ຫົວໜ້າໄອຍະການ ສານອາຍານາໆຊາດ ກ່າວວ່າ ທ່ານນາງ
ຈະສືບຕໍ່ເກັບກຳຫລັກຖານ ກ່ຽວກັບ ປະທານາທິບໍດີເຄນຢາ
ທ່ານ Uhuru Kenyetta ເຖິງແມ່ນວ່າ ການກ່າວຫາທ່ານໄດ້
ຖືກຍົກເລີກໄປແລ້ວກໍຕາມ.
ໃນວັນສຸກວານນີ້ ໄອຍະການ Fatou Bensouda ໄດ້ຖອນ
ການຟ້ອງຮ້ອງ ຢ່າງເປັນທາງການ ໃນຂໍ້ຫາກໍ່ໂທດກຳຕ້ານ
ມະນຸດຊາດຕໍ່ທ່ານ Kenyetta ທີ່ຖືກກ່າວຫາວ່າເປັນຜູ້ບົງ
ການ ໃນການກໍ່ຄວາມຮຸນແຮງ ຫລັງຈາກການເລືອກຕັ້ງຢູ່
ເຄນຢາ ໃນປີ 2007 ແລະ 2008.
ໄອຍະການ Bensouda ກ່າວຕໍ່ວີໂອເອ ພະແນກພາສາອັງກິດ ໄປຍັງອາຟຣິ ກາວ່າ
ຄວາມພະຍາຍາມໃນການຂົ່ມຂູ່ບັນດາພິຍານແລະການບໍ່ໃຫ້ຄວາມຮ່ວມ ມືຈາກລັດຖະ
ບານເຄນຢາ ໄດ້ບ່່ອນທຳລາຍຕໍ່ການດຳເນີນຄະດີການຂອງໄອຍະ ການ ແຕ່ທ່ານນາງ
ໄດ້ກ່າວເພີ້ມອີກວ່າ ຫ້ອງການຂອງທ່ານນາງຍັງບໍ່ຍອມແພ້ ໃນເລື້ອງນີ້ເທື່ອ.
ທ່ານນາງ Bensouda ກ່່າວວ່າ “ພວກເຮົາຈະບໍ່ລືມບັນດາຜູ້ເຄາະຮ້າຍ. ພວກ ເຮົາຈະ
ດຳເນີນຄວາມພະຍາຍາມຕໍ່ໄປ. ດັງທີ່ ຂ້າພະເຈົ້າໄດ້ສະແດງໃຫ້ເຫັນ ຂ້າພະເຈົ້າ ຈະຮັບ
ເອົາຂໍ້ມູນ ພວກເຮົາຈະຊັ່ງຊາເບິ່ງຂໍ້ມູນເຫຼົ່ານັ້ນ ແລະພວກເຮົາຈະຮູ້ວ່າ ເອົາບາດກ້າວໃນ
ຂັ້ນຕໍ່ໄປ ທີ່ພວກເຮົາຈະພະຍາຍາມ ແມ່ນອີງຕາມຂໍ້ ມູນ ທີ່ພວກເຮົາຈະໄດ້ຮັບ.”
ປະທານາທິບໍດີ Kenyetta ໄດ້ສະແດງປະຕິກິລິຍາຕອບໂຕ້ຢ່າງໄວຕໍ່ຄຳປະກາດໃນວັນ
ສຸກວານນີ້ ໂດຍກ່າວຢູ່ໃນຖະແຫລງການວ່າ ທ່ານມີທັງຄວາມຮູ້ສຶກ “ຕຶຶ່ນເຕັ້ນ” ແລະ “
ໂລ່ງໃຈ" ກ່ຽວກັບຂ່າວດັ່ງກ່າວ. ທ່ານຍັງໄດ້ປະກາດກ່ຽວກັບ ຄວາມບໍລິສຸດຂອງທ່ານໃນ
ຄະດີນີ້ ແລະກ່າວວ່າ “ຄວາມຮູ້ສຶຶກສຳນຶກໂຕໄດ້ນັ້ນແມ່ນເປັນທີ່ແຈ້ງຂາວ.”
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານຢູ່ໃນ ສະຫະລັດໄດ້
ຕິຕຽນການຕັດສິນໃຈດັ່ງກາວ ໂດຍກ່າວວ່າ “ມັນເປັນການຖອຍຫຼັງ ໃນການດຳເນີນ
ຄວາມພະຍາຍາມ ເພື່ອຍຸດຕິປະເພນີຂອງປະເທດໃນການປົກ ປ້ອງບໍ່ໃຫ້ຖືກລົງໂທດ.”
ລາຍງານກ່າວວ່າ ອຸບປະສັກໃນການດຳເນີນຄະດີ ທ່ານ Kenyetta ເຮັດໃຫ້ມີຄວາມສຳ
ຄັນຕື່ມຂຶ້ນ ສຳລັບສານອາຍານາໆຊາດ ເພື່ອຊອກຫາຊ່ອງທາງວ່າ ຈະດຳເນີນການແບບ
ໃດ ກັບຄະດີໃຫຍ່ຕໍ່ບຸກຄົນທີ່ມີຊື່ສຽງນັ້ນ.