ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພູເຂົາໄຟ ລະເບີດ ໃນໄອຊະແລນດ໌ ພາໃຫ້ມີ ການເຕືອນໄພ ທາງອາກາດ (ວີດີໂອ)


ປ້າຍເຕືອນໄພ ຕິດຫ້າມໄວ້ ຢູ່ທາງໄປຍັງ ພູເຂົາໄຟ Bardarbunga ປະມານ 20 ກິໂລແມັດ ຫຼື 12.5 ຫຼັກມາຍ ອອກຈາກ ພາກເໜືອ ທິດຕາເວັນຕົກ ຂອງເຂດແຜ່ນນ້ຳກ້ອນ Vatnajokull, ວັນທີ 19 ສິງຫາ 2014.
ປ້າຍເຕືອນໄພ ຕິດຫ້າມໄວ້ ຢູ່ທາງໄປຍັງ ພູເຂົາໄຟ Bardarbunga ປະມານ 20 ກິໂລແມັດ ຫຼື 12.5 ຫຼັກມາຍ ອອກຈາກ ພາກເໜືອ ທິດຕາເວັນຕົກ ຂອງເຂດແຜ່ນນ້ຳກ້ອນ Vatnajokull, ວັນທີ 19 ສິງຫາ 2014.

ປະ​ເທດ​ໄອ​ຊະ​ແລນດ໌ ​ໄດ້​ຍົກ​ລະດັບເຕືອນ​ໄພ​ສຳ​ຫລັບ​ເຮືອບິນ
ຂຶ້ນ​ເປັນຂັ້ນສີ​ແດງ ຊຶ່ງ​ເປັນ​ລະດັບ​ທີ່ສູງ​ສຸດ ຫຼັງຈາກພູ​ເຂົາ​ໄຟ
​ນ້ອຍ​ໜ່ວຍ​ນຶ່ງ ໄດ້​ລະ​ເບີດ​ຂຶ້ນ ທີ່​ເຮັດ​ໃຫ້​ເກີດ​ການ​ຢ້ານ​ກົວ​ວ່າ
ຂີ້​ເຖົ່າ​ໃນ​ທ້ອງຟ້າ​ອາດ​ສາມາດ​ລົບ​ກວນ​ການ​ເດີນທາງໆ​ອາກາດ​ໄດ້.

​ເຈົ້າໜ້າ​ທີ່ກົມ​ອຸດ​ຕຸ​ນິຍົມ​ວິທະຍາ​ຂອງ​ໄອ​ຊະ​ແລນດ໌ ​ກ່າວໃນ
​ວັນ​ເສົາ​ວານ​ນີ້ວ່າ ​ການລະ​ເບີດ​ຂອງ​ພູ​ເຂົາ​ໄຟ​ໄດ້​ຖືກ​ກວດ​ພົບ
ຢູ່​ໃຕ້​ແຜ່ນ​ນ້ຳກ້ອນ ຢູ່ພູ​ເຂົາ​ໄຟ Bardarbunga ບ່ອນ​ທີ່​ມີ​ແຜ່ນ
​ດິນ​ໄຫວເກີດ​ຂຶ້ນ ຫຼາຍໆ​ຄັ້ງ​ເມື່ອ​ຕົ້ນອາທິດ​ນີ້.

ລະດັບ​ເຕືອນ​ໄພ “ຂັ້ນສີ​ແດງ” ​ມີຄວາມໝາຍ​ວ່າ​ ​ພູ​ເຂົາ​ໄຟ​ຈະລະ​ເບີດ​ເກີດ​ຂຶ້ນຢ່າງ​
ແນ່ນອນ ຫຼືວ່າ ​ກຳລັງ​ລະ​ເບີດຂຶ້ນຢູ່. ອົງການ​ຂ່າວ​ AP ລາຍງານ​ວ່າ ​ບັນດາເຈົ້າໜ້າ​ທີ່​
ການ​ບິນ ​ໄດ້​ປະກາດ ​ເຂດ​ຫ້າມ​ບິນ​ໃນ​ບໍລິ​ເວນ​ພູ​ເຂົາ​ໄຟ​ດັ່ງກ່າວ ​ແຕ່​ບໍ່​ໄດ້​ປິດ​ນ່ານຟ້າ​
ຂອງໄອ​ຊະແລນດ໌.

ໄດ້ມີ​ການຍົກຍ້າຍປະຊາຊົນ​ອອກ​ຈາກ​ພື້ນ​ທີ່ ຢູ່​ໃນ​ເຂດ​ພາກ​ກາງຂອງໄອ​ຊະ​ແລນດ໌ ​ໃກ້​
ກັບ​ພູ​ເຂົາ​ໄຟ​ນັ້ນ ​ໃນ​ຕົ້ນອາທິດ​ຜ່ານ​ມາ​ນີ້ ​ເພື່ອ​ເປັນ​ການ​ລະມັດລະວັງ.

ສະພາບ​ການ​ດັ່ງກ່າວ​ໄດ້​ກໍ່ໃຫ້​ເກີດ​ຄວາມຢ້ານກົວ ​ທີ່​ຈະ​ເກີດ​ເຫດການ​ຊ້ຳ​ຮອຍ ກັບປີ
2010 ທີ່​ມີ​ການ​ລົບ​ກວນ​ການ​ເດີນ​ທາງໆ​ອາກາດ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ການລ່າ​ຊ້າ​ຂອງ​ຖ້ຽວ​
ບິນເປັນ​ເວລາ​ນຶ່ງ​ອາທິດ ຫຼືງົດ​ຖ້ຽວ​ບິນ ​ເປັນ​ເວລາຫຼາຍມື້ ຍ້ອນເມກຄວັນຂີ້​ເຖົ່າຈາກ
​ພູ​ເຂົາ​ໄຟ​ລະ​ເບີດ.

ICELAND VOLCANO VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG