ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍ່ມີພັກການເມືອງພັກໃດໃນ ປະເທດ ໄອສແລນ ໄດ້ຊະນະຄະແນນສຽງ ສ່ວນຫຼາຍ ໃນສະພາ ແຫ່ງຊາດ


ສະມາຊິກພັກ Pirate ສະແດງປະຕິກະລິຍາ ຫຼັງຈາກການ
ປະກາດຜົນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດໃນ ໄອສແລນ. 29 ຕຸລາ, 2016.
ສະມາຊິກພັກ Pirate ສະແດງປະຕິກະລິຍາ ຫຼັງຈາກການ ປະກາດຜົນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດໃນ ໄອສແລນ. 29 ຕຸລາ, 2016.

ນາຍົກລັດຖະມົນຕີຂອງ Iceland ໄດ້ລາອອກຈາກຕຳແໜ່ງໃນວັນອາທິດທີ່ຜ່ານມາ ຫຼັງ ຈາກການເລືອກຕັ້ງ ເຊິ່ງບໍ່ມີພັກໃດໄດ້ຮັບສຽງສ່ວນຫຼາຍຈາກສະພາແຫ່ງຊາດ ເພື່ອສ້າງ ຕັ້ງລັດຖະບານໃໝ່.

ນາຍົກລັດຖະມົນຕີຜູ້ພົ້ນຈາກການດຳລົງຕຳແໜ່ງທ່ານ Sigurdur Ingi Johansson ຈາກພັກເສລີນິຍົມ ໄດ້ກ່າວວ່າ ທ່ານຢາກມອບຈົດໝາຍການລາອອກຈາກຕຳແໜ່ງຂອງ ທ່ານໃຫ້ປະທານາທິບໍດີ ອີງຕາມລັດຖະທຳມະນູນ ແລະ ທ່ານຈະຍັງດຳລົງຕຳແໜ່ງຕໍ່, ຖ້າ ຖືກຮ້ອງຂໍ, ຈົນກວ່າລັດຖະບານໃໝ່ຈະຖືກສ້າງຕັ້ງຂຶ້ນມາ.

ພັກການເມືອງອິດສະຫຼະ ແລະ ເສລີນິຍົມ ທີ່ໄດ້ປົກຄອງປະເທດຮ່ວມກັນນັບຕັ້ງແຕ່ປີ 2013 ເປັນຕົ້ນມາໄດ້ຊະນະ 29 ບ່ອນນັ່ງໃນບ່ອນນັ່ງສະມາຊິກສະພາແຫ່ງຊາດ 63 ບ່ອນ.

ພັກປະຊາທິປະໄຕໂດຍກົງ ທີ່ສ້າງຕັ້ງຂຶ້ນພຽງ 4 ປີທີ່ຜ່ານມາ, ເຮັດຄະແນນໄດ້ຢ່າງຫຼວງ ຫຼາຍ, ແຕ່ບໍ່ຫຼາຍເທົ່າທີ່ໄດ້ສະແດງໃຫ້ເຫັນໃນການສຳຫຼວດຄວາມຄິດເຫັນ. ພັກປະຊາ ທິປະໄຕ, ຜູ້ສະໜັບສະໜູນປະຊາທິປະໄຕໂດຍກົງ ແລະ ເສລີພາບໃນການນຳໃຊ້ລະບົບ ດິຈີຕອລ ທີ່ຕໍ່ຕ້ານອຳນາດຜະເດັດການ, ໄດ້ຮັບຄະແນນສຽງເພີ່ມຂຶ້ນເກືອບ 3 ເທົ່າຈາກ 5 ເປີເຊັນໃນປີ 2013 ເປັນ 14.5 ເປີເຊັນ, ແລະ ຈະໄດ້ຮັບ 10 ບ່ອນນັ່ງໃນສະພາແຫ່ງຊາດ ຂອງ Iceland. ລວມກັນກັບພັນທະມິດນິຍົມແນວທາງກາງຊ້າຍ 3 ພັກຂອງພວກເຂົາ ເຈົ້ານັ້ນ, ເຂົາເຈົ້າໄດ້ຊະນະລວມທັງໝົດ 27 ບ່ອນນັ່ງ.

ພັກສີຂຽວ ຝ່າຍຊ້າຍ, ດ້ວຍຄະແນນສຽງ 15.9 ເປີເຊັນ, ພວກເຂົາເຈົ້າກໍຈະໄດ້ຮັບ 10 ບ່ອນນັ່ງໃນສະພາແຫ່ງຊາດເຊັ່ນກັນ.

ຜົນທີ່ອອກມາສະແດງໃຫ້ເຫັນວ່າ ສະພາແຫ່ງຊາດຂອງ Iceland ຈະຖືກແຍກອອກ ລະ ຫວ່າງ ພັກຝ່າຍຂວາ ແລະ ພັກຝ່າຍຊ້າຍ.

ການເລືອກຕັ້ງໄດ້ຖືກຄອບງຳໂດຍເສດຖະກິດຂອງ Iceland ທີ່ກຳລັງຟື້ນຟູຄືນສ່ວນໃຫຍ່ ຍ້ອນການຂະຫຍາຍຕົວດ້ານການທ່ອງທ່ຽວ, ດ້ວຍການວ່າຈ້າງແຮງງານລະດັບຕ່ຳ ແລະ ກາຍຂະຫຍາຍຕົວສູງ, ແລະ ຄວາມຕ້ອງການຂອງບັນດາຜູ້ລົງຄະແນນສຽງເພື່ອປະຕິຮູບ ການເມືອງ ຫຼັງຈາກໄດ້ລົງໂທດບຸກຄົນສຳຄັນຂອງລັດຖະບານຫຼາຍຄົນ ທີ່ກ່ຽວພັນກັບ ຂ່າວການກະທຳຜິດ ກ່ຽວກັບ ການບໍລິການດ້ານການເງິນສຳລັບຄົນຕ່າງ​ປະ​ເ​ທດໃນປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iceland Election
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG