ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາແດງສາກົນ ຢ້ານກົວ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ ທີ່ບອບບາງ ໃນ​ຢູ​ເຄຣນ ຈະ​ແຕກຫັກ​​ລົງ


On Feb. 20, 2013, we remember the 51st anniversary of the flight of Friendship 7, which vaulted NASA astronaut John Glenn into space to orbit the Earth for the first time in history.
On Feb. 20, 2013, we remember the 51st anniversary of the flight of Friendship 7, which vaulted NASA astronaut John Glenn into space to orbit the Earth for the first time in history.

ຄະນະ​ກຳມະການ​ຂອງ​ສະພາ​ກາ​ແດງ​ສາກົນ ຫຼື ICRC ກ່າວ
​ວ່າ ຕົນ​ຢ້ານ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງທີ່ບອບບາງໃນ​ຢູ​ເຄຣນ ຊຶ່ງໄດ້
​ບັນລຸ​ກັນ​ ໃນ​ເດືອນ​ກຸມພາ​ຜ່ານ​ມານັ້ນ ຈະ​ແຕກຫັກລົງ. ອົງການ
ICRC ສະ​ແດງ​ຄວາມ​ກັງວົນ ກ່ຽວ​ກັບ ​ການ​ຕໍ່ສູ້​ກັນ ທີ່​ທະວີ​ຂຶ້ນ
ເມື່ອ​ບໍ່​ນານ​ມາ​ນີ້ ລະຫວ່າງ ທະຫານຢູ​ເຄຣນ ​ແລະ ພວກ​ກະບົດ
​ທີ່​ໜຸນ​ຫລັງ​ໂດຍ​ຣັດ​ເຊຍ.

ອົງ​ການ ICRC ກ່າວ​ວ່າ ການແຕກຫັກລົງຂອງຂໍ້​ຕົກລົງ​ຢຸດ​ຍິງ
ຈະ​ສົ່ງຜົນກະທົບ ຢ່າງຮ້າຍ​ແຮ້ງ ຕໍ່​ການປະຕິບັດພາລະກິດຕ່າງໆ
​ດ້ານ​ມະນຸດສະທຳ​ຂອງ​ຕົນ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.
ນັບ​ຕັ້ງ​ແຕ່ການ​ຢຸດ​ຍິງ​ໄດ້​ເລີ້ມ​ຕົ້ນຂຶ້ນ ​ໃນ​ເດືອນ​ກຸມພາ ​ເປັນຕົ້ນມາ ອົງ​ການ ICRC ​ກ່າວ​ວ່າ ບັນດາ​ພະນັກ​ງານ​ຊ່ອຍ​ເຫຼືອ ສາມາດ​ເຂົ້າ​ໄປ​ເຖິງ​ເຂດ​ແນວ​ໜ້າ​ໄດ້ ບ່ອນທີ່​ເຄີຍ​ເປັນ​ເຂດ​ທີ່ເຂົ້າ​ໄປບໍ່​ເຖິງ ​ນັບ​ຕັ້ງ​ແຕ່​ເດືອນກໍ ລະກົດ​ເປັນຕົ້ນມາ ລວມ​ໄປ​ຮອດ ​ເມືອງ​ຕ່າງໆ​ທີ່ໃກ້​ຄຽງ​ກັບ ​ເມືອງ Donetsk.

ອົງ​ການ ICRC ​ກ່າວ​ວ່າ ສະພາບການດັ່ງກ່າວນີ້​ໄດ້​ອຳນວຍໃຫ້​ຕົນ ສາມາດ​ແຈກ​ຍາຍ​ການ​ຊ່ອຍ​ເຫຼືອ ທີ່​ສຳຄັນ ​ໃຫ້​ແກ່ຜູ້ຄົນເປັນຈຳນວນຫຼວງຫຼາຍ ຜູ້​ທີ່​ໄດ້​ຫລົບ​ລີ້​ໄພ ຈາກ​ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ​ໃນສະພາບ​ອາກາດ​ທີ່​ໜາວ​ເຢັນ ຢູ່​ໃນ​ຫ້ອງ​ໃຕ້​ດິນຕ່າງໆ​ ທີ່ຄັບແຄບ. ​ແຕ່​ຫົວໜ້າ​ຫ້ອງການສະພາ​ກາ​ແດງ​ໃນ​ເມືອງ​ທ່າ Mariupol ທ່ານນາງ Tasha Rumley ກ່າວ​ວ່າ ​ໃນ​ບາງ​ບໍລິ​ເວນ ​ຍັງ​ມີ​ຄວາມ​ຍາກ​ລຳບາກ ທີ່​ຈະ​ເຂົ້າ​ໄປ​ເຖິງ​ໄດ້ ​ເຖິງ​ແມ່ນ​ວ່າ ມີ​ການ​ຢຸດ​ຍິງແລ້ວກໍ​ຕາມ.

ນຶ່ງ​ໃນ​ນັ້ນ ກໍແມ່ນບ້ານ Shyrokyne ບ່ອນ​ທີ່ ທ່ານ​ນາງ Rumley ກ່າວ​ວ່າ ການ​ສູ້ລົບ​ກັນ
ບໍ່​ຢຸດ​ຈັກ​ເທື່ອ ​ແຕ່​ຫາກ​ວ່າ ​ມັນຢູ່​ໃນ​ລະດັບ​ທີ່​ຫຼຸດລົງ. ຢູ່​ໃນ​ສາຍ​ໂທລະສັບ​ທີ່​ຟັງໄດ້ ບໍ່ຄ່ອຍ
ດີປານໃດນັ້ນ ທ່ານ​ນາງ​ກ່າວ​ຕໍ່​ວີ​ໂອ​ເອວ່າ ປະຊາຊົນ​ຢູ່​ແຫ່ງ​ນັ້ນ ​ແມ່ນ​ບໍ່​ເພິ່ງ​ພໍ​ໃຈ ​ແລະ
​ໂກດ​ແຄ້ນ ນຳ​ການ​ຕໍ່ສູ້​ກັນ​ທີ່​ເພີ້​ມຂຶ້ນ​ເມື່ອບໍ່​ດົນ​ມາ​ນີ້ ລະຫວ່າ​ງລັດຖະບານ ​ແລະ ​ພວກ​ກະ
ບົດ​ທີ່​ໜຸນ​ຫລັງ​ໂດຍຣັດ​ເຊ​ຍ.

US Lawmakers Warn of Russian 'Weaponization of Information'
please wait

No media source currently available

0:00 0:03:21 0:00

XS
SM
MD
LG