ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ ICE ຂໍປະຫວັດ ການປ່ອນບັດ ຂອງພົນລະເມືອງ ລັດຄາໂຣໄລນາ ເໜືອ ຫຼາຍລ້ານ ສະບັບ


ພວກໄປປ່ອນບັດອອກສຽງ ກຳລັງອອກມາຈາກ ໜ່ວຍເລືອກຕັ້ງ ຢູ່ໃນເມືອງ ຊາຣລັອດຕ໌ ລັດຄາໂຣໄລນາ ເໜືອ, ວັນທີ 8 ພຶດສະພາ 2018.
ພວກໄປປ່ອນບັດອອກສຽງ ກຳລັງອອກມາຈາກ ໜ່ວຍເລືອກຕັ້ງ ຢູ່ໃນເມືອງ ຊາຣລັອດຕ໌ ລັດຄາໂຣໄລນາ ເໜືອ, ວັນທີ 8 ພຶດສະພາ 2018.

ບັນດາໄອຍະການ ລັດຖະບານກາງ ສະຫະລັດ ໄດ້ອອກໝາຍສານ ຫຼາຍລ້ານສະບັບ
ເພື່ອຂໍປະຫວັດ ຂອງພວກຜູ້ມີສິດອອກສຽງ ສຳລັບເຄິ່ງນຶ່ງຂອງ ເຂດຕາເວັນອອກ
ລັດຄາໂຣໄລນາ ເໜືອ. ແລະ ຄະນະກຳມະການເລືອກຕັ້ງຂອງລັດຄາໂຣໄລນາ ເໜືອ
ແມ່ນໄດ້ຕົກລົງເຫັນດີ ຢ່າງເປັນເອກກະສັນ ທີ່ຈະຕໍ່ ຕ້ານຄຳສັ່ງດັ່ງກ່າວ.

ນີ້ແມ່ນເລື້ອງລາວ ຢູ່ເບື້ອງຫລັງ ຂອງການຮຽກຮ້ອງຂໍປະຫວັດຂອງພວກຜູ້ມີສິດອອກ
ສຽງ ແລະ ການຕໍ່ຕ້ານການຮຽກຮ້ອງນັ້ນ.

ແຜນທີ່ເຂດເມືອງຕ່າງໆ ທີ່ ພະແນກກົມກວດຄົນເຂົ້າເມືອງ ແລະພາສີ ຫຼື ICE ອອກໝາຍສານ ຂໍປະຫວັດການປ່ອນບັດອອກສຽງ.
ແຜນທີ່ເຂດເມືອງຕ່າງໆ ທີ່ ພະແນກກົມກວດຄົນເຂົ້າເມືອງ ແລະພາສີ ຫຼື ICE ອອກໝາຍສານ ຂໍປະຫວັດການປ່ອນບັດອອກສຽງ.

ໃນເມື່ອ ທະນາຍຄວາມຂອງສະຫະລັດ ທ່ານ ໂຣເບີດ ເຈ ຮີກດັນ ໄດ້ອອກໝາຍສານ
ຕໍ່ຄະນະກຳມະການ ເລືອກຕັ້ງ ແລະກວດກາຈັນຍາບັນ ແລະ 44 ຕົວເມືອງ ຢູ່ທາງພາກ
ຕາເວັນອອກ ໃນທ້າຍເດືອນສິງຫາ ຜ່ານມານີ້ ທ່ານ ໄດ້ເຮັດວຽກໂດຍການປະສານງານ
ກັບພະແນກກວດຄົນເຂົ້າເມືອງ ແລະ ພາສີ ຫຼື ICE.

ພະແນກ ICE ບໍ່ໄດ້ກ່າວຫຍັງເລີຍ ວ່າ ສາເຫດໃດ ທີ່ຕົນຕ້ອງການ ບັດເລືອກຕັ້ງ ຫຼາຍ
ກວ່າ 2 ລ້ານບັດ ແລະ ປະຫວັດຂອງການອອກສຽງ 15 ລ້ານສະບັບ ຈາກຕົວເມືອງ
ຕ່າງໆ ນອກເໜືອຈາກນັ້ນ ລວມທັງເອກກະສານຂໍຂຶ້ນທະບຽນຂອງຜູ້ມີສິດອອກສຽງ
ທັງໝົດ ໃນຕະຫຼອດໄລຍະ 8 ປີ ຜ່ານມາ -- ທັງໝົດນີ້ ຈະຕ້ອງຢື່ນໄປໃຫ້ສານພາຍໃນ
ວັນທີ 25 ກັນຍາ.

ຮ່ອງຮອຍຂອງຫລັກຖານ ອາດຈະຖືກພົບເຫັນ ໃນອຸປະຕິເຫດ ທີ່ໄດ້ເກີດຂຶ້ນ ກ່ອນໜ້າ
ຂອງ ການອອກໝາຍສານນັ້ນ.

ບໍ່ເທົ່າໃດອາທິດກ່ອນໜ້ານີ້ ຄະນະຕຸລາການຂອງພະແນກ ICE ໄດ້ກ່າວຟ້ອງ ພວກຄົນ
ຕ່າງຊາດ 19 ຄົນ ໃນຂໍ້ຫາ ປ່ອນບັດອອກສຽງ ຢ່າງຜິດກົດໝາຍ ໃນການເລືອກຕັ້ງ ປີ
2016 ຢູ່ໃນລັດຄາໂຣໄລນາ ເໜືອ. ພະແນກ ICE ອາດຈະຊອກຫາຮ່ອງຮອຍ ຂອງການ
ສໍ້ໂກງອື່ນໆນຳດ້ວຍ.

ໜັງສືພິມ ນິວຢອກໄທມສ໌ ໄດ້ລາຍງານ ໃນວັນຈັນວານນີ້ວ່າ ທ່ານ ຮີກດັນ ເຮັດວຽກໃນ
ນາມ ຂອງພະແນກ ICE ຍັງໄດ້ອອກໝາຍສານ ຂໍປະຫວັດ ຕະຫຼອດໄລຍະແປດປີ
ຂອງກົມຂຶ້ນທະບຽນລົດຍົນ ຂອງລັດຄາໂຣໄລນາ ເໜືອ. ກົດໝາຍລັດຖະບານກາງ
ບັງຄັບໃຫ້ຜູ້ໃດກໍຕາມ ທີ່ຕ້ອງການ ຫຼື ຢາກຈະຕໍ່ອາຍຸ ໃບອະນຸຍາດຂັບລົດ ນັ້ນ ຈະຖືກສະເໜີໃຫ້ຂຶ້ນທະບຽນເພື່ອອອກສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG