ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບອະນຸຍາດໃຫ້ເຣືອບິນ ຂນບິນບໍລິການຫລາຍຂນ


ເປັນທີ່ຄາດກັນວ່າ ການສັນຈອນໄປມາ ທາງອາກາດ ຂອງຢູໂຣບ ຈະກັບຄືນ ເຂົ້າສູ່ສະພາບ ເກືອບປົກກະຕິ ໃນວັນພະຫັດມື້ນີ້ ຫລັງຈາກເຝື້ອ ຂີ້ເຖົ່າພູໄຟ ຂະໜາດໃຫຍ່ ຈາກໄອສະແລນ ໄດ້ເຮັດໃຫ້ ເຂດນ່ານຟ້າ ເກືອບທັງໝົດ ຂອງຢູໂຣບ ກາຍເປັນເຂດຫ້າມບິນ ເປັນເວລາ 6 ມື້. ອົງການຄວບຄຸມ ການຈະລາຈອນ ທາງອາກາດ ຂອງຢູໂຣບ ກ່າວວ່າ ປະມານ 75 ເປີເຊັນ ຂອງຖ້ຽວບິນທັງໝົດ ໃນຢູໂຣບ ໄດ້ຂຶ້ນບິນ ຕາມໝາຍກຳນົດການ ໃນວັນພຸດວານນີ້ ຂະນະທີ່ ລັດຖະບານ ຂອງປະເທດຕ່າງໆ ປະກາດຍົກເລີກ ຂໍ້ຈຳກັດ ກ່ຽວກັບການບິນ ໃນທົ່ວຢູໂຣບ. ແຕ່ພວກຜູ້ໂດຍສານ ຈຳນວນຫລາຍໆພັນຄົນ ຍັງສືບຕໍ່ຕົກຄ້າງ ຢູ່ຕາມສະໜາມບິນ ແລະໂຮງແຮມຕ່າງໆ. ອົງການຄວບຄຸມ ການຈະລາຈອນ ທາງອາກາດ ຂອງຢູໂຣບ ກ່າວວ່າ ຂີ້ເຝື້ອພູໄຟ ບັງຄັບໃຫ້ ມີການຍົກເລີກ ຖ້ຽວບິນ 95 ພັນຖ້ຽວ ນັບແຕ່ ວັນພະຫັດແລ້ວ ເປັນຕົ້ນມາ. ສະມາຄົມການຂົນສົ່ງນາໆຊາດ ເອີ້ນການຍົກເລີກ ຖ້ຽວບິນເຫລົ່ານີ້ວ່າ ເປັນຄວາມໄພອັນຕະລາຍຮ້າຍແຮງ ໂດຍເວົ້າວ່າ ມັນໄດ້ສ້າງ ຄວາມເສຍຫາຍ ໃຫ້ແກ່ອຸສາຫະກຳການບິນ ເກືອບ 2 ພັນລ້ານໂດລາ.

XS
SM
MD
LG