ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນ​ເສຍ​ຊີ​ວິດ ແລະ 7 ຄົນ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ຂະ​ບວນ​ລົດ​ ​ສະ​ພາ​ກາ​ແດງ​ສາ​ກົນ ທີ່ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ


ສະ​ພາ​ກາ​ແດງ​ສາ​ກົນ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ໂຈມ​ຕີ​ຂະ​ບວ​ນ​ລົດ​ຂອງ​ສະ​ພາ​ກາ​ແດງ​ສາ​ກົນ​ຫຼື ICRC ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ​ຂອງ​ຊູ​ດານ ໄດ້​ສັງ​ຫານ 2 ຄົນ ແລະ​ອີກ 7 ຄົນ​ບາດ​ເຈັບ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ແມ່ນ​ຮວມ​ທັງ​ພະ​ນັກ​ງານ 3 ຄົນ​ຂອງ ICRC ຖະ​ແຫຼງ​ການ​ກ່າວ​ຕື່ມ.

“ຂະ​ບວນ​ລົດ​ຂົນ​ສົ່ງ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ຊຶ່ງ​ປະ​ກອບ​ດ້ວຍ​ລົດ​ຂອງ ICRC 3 ຄັນ ແລະ​ລົດ​ບັ​ສ​ອີກ 3 ຄົນ ຊຶ່ງ​ທັງ​ໝົດ ​ຕ່າງ​ກໍ​ໄດ້​ຕິດ​ເຄື່ອງ​ໝາຍ ​ສະ​ພາ​ກາ​ແດງຢ່າງ​ເປັນ​ທີ່​ຈະ​ແຈ້ງ ​ແມ່ນມີ​ກຳ​ນົດ ​ໄປ​ຍົກ​ຍ້າຍ​ພົນ​ລະ​ເຮືອນ ​ທີ່​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ຈາກ​ຄາ​ຣ໌​ທູມ ໄປ​ສູ່​ເມືອງວາດ ມາ​ດາ​ນີ ເວ​ລາ​ຂະ​ບວນ​ລົດ​ໄດ້​ຖືກ​ໂຈມ​ຕີ ເມື່ອ​ເຂົ້າ​ໄປ​ໃນ​ເຂດ​ຍົກ​ຍ້າຍ” ຖະ​ແຫຼງ​ການ​ກ່າວ.

ສະ​ພາ​ກາ​ແດງ​ສາ​ກົນ ​ກ່າວ​ວ່າ ຕົນ​ໄດ້​ຕື່ນ​ຕົກ​ໃຈ​ ແລະ​ມີ​ຄວາມ​ຢ້ານ​ກົວ​ ຕໍ່​ການ​ໂຈມ​ຕີດັ່ງ​ກ່າວ ຊຶ່ງ​ທາງ​ສະ​ພາ​ກາ​ແດງ​ອະ​ທິ​ບາຍ​ວ່າ ​ມີ​ຂຶ້ນ​ໂດຍ​ເຈດ​ຕະ​ນາ.

ທາງ​ສະ​ພາ​ກາ​ແດງ​ຍັງ​ບໍ່​ໄດ້​ລະ​ບຸ​ວ່າ​ແມ່ນ​ກຸ່ມ​ໃດ ແຕ່​ທາງກອງ​ທັບ​ຊູ​ດານ​ກ່າວ​ວ່າ ຂະ​ບວນ​ລົດ​ໄດ້​ຖືກ​ໂຈມ​ຕີ ຫຼັງ​ຈາກ​ໄດ້​ລະ​ເມີດ​ຕໍ່​ຂໍ້​ຕົກ​ລົງ ທີ່​ໄດ້​ແລ່ນ​ເຂົ້າ​ໄປ​ໃກ້​ກັບ​ທີ່​ຕັ້ງຂອງ​ຕົນ ໂດຍ​ໃຊ້​ລົດ ທີ່​ “ເປັນາ​ຂອງ​ຝ່າຍ​ສັດ​ຕູ” ຊຶ່ງ​ໝາຍ​ເຖິງກອງ​ກຳ​ລັງ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງວ່ອງ​ໄວ​ຫຼື RSF.

ຂະ​ບວນ​ລົດ​ຂອງ​ສະ​ພາ​ກາ​ແດງ​ສາ​ກົນ​ ໄດ້​ຍົກ​ຍ້າຍ​ພົນ​ລະ​ເຮືອນທີ່​ຮວມ​ທັງ​ຊາວ ຕ່າງ​ປະ​ເທດອອກ​ຈາກວັດ​ເຊນ​ແມ​ຣີ (St. Mary) ໃນ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ອີງ​ຕາມກອງ​ທັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG