ​ເອ Elizaeth Lee ມີລາຍ​ງານມາ​ຈາກນະຄອນ
Los Angeles ລັດ California ກ່ຽວ​ກັບການ​ປຸກລະດົມ​ທີ່​ກໍາ
ລັງ​ກໍ່​ຕັ້ງ​ຂຶ້ນ​ມາ ເພື່ອ​ຍຸຕິຈີນ ​ໃຫ້​ເຊົາເກັບ​ກ່ຽວ​ເອົາ​ອະ​ໄວ​ຍະ​ວະ​
ຈາກ​ພວກ​ນັກ​ໂທດ. ທອງ​ປານ ມີ​ລາຍ​ລະ ອຽດ​ມາສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ຢູ່​ໜ້າ​ບໍລິ​ເວນ​ສະຖານ​ກົງສຸນ​ຈີນ ທີ່​ນະຄອນ​ລອສ ​ແອນ​ຈີ​ແລ​ສ ພວກ​ປະຕິບັດສາສະໜາ
ຟາ​ຫຼຸ​ນ ກົງ ທີ່​ພາກັນ​ປະ​ທ້ວງ ກ່າວ​ຫາລັດຖະບານ​ຈີນ​ວ່າ​ ​ບັງຄັບ​ຕັດເອົາ​ເອົາ​ອະ​ໄວ​ຍະວະ​
ຂອງ​ພວກ​ນັກ​ໂທດ ທີ່​ເປັນ​ສະມາຊິກຂອງ​ກຸ່ມ ​ຟາ​ຫຼຸ​ນ ກົງ​.

ນາງ Zeng Zheng ເວົ້າສູ່​ຟັງ ​ເຖິງປະສົບ​ປະການ​ຂອງ​ນາງ ຫຼັງ​ຈາກ​ນາງຖືກ​ຈັບ​ກຸມ.

ນາງ Zheng ​ເວົ້າ​ວ່າ: “​ໃນ​ມື້​ທີ່​ພວກ​ເຮົາ​ຖືກ​ຍ້າຍ​ຈາກ​ສູນ​ກັກຂັງ​ ໄປ​ຍັງ​ຄ້າຍ​ສັບ
ພະ​ທຸກ ຄົນ​ທີ່​ພວກ​ເຮົາ​ເຫັນ​ນັ້ນ ເຮັດ​ໃຫ້​ພວກ​ເຮົາ​ປະຫຼາດ​ໃຈ​ທີ່​ສຸດ ​ເພາະບໍ່​
ແມ່ນ​ຕໍາຫຼວດຍາມ​ ​ແຕ່​ເປັນ​ນາຍ​ໝໍ​ຄົນ​ນຶ່ງ. ພວກ​ເຮົາ​ຖືກ​ສົ່ງໄປ​ຍັງ​ສະຖານ​ທີ່
ລັບ​ລີ້ແຫ່ງນຶ່ງ ບ່ອນ​ທີ່​ນາຍ​ໝໍ​ຄົນ​ນຶ່ງ​ລໍຖ້າ​ພວກ​ເຮົາຢູ່ ເພື່ອ​ສອບ​ປາກ​ສອບ​ຄໍາ
​ພວກ​ເຮົາ​ ກ່ຽວ​ກັບ ປະຫວັດ​ດ້ານການແພດຂອງ​ພວກ​ເຮົາ.”


ທາງ​ Dana Churchill ກໍ​ເວົ້າ​ວ່າ ອະ​ໄວ​ຍະ​ວະ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ພວກ ​ຟາ​ຫຼຸ​ນ ກົງ.

Dana Churchill ​ເປັນສະມາ​ຊິກ​ກຸ່ມ ​ຟາ​ຫຼຸ​ນ ກົງ ທີ່​ປະ​ຈໍາຢູ່ກັບກຸ່ມ​ນາຍ​ໝໍ​ຕໍ່ຕ້ານການ
ບັງ​ຄັບ​ເກັບ​ກ່ຽວ​ເອົາ​ອະ​ໄວ​ຍະ​ວະ ຫຼື Doctors Against Forced Organ Harvesting
​ທີ່​ທໍາ​ງານ​ຢ່າງ​ໃກ້ຊິດ​ກັບກຸ່ມ​ ຟາ​ຫຼຸ​ນ ກົງ.

ທ້າວ Churchill ​ເວົ້າ​ວ່າ: “​ມີ​ພວກປະຕິບັດ​ສາສະໜາ ຟາ​ຫຼຸ່ນກົງ ປະມານຫົກ​ສິບ​
ຫ້າ​ພັນ​ຄົນ ທີ່​ຖືກ​ຄາດ​ຕະກໍາ​ເພື່ອ​ຕັດ​ເອົາ​ອະ​ໄວ​ຍະ​ວະ​ຂອງ​ເຂົາ​ເຈົ້າ ຈາກ​ຕັ້ງ​
ແຕ່ປີ 2001 ຈົນ​ເຖິງ​ ປະມານ​ປີ 2006, 2007”


​ເຈົ້າໜ້າ​ທີ່​ລັດຖະບານ​ຈີນ​ຄົນ​ນຶ່ງ ​ທີ່​ໃຫ້​ສໍາພາດ​ກັບ​ໜັງສືພິມລາຍ​ວັນ​ ພາສາອັງກິດ China
Daily ປະຕິເສດ​ຂໍ້​ກ່າວ​ຫາ​ດັ່ງກ່າວ​ນັ້ນ ວ່າ​ເປັນເລຶ່ອງທີ່​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນມາ​ ໂດຍ​ກຸ່ມ
ຟາ​ຫຼຸ​ນກົງ​ຫຼາຍ​ກວ່າ. ​ເຈົ້າໜ້າ​ທີ່​ຄົນ​ນັ້ນ​ເວົ້າ​ຕໍ່​ໄປ​ວ່າ ບໍ່​ມີ​ສະມາຊິກ ​ຟາຫຼຸ​ນກົງ ​ຈັກຄົນ
ເລີຍ ທີ່​ຖືກ​ບັງຄັບ​ເອົາ​ອະ​ໄວ​ຍະ​ວະ.

ທ່ານ Harry Wu ​ປະ​ຈໍາ​ມູນ​ນິທີ​ຄົ້ນຄວ້າ Lao Gai ໄດ້​ຖືກ​ກັກ​ຂັງຢູ່​ໃນ​ຄ້າຍ​ສັບພະ​ທຸກ ​ເປັນ​ເວລາ 19 ປີ.​ ໃນບັ້ນ​ສຸດ​ທ້າຍ ທ່ານ​ໄດ້​ເປັນ​ສັນຊາດ​ອາ​ເມຣິກາ ​ແລະ​ເປັນ​ນັກ​ເຄຶ່ອນ​
ໄຫວ​ດ້ານ​ສິດທິ​ມະນຸດ​ຜູ້​ມີ​ຊື່​ສຽງ​ຄົນ​ນຶ່ງ. ທ່ານ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ກ່າວຫາ​ຂອງ​ກຸ່ມ​ຟາ​
ຫຼຸນກົງນັ້ນ​.

ທ່ານ ວູ ​ເວົ້າ​ວ່າ: “ຖ້າ​ເຮົາ​ຢາກ​ປະ​ທ້ວງ ຢາກ​ໂຕ້​ແຍ້​ງ ຢາກ​ໄປ​ປະກົດ​ຕົວ​ຢູ່​ຕໍ່ໜ້າ​ລັດຖະບານ​ຈີນ​ ມັນ​ກໍ​ໄດ້​ຢູ່ ​ແຕ່​ຂ້ອຍ​ໄດ້​ບອກ​ກຸ່ມ​ຟາ​ຫຼຸ​ນກົງ ຢ່າງ​ຊັດ​ເຈນ​ທີ່​ສຸດ​
ແລ້ວ​ວ່າ ​ເຂົາ​ເຈົ້າຕ້ອງ​ມີ​ຫຼັກ​ຖານ​ຕົວ​ຈິງເສຍ​ກ່ອນ.”


ທ່ານ ວູ ​ໄດ້​ໂອ້​ລົມ ​ກັບ​ພວກ​ຄົນ​ເຈັບແລະ​ນາຍ​ໝໍຫຼາຍຄົນຢູ່​ໃນ​ຈີນ ​ແລະເວົ້າວ່າ ການ
ຕັດເອົາ​ອະ​ໄວ​ຍະ​ວະ​ຕ່າງໆ​ ຈາກ​ນັກ​ໂທດ​ທີ່​ຖືກ​ປະຫານ​ນັ້ນ ​ຍັງ​ມີ​ຢູ່ຕໍ່ມາ ​ແຕ່​ກໍໄດ້ມີ​ການ
ປ່ຽນແປງ​ໃນນະ​ໂຍບາຍດັ່ງກ່າວແລ້ວ.

ທ່ານ ວູ ​ເວົ້າ​ວ່າ: “​ແຕ່​ກ່ອນຈົນ​ມາ​ຮອດ​ມື້ນີ້​ ​ແມ່ນເປັນ​ເວລາ​ໄດ້​ຫຼາຍ​ກວ່າ 30 ປີ
ແລ້ວ ທີ່​ຈີນ​ໄດ້ຜ່າ​ຕັດ​ເອົາ​ອະ​ໄວ​ຍະ​ວະ​ຈາກ​ນັກ​ໂທດ​ທີ່​ຖືກ​ປະຫານ. ຖ້າ​ເຮົາ​ຄິດ​
ກະ​ປະມານ​ແບບ​ຕໍ່າໆ​ ​ແບບ​ວ່າ ມີນັກ​ໂທດ​ຖືກ​ປະຫານ​ໄປປີ​ລະ ປະມານ 4,000
ຄົນ. 30 ປີ ກໍ​ໝາຍ​ຄວາມ​ວ່າ​ເປັນ 120 ພັນ​ຄົນ. ມັນ​ກໍເປັນຈໍານວນ​ຫຼວງ​ຫຼາຍ​
ສົມຄວນ.”


Dr. Gabriel Danovitch ນາຍ​ໝໍ​ປະ​ຈໍາ​ມະຫາ​ວິທະຍາ​ໄລ University of California
ທີ່ Los Angeles ແລະ​ເປັນ​ສະມາຊິກ​ ສະມາຄົມຜ່າຕັດ​ອະ​ໄວ​ຍະ​ວະ ຫຼືທີ່​ຮູ້​ກັນ​ວ່າ
TTS ​ເວົ້າວ່າ ຂະນະ​ນີ້ TTS ກໍາ​ລັງ​ປະຕິບັດ​ງານ​ກັບ​ລັດຖະບານ​ຈີນ ​ເພື່ອຈັດ​ຕັ້ງ​ການ​ລົງ
ທະບຽນປ່ຽນ​ອະ​ໄວ​ຍະ​ວະ ທີ່​ຄ້າຍຄື​ກັບທີ່​ປະຕິບັດ​ກັນຢູ່ສະຫະລັດແລະ​ຢູ​ໂຣບ ໃນ​ເວລາ​ນີ້.

Dr. Danovitch ​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ເຊື່ອ​ວ່າ ໄດ້​ມີການ​ຕັດ​ໃຈໃນ​ເລື່ອງ​ນີ້ໄປ​
ແລ້ວ ຢູ່ໃນ​ລະດັບ​ເຈົ້າໜ້າ​ທີ່​ສູງສຸດ​ຂອງ​ລັດຖະບານ​ຈີນ ​ແລະ​ໃນ​ກະຊວງສາທາ
ລະນະ​ສຸກ ​ແລະ​ກໍ​ມີ​ການ​ເຂົ້າ​ໃຈ​ກັນ​ດີ​ແລ້ວ​ວ່າ ການ​ປະຕິບັດ​ແບບນີ້​ຈະຕ້ອງໄດ້
ຍຸຕິ​ລົງ.”


Dr. Danovitch ​ເວົ້າ​ວ່າ ຈີນ​ຍັງ​ຈະຕ້ອງ​ໄດ້​ປ່ຽນ​ແປງ​ລະບົບ​ ທີ່ຈັດ​ສະໜອງ​ອະ​ໄວ​ຍະວະ
ໃຫ້​ແກ່​ພວກຄົນ​ຮັ່ງມີ ນັ້ນ​.

Dr. Danovitch ​ເວົ້າ​ວ່າ: “ຖ້າ​ຈະ​ເວົ້າ​ແລ້ວ ຈີນ​ເກືອບ​ວ່າ​ເປັນ​ຄື​ກັນ​ກັບຮ້ານ​ສັບ
ພະ​ສິນຄ້າ​ກໍ​ວ່າ​ໄດ້ ສໍາລັບ​ບໍລິການ​ອະ​ໄວ​ຍະ​ວະ​ທຸກ​ຢ່າງ ​ໃຫ້​ແກ່ຜູ້ຄົນ​ທີ່​ມາ​ຈາກ​
ທົ່ວ​ໂລກ ​ມາ​ຊຶ້​ອະ​ໄວ​ຍະ​ວະ​ເຫຼົ່າ​ນັ້ນ ​ແລະ​ກໍ​ຈ່າຍ​ໃນ​ລາຄາ​ແພງ​ທີ່​ສຸດ ດ້ວຍ.”


ກຸ່ມ​ນາຍ​ໝໍ ​ແລະ​ ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດ ​ເວົ້າ​ວ່າ ການ​ປ່ຽນ​ແປງຈະ​ບໍ່​ເກີດຂຶ້ນ​ໄດ້​ໃນ​ຄືນ​ດຽວ ​ແຕ່ Dr. Danovitch ກໍ​ຫວັງ​ວ່າ ຄວາມ​ກົດດັນ​ຈາກ​ນານາ​ຊາດ ຈະ​ເຮັດ​ໃຫ້​ຈີນ
ຫັນປ່ຽນ​ໄປ​ໃຊ້​ວິທີ​ທີ່​ມີ​ຈະລິ​ຍະ​ທໍາ ສໍາລັບ​ການຊອກ​ເອົາອະ​ໄວ​ຍະ​ວະນັ້ນ.
XS
SM
MD
LG