ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລັກລອບເດີນທາງໄປ-ມາ ຢູ່ທີ່ຊາຍແດນ ມຽນມາ-ລາວ-ໄທ ຄືສາເຫດທີ່ເຮັດໃຫ້ເກີດການລະບາດຮຸນແຮງ ຂອງໄວຣັສ ໂຄວິດ-19


ພວກຊາວຈີນ ທີ່ເຂົ້າມາໃນລາວ ໂດຍຜິດກົດໝາຍ ຫຼືເຂົ້າມາໂດຍຖືກຕ້ອງຕາມກົດໝາຍແລ້ວເຄື່ອນໄຫວ ກໍ່ອາຊະຍາກຳ ກຳລັງຖືກທາງການລາວ ສົ່ງໂຕໃຫ້ທາງການຈີນ ນຳຕົວກັບຄືນໄປປະເທດຈີນ.
ພວກຊາວຈີນ ທີ່ເຂົ້າມາໃນລາວ ໂດຍຜິດກົດໝາຍ ຫຼືເຂົ້າມາໂດຍຖືກຕ້ອງຕາມກົດໝາຍແລ້ວເຄື່ອນໄຫວ ກໍ່ອາຊະຍາກຳ ກຳລັງຖືກທາງການລາວ ສົ່ງໂຕໃຫ້ທາງການຈີນ ນຳຕົວກັບຄືນໄປປະເທດຈີນ.

ການລັກລອບເດີນທາງໄປ-ມາໂດຜິດກົດໝາຍທີ່ຊາຍແດນມຽນມາ-ລາວ-ໄທ ຄືສາເຫດທີ່ເຮັດໃຫ້ເກີດການລະບາດຮຸນແຮງຂອງໄວຣັສ ໂຄວິດ-19 ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ສົງຣິດ ໂພນເງິນ ລາຍງານຈາກບາງກອກ.

ເຈົ້າໜ້າທີ່ປ້ອງກັນຄວາມສະງົບ (ປກສ) ໃນແຂວງບໍ່ແກ້ວ ເປີດເຜີຍວ່າ ການລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນແຂວງບໍ່ແກ້ວ ໂດຍສະເພາະແມ່ນຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງນັ້ນ ມີສາເຫດຕົ້ນຕໍມາຈາກການລັກລອບເດີນທາງໄປ-ມາໂດຍຜິດກົດໝາຍທີ່ຊາຍແດນລະຫວ່າງມຽນມາ-ລາວ-ໄທ ໂດຍຜູ້ທີ່ລັກລອບເດີນທາງໄປ-ມາສ່ວນໃຫຍ່ ກໍແມ່ນບັນດານັກຫຼິ້ນການພະນັນຈາກຈີນແລະໄທ ພ້ອມທັງບັນດາພະນັກງານບ່ອນກາຊີໂນແລະສະຖານບັນເທີງຕ່າງໆ ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ມີຈຳນວນຫຼາຍມື່ນຄົນ ທັງຊາວຈີນ-ລາວ-ມຽນມາ ແລະໄທ ເມື່ອສົມທົບກັບການທີ່ບໍ່ໄດ້ຜ່ານການກວດສຸຂະພາບດ້ວຍແລ້ວ ຈຶ່ງເຮັດໃຫ້ເກີດການລະບາດຮຸນແຮງຂອງໄວຣັສ ໂຄວິດ-19 ໃນປັດຈຸບັນ.

ໂດຍຈຳນວນຜູ້ຕິດເຊື້ອໄວຣັສ ໂຄວິດ-19 ໃນແຂວງບໍ່ແກ້ ໄດ້ເພີ້ມຂຶ້ນຢ່າງວ່ອງໄວ ນັບແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ກໍຄືຈາກຈຳນວນຜູ້ຕິດເຊື້ອສະສົມບໍ່ເຖິງ 20 ຄົນ ເພີ້ມຂຶ້ນເປັນ 475 ຄົນ ໃນວັນທີ 21 ພຶດສະພາ 2021 ຊຶ່ງສ່ວນຫຼາຍກໍເປັນການຕິດເຊື້ອຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ມີທັງຊາວຈີນ-ມຽນມາ-ໄທ ແລະລວມເຖິງແຮງງານລາວ 150 ກວ່າຄົນທີ່ຕິດໄວຣັສ ໂຄວິິດ-19 ຢູ່ເຂດດັ່ງກ່າວນີ້ດ້ວຍ ຊຶ່ງກໍເຮັດໃຫ້ອຳນາດການປົກຄັງແຂວງບໍ່ແກ້ວ ຕ້ອງດຳເນີນມາດຕະການປິດຊາຍແດນແລະຫ້າມບໍ່ໃຫ້ສັນຈອນໄປ-ມາ ທັງໃນແຂວງແລະລະຫວ່າງແຂວງກັບປະເທດເພື່ອນບ້ານຢ່າງເດັດຂາດ ໂດຍສະເພາະແມ່ນການສັນຈອນທາງເຮືອນແມ່ນ້ຳຂອງ ຮວມເຖິງການປິດເມືອງແລະບ້ານທີ່ມີການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໃນລະດັບທີ່ຮຸນແຮງດ້ວຍນັ້ນ ດັ່ງທີ່ ທ່ານຄຳຜະຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກະໄດ້ປິດການສັນຈອນທາງເຮືອ ເປັນຕົ້ນຄືເຮືອຫາກິນຕ່າງໆ ລ່ະແມ່ນໃຫ້ເອົາຂຶ້ນບົກໝົດ ອັນທີສອງມາ ພວກເຮົາກະໄດ້ປິດເມືອງທີ່ມີການລະບາດແລະປິດຮອດບ້ານທີ່ມີການລະບາດໃນເທດສະບານຂອງເມືອງຫ້ວຍຊາຍ ແລະເມືອງຕົ້ນເຜິ້ງ ແລະເພີ້ມການກວດກາ-ລາດຕະເວນເພີ້ມຊຸດກວດກາການເຂົ້າ-ອອກແຂວງ-ເມືອງ ແລະເຂດພວກເຮົາ ໄດ້ສືບສວນ-ສອບສວນ-ຊອກຄົ້ນຫາຜູ້ຕິດເຊື້ອໃຫ້ມັນໄວ ແລ້ວກະແຍກອອກຈາກຊຸມຊົນໄປໃນການປິ່ນປົວ.”

ທາງດ້ານເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ເປີດເຜີຍວ່າ ກຸ່ມບຸກຄົນທີ່ເດີນທາງໄປ-ມາໃນເຂດຊາຍແດນລາວ-ມຽນມາ-ໄທ ດັ່ງກ່າວ ຍັງລວມເຖິງແກັ່ງອາຊະຍາກຳດ້ວຍ ໂດຍໃນທ້າຍປີ 2020 ທີ່ຜ່ານມາ ພະແນກປ້ອງກັນຄວາມສະຫງົບແຂວງຫຼວງນ້ຳທາ ໄດ້ສົ່ງໂຕຊາວຈີນ 127 ຄົນໃຫ້ກັບທາງການຕຳຫຼວດແຂວງຢຸນໜານຂອງຈີນ ໂດຍຊາວຈີນທັງ 127 ຄົນດັ່ງກ່າວ ໄດ້ພາກັນລັກລອບເດີນທາງເຂົ້າມາໃນລາວ ໂດຍຜິດກົດໝາຍ ແລະຖືກຈັບກຸມໂຕໄດ້ຢູ່ໃນເຍຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ ຊຶ່ງຈາກການສືບສວນ ກໍຍັງພົບດ້ວຍວ່າ ຊາວຈີນທັງ 127 ຄົນດັ່ງກ່າວ ມີສ່ວນພົວພັນກັບແກັ່ງອາຊະຍາກອນຈີນທີ່ເຂົ້າມາເຄື່ອນໄຫວກໍ່ອາຊະຍາກຳທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ ການຄ້າມະນຸດ ແລະການພະນັນທີ່ມີລັກຊະນະເປັນອາຊະຍາກຳຂ້າມຊາດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ປກສ ສສແຂວງຫຼວງນ້ຳທາ ໄດ້ຢືນຢັນວ່າ:

“ກຸ່ມຄົນບໍ່ຫວັງດີບໍ່ລົດລະຕໍ່ເຈດຕະນາຫວັງມ້າງເພທຳລາຍ ກໍ່ຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບ ເຊັ່ນດ້ານການເມືອງ ເສດຖະກິດ ວັດທະນະທຳສັງຄົມ ສາສະໜາ ນັກສືບສອດແນມ ກໍ່ໃຫ້ເກີດມີເຫດການ ຍຸຍົງສົ່ງເສີມໃຫ້ເກີດມີປາກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ແຜ່ລາມຢ່າງກວ້າງຂວາງ ກໍ່ໃຫ້ເກີດບັນຫາຢາເສບຕິດ ກໍ່ອາລະວາດຕີກັນຢູ່ຕາມສະຖານທີ່ສາທາລະນະ ຂີ້ລັກງັດແງະ ຕົວະຍົວະ ຫຼອກລວງ ຄ້າມະນຸດ ຄ້າຂາຍເຖື່ອນ ຫຼິ້ນການພະນັນເຖື່ອນ ແລະບັນຫາອາຊະຍາກຳຕ່າງໆ.”

ນອກຈາກນີ້ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຍັງເປີດເຜີຍດ້ວຍວ່າ ການກໍ່ອາຊະຍາກຳກ່ຽວຂ້ອງກັບການຄ້າຢາເສບຕິດ ການຄ້າມະນຸດ ແລະການຫຼິ້ນການພະນັນທີ່ພົວພັນກັບແກັ່ງຈາກຈີນ ໂດຍທີ່ມີພະນັກງານຂອງລັດຖະບານລາວເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍນັ້ນ ກໍຍັງມີທ່າອຽງເພີ້ມຂຶ້ນນັບມື້ ຈຶ່ງໄດ້ເພີ້ມມາດຕະການເຂັ້ມງວດເຂົາໃນການປາບປາມຫຼາຍຂຶ້ນຢູ່ໃນເຂດ 39 ບ້ານຂອງເມືອງຕົ້ນເຜິ້ງອັນເປັນທີ່ຕັ້ງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະໃນຊ່ວງ 6 ເດືອນທ້າຍປີ 2020 ທາງການແຂວງບໍ່ແກ້ວ ໄດ້ຈັບກຸມ ແລະສົ່ງຊາວຈີນ ທີ່ລັກລອບເດີນທາງເຂົ້າໃນລາວກັບຄືນໄປໃຫ້ທາງການຈີນ 500 ກວ່າຄົນ ສ່ວນໃນປີ 2018-2019 ທາງການລາວ ໄດ້ຈັບກຸມອາຊະຍາກອນຊາວຈີນທີ່ກະທຳຄວາມຜິດໃນລາວ ແລະສົ່ງໂຕກັບໄປໃຫ້ທາງການຈີນ ຈຳນວນ 313 ຄົນ ຊຶ່ງເປັນສະມາຊິກແກັ່ງດຽວກັນ ທີ່ຮ່ວມກັນສໍ້ໂກງເງິນຈາກຊາວຈີນດ້ວຍກັນ ໂດຍຜ່ານລະບົບ ອິນເຕີເນັດ ເກີນກວ່າ 1,200 ກໍລະນີຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 200 ລ້ານຢວນ ສ່ວນສະຫະພັນແມ່ຍິງລາວ ກໍໄດ້ໃຫ້ການຊ່ວຍເຫຼືອແມ່ຍິງລາວ 146 ຄົນທີ່ຕົກເປັນເຍື່ອຂອງການຄ້າມະນຸດຂ້າມຊາດໃນຈີນ ແລະຫວຽດນາມໃນປີທີ່ຜ່ານມາ.

XS
SM
MD
LG