ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າ ນາຍທຶນມີສ່ວນສໍາຄັນ ໃນການລັກລອບ ຕັດໄມ້ເຖື່ອນ


ໄມ້ທ່ອນທີ່ຖືກລັກລອບຕັດມາ ເພື່ອນໍາອອກຂາຍໄປຕ່າງປະເທດ ຢ່າງຜິດກົດໝາຍ ຢູ່ໃນລາວ
ໄມ້ທ່ອນທີ່ຖືກລັກລອບຕັດມາ ເພື່ອນໍາອອກຂາຍໄປຕ່າງປະເທດ ຢ່າງຜິດກົດໝາຍ ຢູ່ໃນລາວ

ເຈົ້າໜ້າທີ່ລາວຢືນຢັນວ່າ ບັນດານັກທຸລະກິດຫລືນາຍທຶນ ມີສ່ວນຢ່າງສໍາຄັນໃນການລັກ ລອບຕັດໄມ້ ເພື່ອການຄ້າຜິດກົດໝາຍຢູ່ໃນລາວ ໂດຍສະເພາະແມ່ນຢູ່ເຂດຊາຍແດນຕິດ ກັບປະເທດເພື່ອນບ້ານ.

ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ລາວ ໃຫ້ການຢືນຢັນວ່າສາເຫດທີ່
ສໍາຄັນປະການນຶ່ງ ທີ່ເຮັດໃຫ້ສະພາບປ່າໄມ້ຂອງລາວມີລະດັບຄວາມໜາແໜ້ນລົດລົງຢ່າງ
ຕໍ່ເນື່ອງໃນໄລຍະ 20 ປີມານີ້ ກໍຄືການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໂດຍມີ
ເຈົ້າໜ້າທີ່ຂອງລັດຖະບານລາວບາງຄົນ ຫລືບາງກຸ່ມໃຫ້ການຮ່ວມມືໃນການກະທໍາຄວາມ ຜິດດັ່ງກ່າວດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ລັດຖະບານລາວໄດ້ດໍາເນີນມາດຕະການເກືອດຫ້າມການສົ່ງອອກ
ໄມ້ທ່ອນໄປຍັງຕ່າງປະເທດ ດ້ວຍການເນັ້ນໜັກສົ່ງເສີມການແປຮູບເປັນຜະລິດຕະພັນໄມ້
ສໍາເລັດຮູບເພື່ອສົ່ງອອກຫລາຍຂຶ້ນ ອັນຖືເປັນມາດຕະການນຶ່ງຂອງການລຸດຜ່ອນການຕັດ
ໄມ້ທໍາລາຍປ່າໃນລາວດ້ວຍແລ້ວ ກໍຍັງເຮັດໃຫ້ໄມ້ມີລາຄາແພງຂຶ້ນ ຈຶ່ງເຮັດໃຫ້ບັນດານັກ
ຄ້າໄມ້ຫລືກຸ່ມນາຍທຶນນັ້ນ ໄດ້ພາກັນພະຍາຍາມດໍາເນີນການໃນທຸກວິຖີທາງເພື່ອເຮັດໃຫ້
ພວກຕົນສາມາດຕັດໄມ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້ ຈຶ່ງເປັນທີ່ມາຂອງການລັກລອບ
ຕັດໄມ້ເພື່ອການຄ້າຜິດກົດໝາຍນັ້ນເອງ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ລາວໄດ້ໃຫ້
ການອະທິບາຍ ເຖິງສະພາບການທີ່ເກີດຂຶ້ນດັງກ່າວວ່າ:

“ຖ້າວ່າພວກເຮົາຍັງບໍ່ທັນໄດ້ໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ກະທໍາຄວາມຜິດ ຫລື ວ່າພວກນາຍທຶນທີ່ຊື້ໄມ້ຂາຍໄມ້ ທີ່ຍັງບໍ່ທັນເຮັດຢ່າງຖືກຕ້ອງນີ້ ຂັ້ນບໍ່ເດັດຂາດກໍ
ຖືວ່າກໍຍັງເປັນບັນຫາທີ່ໜັກໜ່ວງຢູ່ກັບພວກເຮົານີ້ ເພາະວ່າທໍາມະດາເມື່ອມັນມີ
ຕະຫລາດກໍແນ່ນອນ ເຖິງຈະ
ຫຍຸ້ງຍາກ ມັນເປັນລັກສະນະຂອງຄົນເນາະ ມັນກໍໍ
ທໍາມະດາ ມັນກໍຈະຕ້ອງຂຸດຄົ້ນຫາຕອບສະໜອງ ອັນນີ້ມັນກໍທໍາມະດາ.”

ການເຊັນສັນຍາລະຫວ່າງລາວກັບບໍລິສັດຈີນ ເລື້ອງການລົງທຶນພັດທະນາດ້ານກະສິກໍາທັນ ສະໄໝຢູ່ລາວ
ການເຊັນສັນຍາລະຫວ່າງລາວກັບບໍລິສັດຈີນ ເລື້ອງການລົງທຶນພັດທະນາດ້ານກະສິກໍາທັນ ສະໄໝຢູ່ລາວ

ເຈົ້າໜ້າທີ່ກົມປ່າໄມ້ລາວ ຍັງໄດ້
ລະບຸດ້ວຍວ່າ ການລົງທຶນຈາກ
ຕ່າງປະເທດ ໂດຍສະເພາະແມ່ນ
ການລົງທຶນຂອງຈີນໃນລາວ ທີ່
ເພີ່ມຫລາຍຂຶ້ນນັບມື້ ກໍມີສ່ວນ
ສົ່ງຜົນກະທົບໃນດ້ານລົບຕໍ່ສິ່ງ
ແວດລ້ອມທໍາມະຊາດໃນລາວ
ຢ່າງກວ້າງຂວາງດ້ວຍເຊັ່ນກັນ.

ທັງນີ້ກໍເນື່ອງຈາກວ່າ ບັນດາ
ບໍລິສັດຈາກຈີນ ທີ່ລົງທຶນໃນ
ພາກກະສິກໍາທີ່ມີການເຊົ່າທີ່
ດິນເປັນບໍລິເວນກວ້າງ ເພື່ອປູກພືດເສດຖະກິດ ເຊັ່ນຢາງພາລາ ໄມ້ວິກຫລືຢູຄາລິບຕັສ ມັນ
ຕົ້ນ ອ້ອຍສາລີ ແລະຖົ່ວຕ່າງໆນັ້ນ ກໍປະກົດວ່າບັນດາບໍລິສັດຈາກຈີນນັ້ນ ຕ່າງກໍໄດ້ພາກັນ
ຖືໂອກາດຕັດໄມ້ທໍາລາຍປ່າຢູ່ໃນເຂດເຊົ່າຫລືເຂດສໍາປະທານຂອງພວກຕົນຢ່າງກວ້າງຂວາງ
ແລະໃນຫລາຍໆກໍລະນີ ກໍຍັງໄດ້ບຸກລຸກເຂົ້າໄປໃນເຂດປ່າສະຫງວນແຫ່ງຊາດອີກດ້ວຍ.

ທາງດ້ານອົງການເຄືອຂ່າຍອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸມແມ່ນໍ້າຂອງ ກໍ
ໄດ້ລາຍງານວ່າ ການລັກລອບຕັດໄມ້ໃນລາວໄດ້ການເປັນບັນຫາທີ່ໃຫຍ່ຂຶ້ນນັບມື້ ໂດຍ
ເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນຫລາຍທີ່ສຸດໃນລາວນັ້ນ ກໍແມ່ນເຂດຊາຍ
ແດນທີ່ຕິດຕໍ່ກັບຫວຽດນາມ ຈີນ ໄທ ຊຶ່ງປະມານການວ່າ ມີການລັກລອບຕັດໄມ້ ແລະ
ຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວນີ້ ໃນປະລິມານຮວມກັນ ຫລາຍກວ່າ
200,000 ເມັດກ້ອນ ໃນແຕ່ລະປີ.

ຈາກການສໍາຫລວດສະພາບປ່າໄມ້ໃນລາວເມື່ອປີ 1992 ນັ້ນ ພົບວ່າລາວມີອັດຕາຄວາມ
ໜາແໜ້ນຂອງປ່າໄມ້ ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າອັດຕາຄວາມ
ໜາແໜ້ນຂອງປ່າໄມ້ ກໍໄດ້ລົດລົງສູ່ລະດັບ 41% ໃນປີ 2002 ແລະໃນປັດຈຸບັນນີ້ ກໍເຊື່ອ
ວ່າ ປ່າໄມ້ໃນລາວຍັງຄົງເຫລືອຢູ່ບໍ່ເກີນ 35% ຂອງພື້ນທີ່ທັງໝົດນັ້ນ.

ແຕ່ຢ່າງໃດຕາມ ດ້ວຍການສົ່ງເສີມໃຫ້ພາກເອກະຊົນດໍາເນີນໂຄງການລົງທຶນ ເພື່ອການ
ປູກຕົ້ນໄມ້ສໍາລັບອຸດສາຫະກໍາແປຮູບຢ່າງຕັ້ງໜ້ານັ້ນ ກໍເຮັດໃຫ້ທາງການລາວເຊື່ອໝັ້ນວ່າ
ຈະເຮັດໃຫ້ປ່າໄມ້ໃນລາວມີຄວາມໜາແໜ້ນ ເພີ່ມຂຶ້ນເປັນ 70% ຂອງພື້ນທີ່ທັງໝົດໃນປະ
ເທດ ພາຍໃນປີ 2020.

XS
SM
MD
LG