ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ​ ສືບ​ລັບ​ຂອງ​ຣັດ​ເຊຍ ເສຍ​ຊີ​ວິດ ແລ້ວ ໃນມື້​ວານນີ້


ທ່ານ ອີ​ກໍ ໂຄ​ໂຣ​ບັອ​ຟ (Igor Korobov) ຫົວ​ໜ້າ​ອົງ​ການ​ສືບ​ລັບ​ຂອງ​ຣັດ​ເຊຍ ຫລື GRU, ໄດ້ເສຍ​ຊີ​ວິດ​ແລ້ວ ຢູ່​​ນະ​ຄອນ​ມົ​ສ​ກູ.
ທ່ານ ອີ​ກໍ ໂຄ​ໂຣ​ບັອ​ຟ (Igor Korobov) ຫົວ​ໜ້າ​ອົງ​ການ​ສືບ​ລັບ​ຂອງ​ຣັດ​ເຊຍ ຫລື GRU, ໄດ້ເສຍ​ຊີ​ວິດ​ແລ້ວ ຢູ່​​ນະ​ຄອນ​ມົ​ສ​ກູ.

ຫົວ​ໜ້າ​ອົງ​ການ​ສືບ​ລັບ​ຂອງ​ຣັດ​ເຊຍ ຫລື GRU, ທີ່​ຖືກ​ກ່າວ​ຫາ​ວ່າ ທຳ​ການ​ແຊກ​ແຊງ
ເຂົ້າ ​ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ​ໃນ​ປີ 2016 ນັ້ນ ໄດ້​ເສຍ​ຊີ​ວິດ​ແລ້ວ
ຢູ່​ໃນ​ນະ​ຄອນ​ມົ​ສ​ກູ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ​ກ່າວ​ໃນ​ວັນ​ພະ​ຫັດມື້ນີ້​ວ່າ ທ່ານ ອີ​ກໍ ໂຄ
​ໂຣ​ບັອ​ຟ (Igor Korobov) ທີ່​ນຳ​ພາ​ອົງ​ການ GRU ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ ແລະ
​ຢູ່​ໃນ​ເປົ້າ​ໝາຍ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ​ນັ້ນ ໄດ້ເສຍ​ຊີ​ວິດ​ໃນ​ວັນ​ພຸດວານນີ້ ຍ້ອນ
​ສິ່ງ​ທີ່​ເອີ້ນ​ວ່າ "ອາ​ການ​ປ່ວຍ​ທີ່​ແກ່ຍາວ​ ແລະ​ຮ້າຍ​ແຮງ," ຊຶ່ງ​ເປັນຄຳ​ເວົ້າ​ອັນ​ນຸ້ມນວນ​
ຂອງ​ຣັດ​ເຊຍ ສຳ​ລັບ​ໂຣກ​ມະ​ເຮັງ. ທ່ານ​ມີ​ອາ​ຍຸ​ລວມ​ໄດ້ 62 ປີ.

ສະ​ຫະ​ລັດ ແລະ​ພັນ​ທະ​ມິດ​ຂອງ​ຕົນ ໄດ້​ກ່າວ​ຫາ​ອົງ​ການ​ສືບ​ລັບ​ຂອງ​ຣັດ​ເຊຍ ວ່າ ໄດ້​ລັກ
​ເຈາະ​ຂໍ້​ມູນ​ຂອງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​
ລັດ​ໃນ​ປີ 2016, ອອກ​ແຜນ​ການ​ໂຈມ​ຕີ​ໂດຍ​ໃຊ້​ສານ​ພິດທຳ​ລາຍ​ປະ​ສາດ​ຕໍ່​ອະ​ດີດ​ນັກ
​ສືບ​ຣັດ​ເຊຍ​ຢູ່​ອັງ​ກິດ ໃນ​ເດືອນ​ມີ​ນາຜ່ານ​ມາ, ແລະ​ຂັດ​ຂວາງການ​ດຳ​ເນີນ​ຄວາມ​ພະ
​ຍາ​ຍາມ​ ​ຕ້ານ​ການ​ໃຊ້ຢາ​ຊູ​ກຳ​ລັງ ຫລືຢາ​ໂດບ ຢູ່​ໃນ​ການ​ແຂ່​ງ​ຂັນກິ​ລາ​ໂລກ.

ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ໄດ້​ປະ​ຕິ​ເສດການ​ກ່າວ​ຫາ​ຕ່າງໆ​ເຫລົ່າ​ນັ້ນ, ໂດຍ​ເອີ້ນ​ມັນ​ວ່າ
ເປັນ​ການໂຄ​ສະ​ນາຂອງຝ່າຍ​ຕາ​ເວັນ​ຕົກ ​ທີ່​ທຳ​ໃຫ້​ເຊື່ອມ​ເສຍ.

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG