ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ ໃນຢູໂຣບ ເລີ້ມຂຶ້ນບິນ ບໍລິການແລ້ວ ເປັນບາງສ່ວນ


ສາຍການບິນ ຈຳນວນນຶ່ງ ໃນຢູໂຣບ ເລີ້ມຂຶ້ນບິນບໍລິການແລ້ວ ຫລັງຈາກ ໄດ້ຈອດຢູ່ກັບເດີ່ນ ມາເປັນເວລາ 5 ມື້ ຍ້ອນເມກ​ເຝື້ອ ຂີ້​ເຖົ່າພູໄຟກ້ອນໃຫຍ່ ຈາກໄອສະແລນນັ້ນ. ອົງການຄວບຄຸມ ອາກາສະຍານ ຂອງຢູໂຣບ ກ່າວວ່າ ມີຖ້ຽວບິນຢ່າງນ້ອຍ 50 ເປີເຊັນຈາກຢູໂຣບ ຄາດວ່າຈະບິນໃຫ້ບໍລິການ ໃນວັນອັງຄານມື້ນີ້ ຊຶ່ງ​ກໍ​ໄດ້​ມີເຮືອບິນ ບິນຂຶ້ນຈາກ ສນາມບິນກຸງປາຣີ ມາດຣິດ ອາມສະເຕີດາມ ແລະແຟຣັງເຟີຣ໌ດ​ແລ້ວ. ແຕ່ຖ້ຽວບິນຂອງອັງກິດ ຍັງບໍ່ໄດ້ຮັບອະນຸຍາດ ໃຫ້ຂຶ້ນບິນ ທັງນີ້ກໍຍ້ອນ ຂີ້ເຖົ່າພູໄຟກ້ອນໃໝ່ ກຳລັງມຸ່ງໜ້າ ໄປຍັງປະເທດດັ່ງກ່າວ. ອົງການຄວບຄຸມ ອາກາສະຍານແຫ່ງຊາດ ຂອງອັງກິດ ກ່າວໃນຕອນແລງ ຂອງມື້ວັນຈັນວານນີ້ວ່າ ການລະເບີດ ຂອງພູໄຟໃນໄອສະແລນ ໄດ້ເພີ້ມຄວາມແຮງຂຶ້ນ ແລະກ່າວເຖິງ ສະຖານະການນີ້ວ່າ ທຳນາຍໄດ້ຍາກ ແລະມີການປ່ຽນແປງ ຢູ່​ເລື້ອຍໆ. ໃນຕອນເຊົ້າມື້ວານນີ້ ບັນດາລັດຖະມົນຕີ ຂອງສະຫະພາບຢູໂຣບ ໄດ້ປະຊຸມກັນ ທາງວີດີໂອ ແລະໄດ້ສ້າງຕັ້ງເຂດບິນ 3 ເຂດຂຶ້ນໃນຢູໂຣບ ໃນຄວາມພະຍາຍາມ ເພື່ອຊ່ອຍທັບມ້າງ ສະພາບການບໍ່ໄປບໍ່ມາ ກ່ຽວກັບການເດີນທາງຄັ້ງໃຫຍ່ ທີ່ເຮັດໃຫ້ຜູ້ໂດຍສານ ຈຳນວນຫລາຍໆລ້ານຄົນ ຕ້ອງໄດ້ຕົກຄ້າງ ເປັນເວລາຫຼາຍມື້ ຢູ່ຕາມສະໜາມບິນຕ່າງໆ ​ໃນ​ທົ່ວ​ໂລກ. ເຂດການບິນທີນຶ່ງນັ້ນ ຈະອະນຸຍາດໃຫ້ ທຸກຖ້ຽວບິນ ຂຶ້ນບິນໄດ້ ສ່ວນ​ເຂດທີ 2 ຈະຈຳກັດຖ້ຽວບິນ ຈຳນວນນຶ່ງ ແລະ​ເຂດທີ 3 ຈະເປັນເຂດຫ້າມບິນ. ລັດຖະມົນຕີຂົນສົ່ງ ຂອງສະຫະພາບຢູໂຣບ ທ່ານ SIIM KALLAS ກ່າວວ່າ ຈະບໍ່ມີການຜ່ອນຜັນໃດໆ ກ່ຽວກັບເລື່ອງຄວາມປອດໄພ ແຕ່ທ່ານກໍເວົ້າວ່າ ແຜນການດັ່ງກ່າວນີ້ ຈະອະນຸຍາດໃຫ້ເຮືອບິນ ໃນຈຳນວນຫລາຍຂຶ້ນ ໄດ້ບິນໃຫ້ບໍລິການ. ອຸສາຫະກຳການບິນ ຂອງຢູໂຣບ ໄດ້ຕຳໜິຕິຕຽນ ການຮັບມື ກັບວິກິດການດັ່ງກ່າວ ໂດຍກ່າວຫາ ລັດຖະບານ ຂອງປະເທດຕ່າງໆວ່າ ສະແດງປະຕິກິລິຍາ ຕື່ນຕົກໃຈເກີນຂອບເຂດ ແລະໃຊ້ເວລາດົນໂພດ ກ່ອນຈະຕັດສິນໃຈໄດ້ ກ່ຽວກັບແຜນການ ທີ່ປະສານງານກັນ.

XS
SM
MD
LG