ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາຕ່າງປະເທດ ຕ້ອງໄດ້ອອກຈາກ ສຫລ ຖ້າໂຮງຮຽນສອນທາງອອນລາຍ ໝົດທຸກວິຊາ


ນັກສຶກສາຄົນນຶ່ງໃສ່ໜ້າກາກປ້ອງກັນໄວຣັສໂຄໂຣນາຍ່າງໄປກັບຄົນອື່ນໃນມະຫາວິທະຍາໄລ Harvard ໃນເມືອງ Cambridge, ລັດ Massachusetts, ກ່ອນທີ່ມະຫາວິທະຍາໄລດັ່ງກ່າວ ປ່ຽນໄປສອນທາງອອນລາຍຈົນໝົດ (ພາບຖ່າຍໃນວັນທີ 10 ມີນາ, 2020)
ນັກສຶກສາຄົນນຶ່ງໃສ່ໜ້າກາກປ້ອງກັນໄວຣັສໂຄໂຣນາຍ່າງໄປກັບຄົນອື່ນໃນມະຫາວິທະຍາໄລ Harvard ໃນເມືອງ Cambridge, ລັດ Massachusetts, ກ່ອນທີ່ມະຫາວິທະຍາໄລດັ່ງກ່າວ ປ່ຽນໄປສອນທາງອອນລາຍຈົນໝົດ (ພາບຖ່າຍໃນວັນທີ 10 ມີນາ, 2020)

ພາຍໃຕ້ຄໍາສັ່ງແນະນໍາໃໝ່ທີ່ວາງອອກມາໃນວັນຈັນວານນີ້ ໂດຍເຈົ້າໜ້າທີ່ກວດ ຄົນເຂົ້າເມືອງຂອງລັດຖະບານກາງ ນັກສຶກສາສາກົນຈະຕ້ອງໄດ້ຖືກບັງຄັບໃຫ້ ອອກໄປຈາກສະຫະລັດຫລືໂອນໄປຫາມະຫາວິທະຍາໄລອື່ນ ຖ້າຫາກໂຮງຮຽນ ຂອງເຂົາເຈົ້າສອນທາງອອນລາຍຈົນໝົດ ໃນພາກຮຽນລະດູໃບໄມ້ລົ່ນປີນີ້.

ຄໍາສັ່ງແນະນໍາດັ່ງກ່າວ ທີ່ວາງອອກມາໂດຍຫ້ອງການປະຕິບັດງານກວດຄົນເຂົ້າ ເມືອງ ແລະພາສີຂອງສະຫະລັດ ໄດ້ສ້າງຄວາມກົດດັນໃຫ້ແກ່ມະຫາວິທະຍາໄລ ຕ່າງໆ ເພີ້ມຂຶ້ນວ່າໃຫ້ເປີດໂຮງຮຽນຄືນອີກທ້າມກາງຄວາມເປັນຫ່ວງ ຂອງການ ລະບາດຂອງພະຍາດ ໂຄວິດ-19 ເມື່ອມໍ່ໆມານີ້ ຢູ່ໃນກຸ່ມຊາວໜຸ່ມ. ບັນດາມະ ຫາວິທະຍາໄລທັງຫລາຍທີ່ໄດ້ຮັບຄໍາສັ່ງແນະນໍາໃນມື້ດຽວກັນ ກັບບາງສະຖາບັນ ລວມທັງມະຫາວິທະຍໄລຮາວາດ ໄດ້ປະກາດວ່າ ການສອນທຸກຢ່າງຈະ ແມ່ນຜ່ານການສອນແບບທາງໄກໝົດ.

ປະທານາທິບໍດີດໍໂນລ ທຣໍາໄດ້ຢືນຢັດວ່າ ໂຮງຮຽນ ແລະມະຫາວິທະຍາໄລທຸກ ແຫ່ງໃຫ້ກັບມາສອນ ໂດຍໜ້າ-ຕໍ່ໜ້າຄືນອີກໃຫ້ໄວເທົ່າທີ່ຈະໄວໄດ້. ບໍ່ດົນພໍເທົ່າ ໃດ ຫລັງຈາກຄໍາສັ່ງແນະນໍາດັ່ງກ່າວ ໄດ້ຖືກເຜີຍແຜ່ອອກມາ ທ່ານທຣໍາ ກໍໄດ້ກ່າວຊໍ້າອີກຢູ່ໃນທວີດເຕີວ່າ ໂຮງຮຽນຕ່າງໆ ຕ້ອງໄດ້ເປີດຄືນອີກໃນລະດູໃບໄມ້ ລົ່ນປີນີ້ ໂດຍກ່າວເພີ້ມອີກວ່າ ພວກສັງກັດພັກເດໂມແຄຣັດ ຢາກໃຫ້ໂຮງຮຽນ ປິດໄວ້ "ຍ້ອນເຫດຜົນທາງການເມືອງບໍ່ແມ່ນຍ້ອນເຫດຜົນທາງດ້ານສຸຂະພາບ."

ທ່ານທຣໍາຂຽນວ່າ “ເຂົາເຈົ້າຄິດວ່າມັນຈະຊ່ວຍເຂົາເຈົ້າໄດ້ໃນເດືອນພະຈິກນີ້. ຜິດ, ຄົນເຂົາຮູ້.”ພາຍໃຕ້ກົດລະບຽບທີ່ໄດ້ຮັບການປັບປຸງໃໝ່ນີ້ ນັກສຶກສາສາກົນ ຈະຕ້ອງເຂົ້າ ຮຽນໃນຫ້ອງແບບໜ້າ-ຕໍ່ໜ້າຢ່າງໜ້ອຍ 1 ວິຊາໃນຈໍານວນວິຊາທັງໝົດທີ່ຕົນ ຕ້ອງໄດ້ຮຽນ. ຈະບໍ່ມີການອອກວີຊາໃຫ້ແກ່ນັກສຶກສາ ຫລືໂຄງການທີ່ສອນທຸກ ວິຊາທາງອອນລາຍໝົດ. ແລະແມ່ນແຕ່ຢູ່ໃນມະຫາວິທະຍາໄລ ທີ່ສອນປົນກັນ ລະຫວ່າງວິຊາທີ່ສອນໃນຫ້ອງຮຽນ ແລະວິຊາທີ່ສອນທາງອອນລາຍ ໃນລະດູ ໃບໄມ້ລົ່ນປີນີ້ກໍຕາມ ນັກສຶສາສາກົນ ຈະຖືກຫ້າມບໍ່ໃຫ້ເອົາວິຊາຮຽນທາງອອນ ລາຍໝົດເລີຍ.

ມັນສ້າງຄວາມບັນຫາຫຍຸ້ງຍາກລໍາບາກແບບກະທັນຫັນ ໃຫ້ແກ່ນັກສຶກສາຕ່າງ ປະເທດ ຫລາຍພັນຄົນ ທີ່ພາກັນຄ້າງຢູ່ໃນສະຫະລັດໃນລະດູໃບໄມ້ປົ່ງຜ່ານມາ ພາຍຫລັງ ທີ່ໄວຣັສໂຄໂຣນາ ໄດ້ບັງຄັບໃຫ້ໂຮງຮຽນຂອງພວກເຂົາເຈົ້າປ່ຽນໄປ ຮຽນທາງອອນລາຍ. ພວກທີ່ເຂົ້າໂຮງຮຽນ ທີ່ຍັງສອນຜ່ານທາງອອນລາຍຢູ່ນັ້ນ “ຈະຕ້ອງ ອອກຈາກປະເທດໄປ ຫລືຖ້າບໍ່ດັ່ງນັ້ນ ກໍໃຫ້ເອົາວິທີອື່ນ ເຊັ່ນ ການ ໂອນໄປເຂົ້າຮຽນ ໃນມະຫາວິທະຍາໄລແຫ່ງນຶ່ງ ທີ່ສອນແບບໜ້າ-ຕໍ່ໜ້າ,” ອີງ ຕາມຄໍາສັ່ງແນະນໍາສະບັບນີ້.

ສະພາດ້ານການສຶກສາຂອງອາເມຣິກາ ທີ່ຕາງໜ້າໃຫ້ປະທານຂອງມະຫາວິທະ ຍາໄລຕ່າງໆເວົ້າວ່າ ຄໍາສັ່ງແນະນໍານີ້ “ເຮັດໃຫ້ຢ້ານກົວ” ແລະຈະສົ່ງຜົນເຮັດ ໃຫ້ມີຄວາມສັບສົນໃນຂະນະທີ່ໂຮງຮຽນຕ່າງໆ ກໍາລັງຊອກຫາທາງ ເພື່ອເປີດຄືນດ້ວຍຄວາມປອດໄພ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG