ນາງ ອຳ ໂອມາ ແລະ ຄອບຄົວຂອງລາວແມ່ນລວມຢູ່ໃນຊາວ ຊີເຣຍ ຫຼາຍພັນຄົນທີ່ບໍ່ມີບ່ອນຢູ່ອາໄສ ທີ່ໄດ້ຫຼົບໜີອອກຈາກແຂວງ ອິດລິບ ໃນອາທິດທີ່ຜ່ານມາ, ໃນຂະນະທີ່ລັດຖະບານ ຊີເຣຍ, ທີ່ໄດ້ຮັບການໜູນຫຼັງໂດຍກຳລັງທາງອາກາດຂອງ ຣັດເຊຍ, ໄດ້ທຳການຜັກດັບເລິກເຂົ້າໄປ ໃນຖານທີ່ໝັ້ນແຫ່ງສຸດທ້າຍຂອງກຸ່ມຕໍ່ຕ້ານລັດຖະບານ ໃນເຂດປົກຄອງທາງພາກຕາເວັນຕົກສຽງເໜືອ.
ແມ່ຍິງອາຍຸ 50 ປີຄົນດັ່ງກ່າວ, ພ້ອມກັບສາມີຂອງລາວ, ລູກເກົ້າຄົນ ແລະ ຫຼານ 7 ຄົນ, ມີພຽງສອງສາມທາງເລືອກ ໃນຂະນະທີ່ສະຖານທີ່ລີ້ໄພແມ່ນຂາດແຄນຢ່າງຮຸນແຮງ ໃນປະເທດທີ່ຖືກທຳລາຍໂດຍສົງຄາມນັ້ນ. ຄວາມຂັດແຍ້ງຫຼາຍປີ ແລະ ການສູນເສຍທີ່ຢູ່ອາໄສຢ່າງຊ້ຳແລ້ວຊ້ຳອີກ ໄດ້ເຮັດໃຫ້ລາວເຊື່ອວ່າ ສະຖານທີ່ໆປອດໄພທຸກແຫ່ງໃນ ຊີເຣຍ ແມ່ນສະຖານທີ່ຊົ່ວຄາວເທົ່ານັ້ນ.
ນາງ ອຳ ໂອມາ, ຜູ້ທີ່ບໍ່ຢາກເປີດເຜີຍຊື່ແທ້ຂອງລາວ ສຳລັບເຫດຜົນດ້ານຄວາມປອດໄພໄດ້ກ່າວຕໍ່ວີໂອເອວ່າ “ຖະໜົນແມ່ນເຕັມໄປດ້ວຍລົດໃຫຍ່, ລົດບັນທຸກຂະໜາດນ້ອຍ ແລະ ລົດຈັກ. ໝົດເມືອງ ແລະ ຕົວເມືອງແມ່ນບໍ່ມີຜູ້ອາໄສຢູ່ໃນທ້ອງຖິ່ນ. ທຸກຄົນແມ່ນກຳລັງມຸ່ງໜ້າໄປຫາບ່ອນທີ່ປອດໄພ ຫ່າງອອກໄປຈາກແຂວງ ອິດລິບ.”
ແຂວງ ອິດລິບ ແມ່ນບ້ານຂອງປະຊາຊົນເກືອບ 3 ລ້ານຄົນ, ປະຊາກອນຂອງເຂົາເຈົ້າເກືອບໝົດທຸກຄົນແມ່ນຜູ້ທີ່ບໍ່ມີບ່ອນຢູ່ອາໄສ ໃນລະຫວ່າງ ສົງຄາມກາງເມືອງ ຊີເຣຍ ຈາກພາກສ່ວນອື່ນໆຂອງ ຊີເຣຍ. ນັບຕັ້ງແຕ່ເດືອນທັນວາ 2019 ເປັນຕົ້ນມາ, ເຂດປົກຄອງດັ່ງກ່າວໄດ້ຖືກໂຈມຕີໜັກຂຶ້ນໂດຍກອງກຳລັງທີ່ຈົງຮັກພັກດີຕໍ່ລັດຖະບານ ຊີເຣຍ ເພື່ອຍຶດເອົາຂົງເຂດທີ່ຍັງເຫຼືອຢູ່ຂອງພວກຕໍ່ຕ້ານລັດຖະບານ.
ນາງ ໂອມາ ແລະ ຄອບຄົວຂອງລາວທຳອິດໄດ້ຖືກບັງຄັບໃຫ້ປະຖິ້ມທຸກຢ່າງໄວ້ ແລະ ຫຼົບໜີໄປເຂດປົກຄອງ ອາເລັບໂປ ໃນປີ 2016 ຫຼັງຈາກກອງກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ບາຊາ ອາລ ອາສຊາດ ໄດ້ເຂົ້າຄວບຄຸມເມືອງດັ່ງກ່າວ, ໂດຍຂັບໄລ່ກຸ່ມຝ່າຍຄ້ານອອກໄປ. ຕໍ່ມາບ້ານໃໝ່ຂອງເຂົາເຈົ້າໄດ້ກາຍເປັນເຮືອນທີ່ຖືກຕັ້ງຂຶ້ນຊົ່ວຄາວໃນເມືອງນ້ອຍໆແຫ່ງນຶ່ງ ຢູ່ເຂດຊົນນະບົດທາງພາກຕາເວັນຕົກຂອງເຂດປົກຄອງ ອາເລັບໂປ.
ນາງ ໂອມາ ຜູ້ທີ່ໄດ້ເດີນທາງໄປເມືອງ ອາຟຣິນ ທາງພາກເໜືອຂອງເຂດປົກຄອງ ອາເລັບໂປ ໄດ້ກ່າວວ່າ “ພວກເຮົາໄດ້ພະຍາຍາມທີ່ຈະເລີ່ມທຸກຢ່າງຂຶ້ນອີກຄັ້ງນຶ່ງໃນເມືອງ ອາຕາຣີ. ທຳອິດ, ພວກເຮົາໃນອາໄສຢູ່ໃນຕູບຜ້າໃນຊົ່ວໄລຍະເວລາໃດນຶ່ງ, ແລະ ປີກາຍນີ້ຂ້າພະເຈົ້າສາມາດທີ່ຈະສ້າງເຮືອນນ້ອຍທີ່ມີສອງຫ້ອງນອນຂຶ້ນ. ມາຮອດຕອນນີ້ພວກເຮົາຕ້ອງໄດ້ປະຖິ້ມທຸກຢ່າງອີກ ແລະ ຫຼົບໜີ.”
ນາງໄດ້ກ່າວວ່າ “ເວລານີ້ພວກເຮົາຕ້ອງການແຕ່ສັນຕິພາບ. ພວກເຮົາຢາກໃຫ້ສົງຄາມນີ້ສິ້ນສຸດລົງ. ພວກເຮົາຢາກຮັກສາສ່ວນທີ່ເຫຼືອຂອງຊີວິດເຮົາໄວ້, ແລະ ລູກຂອງພວກເຮົາ. ພວກເຮົາໄດ້ສູນເສຍລູກຂອງພວກເຮົາໄປແລ້ວເຄິ່ງນຶ່ງໃນສົງຄາມທີ່ໂຫດຮ້າຍນີ້.”
Umm Omar and her family were among thousands of displaced Syrians fleeing Idlib last week as the Syrian regime, backed by Russian air power, pushed deeper into the lastrebel stronghold's northwest governorate.
The 50-year-old woman, along with her husband, nine children and seven grandchildren, had few options as shelter was extremely scarce in the war-torn country. Years of conflict and repeated displacement shaped her belief any safe place within Syria was merely temporary.
"The roads were clogged with fleets of cars, small trucks and motorbikes. Entire towns and cities were void of all residents," Umm Omar, who didn't want to disclose her real name for security reasons, told VOA. "Everyone is heading to anyplace that's safe in a massive exodus from Idlib."
Idlib is home to nearly 3 million people, almost have of its population are internally displaced people during the Syrian civil war fromtheother parts of Syria. Since December 2019,the governorate has comeunder intensifying attacksby forces loyal to theSyrian regime to seizetheremaining rebel-held areas.
Omar and her family were first forced to leave everything behind and flee Aleppo in 2016 after forces loyal to President Bashar Assad took control of the city, ousting the opposition groups. Their new home then became makeshift housing in a small town in the western Aleppo countryside.
"We tried to start over again in Atarib. First, we lived in a tent for a while, and only last year was I able to build a small house of two rooms. Now we have to leave everything again and flee," said the grief-stricken Syrian, who ended up in Afrin in northern Aleppo.
"We only want peace now. We want this war to end. We want to save the remnants of our lives and our children. We lost half of our sons in this monstrous war," she said.