ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງ​ການ ICE ຖອນ​ຄ່າ​ປັບ​ໃໝ ຈຳ​ນວນຫຼວງ ຫຼາຍ ສຳ​ລັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ທີ່​ພັກ​ອາ​ໄສ​ຢູ່​ໃນ​ໂບດ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ນາງ ໂຣ​ຊາ ຊາ​ບີ​ໂດ, ຜູ້​ທີ່​ພັກ​ອາ​ໄສ​ຢູ່​ໃນ​ໂບດ ຢູ​ໄນ​ເຕັດ ເມ​ໂຕ​ດິ​ສ, ໃນ​ຂະ​ນະ​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ກາ​ນ​ຖືກ​ເນ​ລະ​ເທດ, ຢືນ​ໃຫ້​ຖ່າຍ​ຮູບ​. ເມືອງ ແມນ​ຄັອ​ສ, ລັດ ໂຄ​ໂລ​ຣາ​ໂດ. 19 ກໍ​ລະ​ກົດ, 2017.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ນາງ ໂຣ​ຊາ ຊາ​ບີ​ໂດ, ຜູ້​ທີ່​ພັກ​ອາ​ໄສ​ຢູ່​ໃນ​ໂບດ ຢູ​ໄນ​ເຕັດ ເມ​ໂຕ​ດິ​ສ, ໃນ​ຂະ​ນະ​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ກາ​ນ​ຖືກ​ເນ​ລະ​ເທດ, ຢືນ​ໃຫ້​ຖ່າຍ​ຮູບ​. ເມືອງ ແມນ​ຄັອ​ສ, ລັດ ໂຄ​ໂລ​ຣາ​ໂດ. 19 ກໍ​ລະ​ກົດ, 2017.

ອົງ​ການ​ຄົນ​ເຂົ້າ​ເມືອງ ແລະ ພາ​ສີ​ອາ​ກອນ ສະ​ຫະ​ລັດ ຫຼື ICE ໄດ້​ຍົກ​ເລີກ​ການ​ປັບໃໝ​ທີ່​ຮຸນ​ແຮງ ​ລະ​ດັບ​ແສນ​ໂດ​ລາ ຕໍ່​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຜູ້​ທີ່​ໄດ້​ພັກອາ​ໄສ​ຢູ່​ຕາມ​ໂບດ​ຕ່າງໆ​ທົ່ວ ສະ​ຫະ​ລັດ.

ພາຍ​ໃຕ້​ກົດ​ໝາຍ​ປີ 1996, ພວກ​ຄົນ​ເຂົ້າ​ເມືອງ​ທີ່ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງການເນ​ລະ​ເທດ ຈະ​ຖືກ​ປັບໃໝ​ລະ​ຫວ່າງ 300,000 ໂດ​ລາ ​ຫາ 500,000 ໂດ​ລາ.

​ໃນ​ຖາ​ນະ​ທີ່​ເປັນສ່ວນ​ນຶ່ງ​ຂອງ​ການ​ຜັກ​ດັນ​ ​ເພື່ອ​ປາບ​ປາມ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຂອງ​ທ່ານ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເຊັນ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ບັບ​ນຶ່ງ​ໃນ​ປີ 2017 ທີ່​ຊີ້​ນຳ​ໃຫ້​ອົງ​ການ​ດັ່ງ​ກ່າວ​ເລີ່ມ​ເກັບ​ເງິນ.

ແຕ່​ກຸ່ມ​ພັນ​ທະ​ມິດ​ຂອງ​ບັນ​ດາ​ທະ​ນາຍ​ຄວາມ​ຄົນ​ເຂົ້າ​ເມືອງ ແລະ ກຸ່ມປົກ​ປ້ອງ ສິດ​ທິ​ມະ​ນຸດ​ທັງຫຼາຍ​ທີ່​ເປັນ​ຕົວ​ແທນ​ໃຫ້​ແມ່​ຍິງ​ເຈັດ​ຄົນ ​ທີ່ໄດ້​ຕົກເປັນ​ເປົ້າ​ໝາຍ​ທີ່ພັກອາ​ໄສ​ຢູ່​ໃນ​ໂບດ ໄດ້​ເອີ້ນ​ການ​ປັບໃໝ​ນັ້ນ​ວ່າ​ຜິດ​ກົດ​ໝາຍ.

ທະ​ນາຍ​ຄວາມ ທ່ານ ເຈີ​ຣີ ແມັກ​ຄິນ​ນີ ໄດ້​ກ່າວ​ວ່າ “ບໍ່​ມີ​ພວກ​ເຮົາ​ຄົນ​ໃດ​ເຄີຍ​ເຫັນ​ຄວາມ​ພະ​ຍາ​ຍາມ​ໃດ​ໆ​ ທີ່​ຈະ​ເກັບ​ຄ່າ​ປັບ​ໃໝ​ນີ້​ຕໍ່ໃຜ​ຈັກ​ຄົນ. ດ້ວຍ​ການ​ແນ​ເປົ້າ​ໃສ່​ຄົນ​ຜູ້​ທີ່​ໄດ້​ພັກ​ອາ​ໄສ​ຢູ່​ໃນ​ສະ​ຖາ​ບັນ​ທາງ​ສາ​ສະ​ໜາ​ໂດຍ​ສະ​ເພາະນັ້ນ, ມັນ​ເບິ່ງ​ຄືກັບຮູບ​ແບບ​ຂອງ​ກົດ​ໝາຍທີ່​ເລືອກ​ແບ່ງ​ແຍກ.”

ອົງ​ການ ICE ບໍ່​ໄດ້​ໃຫ້​ເຫດ​ຜົນ​ທີ່​ສະ​ເພາະ​ເຈາະ​ຈົງ​ວ່າ ​ເປັນຫຍັງ​ເຂົາ​ເຈົ້າ​ຈຶ່​ງ​ຕັດ​ສິນ​ໃຈ​ທີ່​ຈະ​ບໍ່​ພິ​ຈາ​ລະ​ນາ​ຄະ​ດີ ແລະ ເກັບ​ຄ່າ​ປັບ​ໃໝ, ແຕ່​ໄດ້​ກ່າວ​ວ່າຜູ້​ທີ່ອ​າດ​ເປັນ​ຄົນ​ເຂົ້າ​ເມືອງນັ້ນ ​ຍັງ​ຄົງ​ລ່ວງ​ລະ​ເມີດ​ກົດ​ໝາຍ ແລະ ຍັງ​ຈະ​ຖືກ​ເນ​ລະ​ເທດ​ຢູ່.

ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍຫຼາຍ​ຄົນ ຜູ້​ທີ່​ຢ້ານ​ຖືກ​ສົ່ງ​ກັບ​ຄືນ​ໄປ​ປະ​ເທດ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ​ໄດ້​ພັກ​ອາ​ໄສ​ຢູ່ຕາມ​ໂບດ​ຕ່າງໆ, ໂດຍ​ຮູ້​ວ່າ​ເຈົ້າ​ໜ້າ​ທີ່​ຄົນ​ເຂົ້າ​ເມືອງ ແມ່ນບໍ່​ຢາກ​ທີ່​ຈະ​ບັງ​ຄັບ​ໃຊ້​ກົດ​ໝາຍ​ໃນ​ສະ​ຖານ​ທີ່ປະ​ຕິ​ບັດ​ສາ​ສະ​ໜາ​ກິດຕ່າງໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG