ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຍຸດຕິທໍາສາກົນຕັດສິນ ກໍລະນີພິພາດ ລະຫວ່າງ ໄທແລະກໍາປູເຈຍ


ທະຫານກຳປູເຈຍຄົນນງເວາໂທລະສັບກັບຫົວໜ້າ ຈາກບອນປະຈຳການຂອງລາວ ຢູເທິງພູອອມແອມບໍລິເວນ ວັດເຂົາພະວິຫານ
ໃນເຂດຊາຍແດນ ທເປັນຫົວຂຂັດແຍງກັນລະຫວາງໄທກັບກຳປູເຈຍ, ວັນທີ 9 ກຸມພາ
2011 ຊງເປັນໄລຍະທກຳລັງ ຂອງທັງສອງຝ່າຍ ມີການປະທະກັນ.(REUTERS/Damir Sagolj)
ທະຫານກຳປູເຈຍຄົນນງເວາໂທລະສັບກັບຫົວໜ້າ ຈາກບອນປະຈຳການຂອງລາວ ຢູເທິງພູອອມແອມບໍລິເວນ ວັດເຂົາພະວິຫານ ໃນເຂດຊາຍແດນ ທເປັນຫົວຂຂັດແຍງກັນລະຫວາງໄທກັບກຳປູເຈຍ, ວັນທີ 9 ກຸມພາ 2011 ຊງເປັນໄລຍະທກຳລັງ ຂອງທັງສອງຝ່າຍ ມີການປະທະກັນ.(REUTERS/Damir Sagolj)

ສານນາໆຊາດໄດ້ສັ່ງໃຫ້ ປະເທດໄທແລະກໍາປູເຈຍ ຖອນທະຫານອອກໄປໂດຍທັນທີ ຈາກ ບໍລິເວນຊາຍແດນທີ່ເປັນບັນຫາຂັດແຍ້ງກັນ ບ່ອນທີ່ກໍາລັງຂອງສອງຝ່າຍໄດ້ປະທະກັນໃນຕົ້ນ ປີນີ້. ທັງສອງປະເທດໄດ້ສະແດງຄວາມຍິນດີນໍາ ຄໍາຕັດສິນຂອງສານຍຸດຕິທໍາສາກົນທີ່ກຸງ Hague ທີ່ກໍາລັງຢູ່ໃນລະຫວ່າງການພິຈາລະນາວ່າ ຝ່າຍໃດກັນແທ້ມີກໍາມະສິດໃນບໍລິເວນ ດັ່ງກ່າວ ຢ່າງຖືກຕ້ອງຕາມກົດໝາຍນັ້ນ.

ສານຍຸດຕິ​ທໍາ​ສາກົນ​ the International Court of Justice ຫລື ICJ ທີ່​ກຸງເຮ​ກ​
ປະ​ເທດ​ເນ​ເທີ​ແລນ​ສ໌ ​ໄດ້​ປະກາດ​ໃຫ້​ບໍ​ລິ​ເວນ​ຊາຍ​ແດນ​ແຫ່ງ​ນຶ່ງ ທີ່​ເປັນ​ຫົວ​ຂໍ້​ຜິດ​ຖຽງ​ກັນ
ລະຫວ່າງ​ປະ​ເທດ​ໄທ​ແລະ​ກໍ​ເປູ​ເຈຍ​ນັ້ນ ​ເປັນ​ເຂດ​ປອດ​ທະຫານ​ຊົ່ວຄາວ ໃນ​ວັນ​ຈັນ​ວານ​ນີ້.

ສານ​ ICJ ​ຕັດສິນ​ວ່າ ທັງ​ສອງ​ຝ່າຍ​ຄວນ​ຖອນ​ທະຫານ​ ອອກ​ໄປ​ຈາກບໍລິ​ເວນອ້ອມ​ແອ້ມວັດ​ເກົ່າ​ແກ່​ໃນ​ເຂດ​ຊາຍ​ແດນ​ດັ່ງກ່າວ​ນັ້ນ ​ແລະ​ປ່ອຍ​ໃຫ້​ນັກ​ສັງ​ເກດການ​ຈາກ​ສະມາຄົມ​ອາ​ຊ່ຽນ ຫລື​ກຸ່ມ​ຈັດ​ຕັ້ງ​ຂອງ​ບັນດາ​ປະຊາ​ຊາດ​ແຫ່ງ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ເຂົ້າ​ໄປສັງ​ເກດ​ການ​ຢູ່​ທີ່​ນັ້ນ ​ເພື່ອ​ຊ່ວຍ​ປ້ອງ​ກັນບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນອີກ​ເທື່ອ​ໃໝ່.

ນອກ​ນັ້ນ ສານ​ຍັງ​ມີ​ຄໍາ​ສັ່ງ​ອີກ​ວ່າ ​ໃຫ້ທັງ​ສອງ​ຝ່າຍ​ແຈ້ງ​ໃຫ້​ສານ​ຊາບກ່ຽວ​ກັບ ທຸກໆ​ເລື່ອງ​ທີ່​ພົວພັນ​ກັບ​ຄະດີ​ນີ້ ຈົນ​ກ່ວາ​ວ່າ​ຈະ​ມີ​ການ​ຕັດສິນ​ຂັ້ນ​ສຸດ​ທ້າຍ.

ແຜນທໝາຍບໍລິເວນອອມແອມເຂົາ ພະວິຫານ ທສານຍຸດຕິທຳສາກົນ ປະກາດໃຫເປັນເຂດປອດທະຫານ ເມອວັນທີ 18 ກໍລະກົດ 2011 ນ.
ແຜນທໝາຍບໍລິເວນອອມແອມເຂົາ ພະວິຫານ ທສານຍຸດຕິທຳສາກົນ ປະກາດໃຫເປັນເຂດປອດທະຫານ ເມອວັນທີ 18 ກໍລະກົດ 2011 ນ.

ທັງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ໄທ​ແລະ​ກໍາປູ​ເຈຍ ທີ່ໄປມີໜ້າ​ຢູ່​ສານ ​ເພື່ອ​ລໍ​ຟັງ​ຄໍາ​ຕັດສິນ​ນັ້ນ ຕ່າງ​ກໍ​ສະ​ແດງ​ຮ່ອງຮອຍ​ວ່າ ພວກ​ຕົນ​ພໍໃຈ​ນໍາ​ຄໍາ​ຕັດສິນ​ດັ່ງກ່າວ ​ແລະ​
ກໍ​ຈະ​ປະຕິບັດ​ຕາ​ມ.

ສານຍຸດຕິ​ທໍາ​ສາກົນ​ກ່າວ​ວ່າ ການ​ເອົາມາດ
ຕາ​ການ​ເຫລົ່າ​ນີ້​ ແມ່ນ​ມີ​ຄວາມຈໍາ​ເປັນຢ່າງ​
ຮີບ​ດ່ວນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອັນ​ທີ່​ສານ
ເອີ້ນ​ວ່າ “ຄວາມ​ເສຍ​ຫາຍ​ຢ່າງ​ທີ່​ປົວແປງ​ບໍ່​ໄດ້” ​
ໃນ​ລະຫວ່າງ​ທີ່​ສານ​ພິຈາລະ​ນາ​ວ່າ ປະ​ເທດ​ໃດ ມີ​ກໍາມະສິດ​ໃນດິນ​ແດນ​ແຫ່ງ​ນັ້ນ.

ຜູ້​ພິພາກສາ Hisashi Owada ປະທານ​ສານ ICJ ​ເປັນ​ຜູ້​ອ່ານ​ຄໍາ​ຕັດສິນ​ຂອງ​ສານ:

// ສຽງ //

“ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ 11 ຕໍ່ 5 ສຽງ ທັງ​ສອງ​ຝ່າຍ ຕ້ອງ​ຖອນ​ພະນັກງານ​ທະຫານ​ຂອງ​ຕົນ ​ໂດຍ​ທັນທີ ອອກ​ໄປ​ຈາກ​ບ່ອນ​ປະ​ຈໍາ​ການ​ຢູ່​ໃນ​ອັດ​ຈຸ​ບັນ​ນີ້ ຢູ່​ໃນ​ເຂດ​ທີ່​ຫາ​ກໍ​ຖືກ​ປະກາດ​ໃຫ້​ເປັນ​ເຂດ​ທະຫານ​ຊົ່ວຄາວ​ຕາມທີ່​ກໍານົດ​ໄວ້​ໃນ​ວັກ​ທີ 62 ຂອງ​ຄໍາ​ສັ່ງ​ສະບັບ​ນີ້. ​ແລະ​ໃຫ້​ຍັບ​ຍັ້ງ​ຈາກ​ການ​ສົ່ງ​ທະຫານ​ໄປ​ປະ​ຈໍາຢູ່​ພາຍ​ໃນ​ເຂດ​ດັ່ງກ່າວ​ນັ້ນ ​ແລະ​ຍັບ​ຍັ້ງ​ຈາກ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ທຸກ​ຢ່າງ ທີ່​ແນ​ໃສ່​ເຂດ​ນັ້ນ.”

ນອກ​ນີ້ ສານຍຸດຕິ​ທໍາ​ສາກົນ​ຍັງ​ໄດ້​ປະຕິ​ເສດ ບໍ່ພິຈາລະນາ​ຄໍາ​ຮ້ອງ​ຂໍຂອງ​ຝ່າຍ​ໄທ ທີ່​ຂໍ​ໃຫ້​ສານ​ຍົກ​ເລີກ​ຄໍາ​ຮ້ອງ​ຂໍ​ຂອງ​ກໍາປູ​ເຈຍ ທີ່​ຢາກ​ໃຫ້​ມີ​ການ​ຕີ​ຄວາມ​ໝາຍ​ຂອງ​ຄໍາ​ວ່າ ສິດທິ​ທາງ​ກົດໝາຍ​ຕໍ່​ບໍລິ​ເວນ​ດິນ​ແດນ​ຢູ່​ອ້ອມ​ແອ້ມ​ວັດ​ຮິນ​ດູ ​ເກົ່າ 900 ປີ​ນັ້ນ.

ກໍາ​ປູ​ເຈຍ​ເອີ້ນ​ວັດ​ດັ່ງກ່າວ​ວ່າ ເປຣ ວີ​ເຮ​ຍ ຂະນະ​ທີ່​ໄທ​ເອີ້ນ​ວ່າ ພະ​ວິຫານ.

ສານຍຸດຕິ​ທໍາ​ສາກົນ​ໄດ້​ຕັດສິນ​ໃຫ້​ວັດ​ນີ້ ​ເປັນ​ກໍາມະສິດ​ຂອງ​ກໍາປູ​ເຈຍ ໃນ​ປີ 1962 ​ແຕ່​ທັງ​ພະນົມ​ເປັນ​ກັບ​ໄທມີ​ຄວາມ​ເຫັນຂັດ​ແຍ້​ງກັນ ກ່ຽວ​ກັບ​ວ່າຝ່າຍ​ໃດ​ເປັນເຈົ້າ​ຂອງດິນ​ແດນ ຢູ່​ອ້ອມ​ແອ້ມ​ວັດ​ນັ້ນ. ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້​ໄດ້ລະ​ເບີດ​ຂຶ້ນ​ມາ​ໃໝ່ ​ໃນປີ 2008 ​ເວລາ​ອົງການ​ສະຫະ​ປະຊາ​ຊາດ​ປະກາດ​ໃຫ້ ວັດ​ເຂົາ​ພະ​ວິຫານ​ເປັນມໍລະ​ໂດກ​ຂອງ​ໂລກ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ປະຕິກິລິຕອບ ດ້ວຍ​ຄວາມ​ຮູ້ສຶກ​ຊາດ​ນິຍົ​ມຢ່າງ​ຮຸນ​ແຮງ​ຢູ່ໃນ​ທັງ​ສອງ​ປະ​ເທດ. ຕໍ່​ມາໃນ​ຕົ້ນປີ​ນີ້ ກໍາປູ​ເຈຍ​ກໍ​ໄດ້​ຮ້ອງ​ຂໍ​ໃຫ້​ສານແປ​ຄວາມ​ໝາຍ​ຂອງ​ຄໍາ​ຕັດສິນ​ເທື່ອ​ກ່ອນ​ນັ້ນ​ໃໝ່.

ຫົນທາງເສນນງ ທກຳປູເຈຍກຳລັງສາງ ໄປສູວັດເປຣ ວີເຮຍ ຫລືພະວິຫານ ໃນໄທ, ວັນທີ 25 ມີຖຸນາ 2011.
ຫົນທາງເສນນງ ທກຳປູເຈຍກຳລັງສາງ ໄປສູວັດເປຣ ວີເຮຍ ຫລືພະວິຫານ ໃນໄທ, ວັນທີ 25 ມີຖຸນາ 2011.

ທ່ານ​ໄມ​ເກິ​ລ ມອນ​ເຕຊາ​ໂນ ​ຊຶ່ງ​ເປັນ​ນັກ​ຄົ້ນ​ຄ້ວາ​ຮັບ​ເຊີນ​ທີ່​ສະ​ຖາ​ບັນ​ສຶກສາ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ທີ່​ສິງກະ​ໂປ ມີ​ຄວາມ​ເຫັນ​ວ່າ ຄໍາ​ຕັດສິນ​ດັ່ງກ່າວ​ຂອງ​ສານ ICJ ສາມາດ​ຕີ​ຄວາມ​ໝາຍ​ໄດ້​ວ່າ ​ເປັນ​ໄຊຊະນະ​ສໍາລັບ​ຊາວ ໄທຫົວຊາ​ດນິຍົມ​ທັງຫລາຍ ທີ່​ໄດ້​ທໍາ​ການ​ ປຸກລະດົມ​ຕໍ່ຕ້ານ​ການ​ກ່າວ​ອ້າງ​ເອົາ​ດິນ​ແດນ​ດັ່ງກ່າວຂອງ​ກໍາປູ​ເຈຍ ​ແລະໄດ້​ຊ່ວຍ​ຮື້​ຟື້ນ​ຄວາມ​ເຄ່ງຕຶງ​ກັບ​ຄືນ​ມາ ​ໂດຍ​ການ​ເຄື່ອນ​ໄຫວຂອງ​ພວກ​ເຂົາ​ເຈົ້ານັ້ນ. ທ່ານ​ມອນ​ເຕຊາ​ໂນ​ເວົ້າ​ວ່າ

// ສຽງ //

“ຢ່າງ​ໃດ​ກໍ​ດີ ພວກ​ເຮົາ​ສາມາດ​ເຂົ້າ​ໃຈ​ໄດ້​
ວ່າ ​ເປັນ​ຫຍັງຝ່າຍ​ກໍາປູ​ເຈຍ​ຈຶ່ງ​ອາດ​ຈະ​ຮູ້
ສຶກຂົມ​ຂຶ່ນ​ແດ່​ໜ້ອຍ​ນຶ່ງ ກ່ຽວ​ກັບ​ຄໍາ​ຕັດສິນ​ດັ່ງກ່າວ​. ກໍ​ຄືວ່າ ຄວາມ​ເຄ່ງ​ຕຶງ​ທັງຫລາຍ​
ນັ້ນ​ແມ່ນ​ອອກ​ມາ​ຈາກ​ການ​ເມືອງ​ພາຍໃນ​ປະ​ເທດໄທ ຊຶ່ງ​ສໍາລັບ​ພວກ​ຊາວ​ໄທ​ແລ້ວ
ມັນ​ແມ່ນ​ການ​ແກະ​ບາດ​ເກົ່າ ເພື່ອເປົ້າ​ໝາຍ​ທາງ​ການ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດ. ​ແລະ​
ມາບັດ​ນີ້ ຊາວ​ກໍາປູ​ເຈຍ​ກໍພົບ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປະຕິບັດ​ຕໍ່ ​ແບບ​ບໍ່​ແຕກ​ຕ່າງ​
ຫຍັງ​ເລີຍກັບ​ຊາວ​ໄທ ໂດຍສານຍຸດຕິ​ທໍ​າສາກົນ​ນັ້ນ.”

ທີ່​ບາງກອກ ນາຍົກລັດຖະມົນຕີອະພິສິດ ​ເວດ​ຊາ​ຊີວະ ​ໄດ້​ສະ​ແດງ​ຄວາມ​ເຫັນ​ຕໍ່​ນັກ​ຂ່າວ​ວ່າ:

// ສຽງ //

“ຄໍາ​ຕັດສິນ​ຂອງ​ສານ ​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄ່ງ​ຕຶງ ​ແລະ​ແນ່ນອນ​ວ່າ ​ພ້ອມ​ກັບການ​ແກ້​ໄຂ​ດ້ວຍການ​ປະກາດ​ເຂດ​ປອດ​ທະຫານ​ນັ້ນ ​ມັນແມ່ນ​ສິ່ງ​ນຶ່ງ​ທີ່​ຂ້າພະ​ເຈົ້າ​ຄິດ​ວ່າ ​ໄທ​ແລະ​ກໍາປູ​ເຈຍ​ຄວນ​ຈະ​ທໍາ​ງານ​ຮ່ວມ​ກັນ ​ເພື່ອ​ເບິ່ງ​ວ່າ​ພວກ​ເຮົາ​ຈະ​ເຮັດ​ໄດ້​ຫລື​ບໍ່? ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ຖືກຕ້ອງ​ແລະສົມເຫດ​ສົມ​ຜົນແລ້ວ​ທີ່​ໄທ​ແລະ​ກໍາປູ​ເຈຍຈະ​ຕ້ອງ​ລົມ​ກັນ ​ເພາະວ່າ​ສານໄດ້​ສ້າງ​ພັນທະ ໃຫ້ທັງ​ສອງ​ປະ​ເທດ ​ແລະ​ເພື່ອ​ບັນ​ລຸ​ຜົນ​ໃນ​ລັກ​ສະ​ນະ​ທີ່​ເປັນ​ລະບຽບ​ຮຽບຮ້ອຍ ​ໂດຍ​ບໍ່​ໃຫ້​ມີ​ການ​ເຂົ້າ​ໃຈ​ຜິດ​ໃດ​ໆ ຫລື​ເຮັດ​ໃຫ້​ເກີດ​ອຸບັດ​ເຫດ​ຂຶ້ນ​ໄດ້ນັ້ນ ການ​ໂອ້​ລົມ​ກັນ​ກໍ​ແມ່ນ​ດີ​ທີ່​ສຸດ ​ແລະ​ກໍ​
ມາ​ເບິ່ງ​ກັນ​ວ່າ ​ເຮັດ​ແນວ​ໃດພວກ​ເຮົາ​ຈຶ່ງຈະ​ເຮັດ​ໄດ້​?”

ທະຫານໄທຄົນນງໄດຮັບບາດເຈັບ ແລະຖືກພາ ໄປປນປົວຢູໂຮງໝໍ ທຈັງຫວັດສີສະເກດ, ວັນທີ 6 ກຸມພາ 2011.
ທະຫານໄທຄົນນງໄດຮັບບາດເຈັບ ແລະຖືກພາ ໄປປນປົວຢູໂຮງໝໍ ທຈັງຫວັດສີສະເກດ, ວັນທີ 6 ກຸມພາ 2011.

ມີ​ທະຫານແລະ​ພົນລະ​ເຮືອນ ຢ່າງ​ນ້ອຍ 20 ຄົນ​ເສຍ​ຊີວິດ​ໄປ ນັບ​ແຕ່​ປີ 2008 ມາ ໃນ​ການ​ສູ້​ລົບ​ກັນ​ເປັນ​ຄັ້ງ​ເປັນ​ຄາວລະຫວ່າງ ກອງ​ກໍາລັງ​ຂອງ​ທັງ​ສອງ ​ຝ່າຍ​ນັ້ນ.

ນອກ​ນີ້​ແລ້ວ ສານຍຸດຕິທໍາສາກົນ​ຍັງ​ສັ່ງໃຫ້​ຝ່າຍ​ໄທ​ ປ່ອຍ​ໃຫ້​ຊາວ​ກໍາປູ​ເຈຍໄດ້​ເຂົ້າ​ໄປ​ຍັງວັດ​ດັ່ງກ່າວ​ໄດ້​ຢ່າງ​ເສ​ລີອີກ. ​ເຖິງ​ແມ່ນ​ວ່າ​ກໍາປູ​ເຈຍ​ຈະ​ເປັນ​ຝ່າຍ​ຄຸ້ມ​ຄອງ​ວັດ​ເຂົາ​ພະ​ວິຫານ​ນັ້ນ​ກໍ​ຕາມ​ ​ແຕ່​ໄທ​ຊໍ້າພັດ​ເປັນ​ຜູ້ຄວບ​ຄຸມຫົນທາງ​ໃຫຍ່​ໄປ​ສູ່​ວັດແຫ່ງ​ນັ້ນ.

XS
SM
MD
LG