ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມຄິດເຫັນບາງສ່ວນ ກ່ຽວກັບຜູ້ອົບພະຍົບ ເຂົ້າມາອາໄສຢູ່ໃນ ສະຫະລັດ ແບບຜິດກົດໝາຍ


ແຟ້ມຮູບ-ຊາວອົບພະຍົບພາກັນຍ່າງລຸຍນໍ້າຂ້າມແມ່ນໍ້າ ຣິໂອ ແກຣນ ໃນຂະນະທີ່ພວກເຂົາເຈົ້າຍ້າຍຈາກ ຊິວດັດ ອາກູນາ, ເມັກຊິໂກ, ໄປຫາຊາຍແດນ ເດລຣິໂອ, ລັດເທັກຊັສ, ທີ 19 ກັນຍາ 2021.
ແຟ້ມຮູບ-ຊາວອົບພະຍົບພາກັນຍ່າງລຸຍນໍ້າຂ້າມແມ່ນໍ້າ ຣິໂອ ແກຣນ ໃນຂະນະທີ່ພວກເຂົາເຈົ້າຍ້າຍຈາກ ຊິວດັດ ອາກູນາ, ເມັກຊິໂກ, ໄປຫາຊາຍແດນ ເດລຣິໂອ, ລັດເທັກຊັສ, ທີ 19 ກັນຍາ 2021.

ການຍົກຍ້າຍຖິ່ນຖານ ເພື່ອເຂົ້າມາຫາຊີວິດໃໝ່ຂອງຫຼາຍຄົນ ຈາກຫຼາຍໆປະເທດໃນທົ່ວໂລກ ເພື່ອມາຫາໂອກາດໃນການເລີ້ມຕົ້ນຊີວິດໃໝ່ທີ່ດີກວ່າເກົ່າຢູ່ໃນສະຫະລັດ ທີ່ຍິ່ງນັບວັນຍິ່ງຫຼາຍຂຶ້ນ. ເຈົ້າຂອງກິດຈະການຮ້ານອາຫານທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກນາມໄດ້ກ່າວໃຫ້ທາງ ວີໂອເອ ຟັງວ່າ “ເຫດຜົນທີ່ທ່ານຮັບເອົາຄົນຄົນນຶ່ງ ເຊິ່ງໜີເຂົ້າເມືອງມາເພື່ອຫາອາຊີບໃໝ່ ກໍເພາະວ່າມີຄວາມອິດູສົງສານ, ຢາກໃຫ້ໂອກາດໃນການມີຊີວິດ ເພື່ອຫາລ້ຽງຕົນເອງຂອງເດັກໜຸ່ມຜູ້ທີ່ມາແຕ່ອາເມຣິກາໃຕ້ຄົນນັ້ນ,” ແລະເຫດຜົນອື່ນໆໃນຖານະທີ່ເປັນເພື່ອນມະນຸດດ້ວຍກັນ ໂດຍມີຄໍາເຫັນບາງຕອນດັ່ງນີ້:

“ຄິດເຫັນເຮົາຫັ້ນແລ ລໍາບາກໄກບ້ານໄກເມືອງມາ ບໍ່ມີທີ່ຢູ່ ທີ່ພັກ ທີເຊົາອາໄສ, ບໍ່ຊ່ວຍເງິນຊ່ວຍຄໍາ ບໍ່ຊ່ວຍເງິນຊ່ວຍຄໍາ ກໍຊ່ວຍວຽກຊ່ວຍການ, ຄິດອິຕົນເຂົາເຈົ້າ ໃຫ້ເຂົາເຈົ້າໄດ້ວຽກໄດ້ການ ພໍໄດ້ເງິນໄດ້ຄໍາ ຝາກເມືອໃຫ້ພີ່ໃຫ້ນ້ອງ ໃຫ້ພໍ່ໃຫ້ແມ່ ພໍໄດ້ຢູ່ໄດ້ກິນ.”

ແຕ່ນັ້ນ ກໍຍັງມີຜູ້ທີ່ມີຄວາມຄິດເຫັນຕ່າງ ແລະບໍ່ເຫັນດີນໍາດັ່ງນີ້:

“ບໍ່ເຫັນດີເພາະວ່າເຂົ້າມາບໍ່ຖືກຕ້ອງຕາມກົດໝາຍ, ອັນທີສອງມາ ລັດຖະບານອາເມຣິກາຊິຮອງຮັບແນວໃດ ມາກິນ ເວລແຟ (ເງິນສົງເຄາະ) ຂອງລັດຖະບານ, ແມ່ນຢູ່ໂຕເຂົາບໍ່ໄດ້ກິນ ແຕ່ວ່າລູກເຂົາເດ ລູກເຂົາເກີດຢູ່ນີ້. ອັນນັ້ນລະແມ່ນບັນຫານຶ່ງເປັນແຮງດຶງດູດໃຫ້ເຂົາເຂົ້າມາ ຄັນລູກເກີດຢູ່ນີ້ລະ ເຈົ້າຕ້ອງຮັບຜິດຊອບ.”

ອີງຕາມຂໍ້ມູນຈາກເວັບໄຊທ໌ຂອງ ອາເມຣິກັນໂປຣແກຣສ ຫຼື americanprogress.org ປະຈໍາວັນທີ 2 ທັນວາ 2020 ໄດ້ເຜີຍໃຫ້ເຫັນວ່າ: ມີຜູ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດແບບບໍ່ຖືກຕ້ອງຕາມກົດໝາຍຢູ່ 10 ລ້ານ 4 ແສນຄົນ, ເຊິ່ງຄິດເປັນຈໍານວນ 3.2 ເປີເຊັນຂອງປະຊາ ກອນສະຫະລັດ, ແຕ່ຄິດໄລ່ເປັນ 4.4 ເປີເຊັນຂອງແຮງງານພາຍໃນປະເທດ.

ໃນລາຍງານຍັງເຜີຍອີກວ່າ ປະມານ 7 ລ້ານຄົນແມ່ນຊ່ວຍຍົກລະດັບແຮງງານໃນພາກສ່ວນຕ່າງໆ, ໂດຍບັນດາແຮງງານເລົ່ານີ້ ມີສ່ວນຊ່ວຍເຂົ້າໃນພາກສ່ວນແຮງງານກໍ່ສ້າງ, ແຮງງານການກະເສດ, ແຮງງານທໍາຄວາມສະອາດ ແລະອື່ນໆ.

XS
SM
MD
LG