ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ຊິກ ອິນ​ເດຍ ເດີນ​ທາງ​ໄປ ປາ​ກິ​ສ​ຖານ ເພື່ອ​ຢ້ຽມ​ຢາມ ສະ​ຖານ​ທີ່​ສັກ​ສິດ


ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິ​ມ​ຣານ ຄານ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ພິ​ທີເປີດທາງ ເກີດ​ວາ​ຣາ ດາ​ບາ ຊາ​ຮິບ ຄາ​ຕາ​ເປີ, ປາ​ກິ​ສ​ຖານ. 9 ພະ​ຈິກ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິ​ມ​ຣານ ຄານ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ພິ​ທີເປີດທາງ ເກີດ​ວາ​ຣາ ດາ​ບາ ຊາ​ຮິບ ຄາ​ຕາ​ເປີ, ປາ​ກິ​ສ​ຖານ. 9 ພະ​ຈິກ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ປາ​ກິ​ສ​ຖານ ໄດ້​ຕ້ອນ​ຮັບພວກ​ສະ​ແຫວງ​ບຸນ​ທີ່​ນັບ​ຖື​ສາ​ສະ​ໜາ​ຊິກ ກຸ່ມ​ທຳ​ອິດ​ກຸ່ມ​ນຶ່ງຈາກ ​ອິນ​ເດຍ ທີ່​ໄດ້ໃຊ້ຄວາມ​ໄດ້​ປຽບ ໃນ​ການ​ເປີດທາງ​ຜ່ານ​ໂດຍ​ປາດ​ສະ​ຈາກ​ວີ​ຊາ ທີ່​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເຈົ້າ ໄປ​ຢ້ຽມ​ຢາມພະທາດສັກ​ສິດ​ທີ່​ສຸດ​ແຫ່ງ​ນຶ່ງ ໃນ​ປາ​ກິ​ສ​ຖານ.

ທ່ານ ​ອິມ​ຣານ ຄານ ໄດ້​ເບີດສະ​ຖານ​ທີ່​ເຂດ​ຊາຍແດນ ໃນ​ວັນ​ເສົາ​ວານນີ້ ໃນ​ຂະ​ນະ​ທີ່ ​ຜູ້ນັບ​ຖື​ສາ​ສະ​ໜາ​ຊິກ ຫຼາຍ​ພັນ​ຄົນ ໄດ້​ຄາດ​ຫວັງ​ໄວ້​ລ່ວງ​ໜ້າວ່າ ຈະ​ໄດ້ເດີນ​ທາງ​ໄປ​ຢ້ຽມ​ຢາມ ພະທາດ ຄາຕາ​ເປີ (Kartarpur) ​ອັນ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດແຫ່ງ​ທີ​ສອງ ໃນ​ສາ​ສະ​ໜາ​ຊິກ.

ພະທາດຄາຕາເ​ປີ ເປັນ​ສະ​ຖານ​ທີ່​ຝັງ​ສົບແຫ່ງ​ສຸດ​ທ້າຍ​ຂອງ ກູ​ຣູ ນາ​ນາກ ເດບ​ ຜູ້ກໍ່​ຕັ້ງ​ສາ​ສະ​ໜາ​ຊິກ.

ນາ​ຍົກ​ລັດ​ຖະ​ມົນ​ຕີຂອງ​ ອິນ​ເດຍ ທ່ານ​ ນາ​ເຣນ​ດາ ໂມ​ດີ ໄດ້​ຂອບ​ອົກ​ຂອບ​ໃຈ ທ່ານ ​ຄານ ສຳ​ລັບ “ການ​ສະ​ແດງ​ອອກ​ເຖິງນ້ຳ​ໃຈ​ຂອງຄວາມ​ເຂົ້າ​ອົກ​ເຂົ້າ​ໃຈຕໍ່​ຊາວ ​ອິນ​ເດຍ ທີ່​ສອດ​ຄ່ອງ​ກ່ຽວ​ກັບ​ການ​ເປີດ​ທາງ​ໄປ​ສູ່ ພະທາດ ຄາ​ຕາເປີ ນັ້ນ.”

ການ​ຮ່ວມ​ໄມ້​ຮ່ວມ​ມື​ທີ່​ບໍ່​ຄ່ອຍເກີດ​ຂຶ້ນ ລະ​ຫວ່າງ​ສອງ​ປະ​ເທດ​ຄູ່​ປໍ​ລະ​ປັກນັ້ນ ມີ​ຂຶ້ນທ່າມ​ກາງ ສາຍ​ສຳ​ພັນ​ທີ່​ຕຶງ​ຄຽດ ຍ້ອນ​ຂົງ​ເຂດ​ແ​ຄວ້ນ​ ແຄ​ສ​ເມຍ​ ຊຶ່ງ​ທັງ​ສອງ​ປະ​ເທດຕ່າງ​ກໍ​ຄວບ​ຄຸມໃນ​ບາງ​ສ່ວນ ແຕ່ທັງ​ສອງອ້າງ​ເອົາ​ກຳ​ມະ​ສິດ​ໂດຍ​ເຕັມ​ສ່ວນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG