ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ IDB ມອບເງິນ 1 ຕື້ໂດລາ ສຳລັບການສັກຢາ ໃນອາເມຣິກາ ລາຕິນ


ພີ່ນ້ອງຂອງຄົນໄຂ້ທີ່ຖືກສົງໄສວ່າຕິດໄວຣັສໂຄໂຣນາສາຍພັນໃໝ່ລໍຖ້າຢູ່ບໍລິເວນພິຈາລະນາຄົນໄຂ້ຢູ່ໂຮງໝໍ General, ນະຄອນຫຼວງ ເມັກຊິໂກ ຊີຕີ. 13 ທັນວາ, 2020. (Photo by PEDRO PARDO / AFP)
ພີ່ນ້ອງຂອງຄົນໄຂ້ທີ່ຖືກສົງໄສວ່າຕິດໄວຣັສໂຄໂຣນາສາຍພັນໃໝ່ລໍຖ້າຢູ່ບໍລິເວນພິຈາລະນາຄົນໄຂ້ຢູ່ໂຮງໝໍ General, ນະຄອນຫຼວງ ເມັກຊິໂກ ຊີຕີ. 13 ທັນວາ, 2020. (Photo by PEDRO PARDO / AFP)

ທະນາຄານການພັດທະນາລະຫວ່າງ ອາເມຣິກາ ຫຼື IDB ໄດ້ມອບເງິນ 1 ຕື້ ໂດລາ ໃນວັນພຸດວານນີ້ ເພື່ອຊ່ວຍເຫຼືອບັນດາປະເທດ ອາເມຣິກາກາງ ແລະ ປະເທດໃນເຂດທະເລຄາຣີບຽນ ເພື່ອຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາ.

IDB ຈະມອບເງິນດັ່ງກ່າວເພື່ອການຊື້ຢາວັກຊີນ, ເສີມຂະຫຍາຍສະຖາບັນແຫ່ງຊາດຕ່າງໆ ໃນການແຈກຢາຍຢາວັກຊີນ ແລະ ເສີມສ້າງກຳລັງພູມຕ້ານທານ.

ການມອບເງິນດັ່ງກ່າວແມ່ນເພີ່ມໃສ່ກັບເງິນ ນຶ່ງພັນສອງຮ້ອຍລ້ານໂດລາທີ່ທາງທະນາຄານໄດ້ມອບໃຫ້ແກ່ພາກພື້ນ ເພື່ອໃຊ້ຈ່າຍສຳລັບການກວດໂຣກ ແລະ ປິ່ນປົວ.

ການປະກາດໃນວັນພຸດວານນີ້ໄດ້ມີຂຶ້ນໃນຂະນະທີ່ເຂດ ອາເມຣິກາ ລາຕິນ ໄດ້ລາຍງານການເພີ່ມ ຂຶ້ນ ຂອງກໍລະນີ COVID-19 ແລະ ຜູ້ເສຍຊີວິດ. ອີງຕາມອົງການ ຣອຍເຕີ ນັ້ນ, ປະມານ 33 ເປີ ເຊັນຂອງຜູ້ເສຍຊີວິດຍ້ອນ COVID-19 ໃນໂລກແມ່ນຖືກບັນທຶກໃນເຂດ ອາເມຣິກາ ລາຕິນ, ເຖິງແມ່ນວ່າພາກພື້ນດັ່ງກ່າວມີຈຳນວນປະຊາກອນເທົ່າກັບ 9 ເປີເຊັນຂອງປະຊາກອນໂລກກໍຕາມ.

ປະມານ 1 ສ່ວນ 4 ຂອງປະຊາຊົນໃນປະເທດ ເມັກຊິໂກ ແມ່ນໄດ້ສຳພັດກັບໄວຣັສດັ່ງກ່າວ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່. ປະຊາຊົນ ເມັກຊິໂກ ຫຼາຍກວ່າ 115,000 ຄົນໄດ້ເສຍຊີວິດຍ້ອນໄວຣັສນັ້ນ, ອີງຕາມສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ມາຕະການຫ້າມທີ່ເຄັ່ງຄັດຊຸດໃໝ່ໄດ້ມີຜົນບັງຄັບໃຊ້ໃນວັນພຸດວານນີ້ໃນປະເທດ ເຢຍຣະມັນ ໃນຄວາມພະຍາຍາມທີ່ຈະຫຼຸດຜ່ອນຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໄວຣັສໂຄໂຣນາທີ່ກຳລັງເພີ່ມຂຶ້ນ.

ຄຳສັ່ງກັກບໍລິເວນທີ່ເຂັ້ມງວດນັ້ນຈະປິດທຸລະກິດທີ່ບໍ່ຈຳເປັນທຸກແຫ່ງ ແລະ ຈຳກັດການເຕົ້າໂຮມກັນສ່ວນຕົວບໍ່ເກີນ 5 ຄົນ. ການຫ້າມດັ່ງກ່າວ, ເຊິ່ງຈະມີຜົນບັງຄັບໄປຈົນຮອດວັນທີ 10 ມັງກອນນັ້ນ, ໄດ້ຖືກກຳນົດໂດຍນາຍົກລັດຖະມົນຕີທ່ານນາງ ແອນເຈີລາ ເມີໂກລ໌ ໃນວັນອາທິດທີ່ຜ່ານມາ ຫຼັງຈາກການເຈ ລະຈາກັບບັນດາຜູ້ປົກຄອງພາກພື້ນ 16 ຄົນຂອງ ເຢຍຣະມັນ.

ສະຖາບັນ ໂຣເບີດ ຄັອຈ,​ ເຊິ່ງແມ່ນສູນກາງຄວບຄຸມໂຣກຂອງ ເຢຍຣະມັນ, ໄດ້ລາຍງານການເສຍຊີວິດຍ້ອມໄວຣັສໂຄໂຣນາ 952 ຄົນໃນວັນພຸດວານນີ້, ທຳລາຍສະຖິຕິການເສຍຊີວິດ 598 ຄົນໃນນຶ່ງວັນທີ່ຫາກໍຖືກລາຍງານເມື່ອວັນສຸກອາທິດແລ້ວນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG