ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ ກວດຄົນເຂົ້າເມືອງແລະພາສີ ຫລຸດການປະຕິບັດ ແບບເຂັ້ມງວດລົງ ຍ້ອນການລະບາດຂອງ ໄວຣັສ ໂຄໂຣນາ


ຕໍາຫລວດກວດຄົນເຂົ້າເມືອງດ້ານການປະຕິບັດການເອົາຄົນອອກປະເທດ ຫລື ERO ກໍາລັງສົ່ງຄົນບໍ່ມີອະນຸຍາດຢູ່ສະຫະລັດ ທີ່ມີປະຫວັດ ໃນການກໍ່ອາດຊະຍາກໍາ ໄປຫາບ່ອນຄຸມຂັງ ຢູ່ເມືອງ San Jose ລັດຄາລິຟໍເນຍ ໃນວັນທີ 25, 2019 (ພາບໂດຍ REUTERS/Kate Munsch)
ຕໍາຫລວດກວດຄົນເຂົ້າເມືອງດ້ານການປະຕິບັດການເອົາຄົນອອກປະເທດ ຫລື ERO ກໍາລັງສົ່ງຄົນບໍ່ມີອະນຸຍາດຢູ່ສະຫະລັດ ທີ່ມີປະຫວັດ ໃນການກໍ່ອາດຊະຍາກໍາ ໄປຫາບ່ອນຄຸມຂັງ ຢູ່ເມືອງ San Jose ລັດຄາລິຟໍເນຍ ໃນວັນທີ 25, 2019 (ພາບໂດຍ REUTERS/Kate Munsch)

ອົງການປະຕິບັດກົດໝາຍດ້ານກວດຄົນເຂົ້າເມືອງແລະພາສີ ຫລື ICE ກໍາລັງ ຫລຸດການປະຕິບັດງານ ແບບເຂັ້ມງວດ ທີ່ໄດ້ເລີ້ມຕົ້ນຂຶ້ນ ຢູ່ພາຍໃຕ້ ປະທານາທິບໍດີ ດໍໂນລ ທຣໍາ ນັ້ນລົງ ໃນຂະນະທີ່ປະເທດ ກໍາລັງຮັບມືກັບ ການລະບາດ ຂອງເຊື້ອໄວຣັສໂຄໂຣນາ ສາຍພັນໃໝ່ຢູ່ນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ອົງການ ICE ເວົ້າວ່າ ນັບແຕ່ວັນພຸດວານນີ້ ອົງການດັ່ງກ່າວໄດ້ດໍາເນີນຄວາມ ພະຍາຍາມ ສຸມໃສ່ຕິດຕາມເບິ່ງຄົນ ທີ່ບໍ່ໄດ້ຮັບອະນຸຍາດ ຢູ່ໃນສະຫະລັດ ທີ່ສ້າງໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພຂອງສາທາລະນະຊົນ ຫລື ຈະເປັນຜູ້ທີ່ຕ້ອງໄດ້ຖືກຈັບໄປຂັງ ໃນຖານກໍ່ອາດຊະຍາກໍາ.

ອົງການດັ່ງກ່າວໄດ້ກະທໍາການຢ່າງແຂງຂັນ ໃນການຈັບກຸມເອົາໃຜກໍຕາມ ທີ່ຢູ່ໃນປະເທດທີ່ບໍ່ມີອະນຸຍາດ ໂດຍເປັນສ່ວນນຶ່ງຂອງການເພີ້ມ ການປະຕິບັດກົດໝາຍໃຫ້ເຂັ້ມງວດຂຶ້ນ ຢູ່ພາຍໃຕ້ລັດຖະບານ ຂອງປະທານາທິບໍດີ ທຣໍາ.

ອົງການທີ່ວ່ານີ້ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ໜ່ວຍງານສືບສວນ ຂອງຕົນຈະສຸມໃສ່ການຮັກສາຄວາມປອດໄພຂອງສາທາລະນະຊົນ ແລະຄວາມ ໝັ້ນຄົງຂອງຊາດ. ການເຮັດແນວນັ້ນ ແມ່ນຈະລວມທັງ ການລັກລອບຄ້າຢາ ເສບຕິດ ແລະຄ້າມະນຸດ ຕະຫລອດທັງການປະຕິບັດງານຕ້ານພວກແກັ້ງ ແລະ ກໍລະນີການຂູດຮີດແຮງງານເດັກນ້ອຍ.

ອົງການ ICE ເວົ້າອີກວ່າ ການປ່ຽນແປງນີ້ ແມ່ນເປັນການຊົ່ວຄາວ ແລະມີຈຸດ ປະສົງເພື່ອຮັບປະກັນຄວາມສະຫວັດດີພາບ ແລະຄວາມປອດໄພຂອງສາທາລະ ນະຊົນ ແລະຂອງອົງການຕ່າງໆ.

ອົງການທີີ່ວ່ານີ້ ຈະບໍ່ປະຕິບັດງານຢູ່ໃນ ຫລືຢູ່ໃກ້ກັບສະຖານທີ່ປິ່ນປົວພະຍາດ ເວັ້ນເສຍແຕ່ “ຈະມີກໍລະນີທີ່ພິເສດທີ່ສຸດ” ຢູ່ໃນໄລຍະທີ່ມີວິກິດການເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG