ສານອາຍາສາກົນ ຫຼື ICC ຢາກໃຫ້ ອາຟຣິກາໃຕ້ ຈັບກຸມປະທາ ນາທິບໍດີ ຊູດານ ທ່ານ Omar al-Bashir ເຊິ່ງຕອນນີ້ກຳລັງເຂົ້າ ຮ່ວມກອງປະຊຸມສະຫະພາບອາຟຣິກາ ຫຼື AU ທີ່ເມືອງ Johannesburg.
ICC ກ່າວວ່າ ທ່ານ Bashir ໄດ້ຖືກອອກໝາຍຈັບທີ່ໂດດເດັ່ນສອງ ສະບັບ. ທ່ານໄດ້ຖືກຂໍ້ຫາເປັນອາຊະຍາກອນສົງຄາມ ແລະ ການຂ້າລ້າງເຜົ່າພັນ ຍ້ອນສົ່ງທະຫານ ແລະໃຫ້ການໜູນຫຼັງແກ່ພວກທະຫານ ບ້ານອາຣັບ ປາບປາມການລຸກຮືຂຶ້ນຕໍ່ສູ້ກັນ ຢູ່ແຂວງ Darfur ໃນປີ 2003.
ສະຫະປະຊາຊາດ ກ່າວວ່າ ການຕໍ່ສູ້ກັນໃນເຂດທີ່ທຸກຍາກດັ່ງກ່າວໄດ້ເຮັດໃຫ້ມີຄົນເສຍຊີວິດ 300,000 ຄົນ ແລະ ກໍ່ໃຫ້ມີຊາວອົບພະຍົບ ຫຼາຍກວ່າ 2 ລ້ານຄົນ. ຜູ້ທີ່ໄດ້ຮັບເຄາະຮ້າຍສ່ວນໃຫຍ່ແມ່ນພົນລະເຮືອນ.
ປະທານ ICC ທ່ານ Sidiki Kaba ໄດ້ກ່າວໃນຖະແຫຼງຂ່າວວ່າ ອາຟຣິກາໃຕ້, ເຊິ່ງ “ໄດ້ມີການປະກອບສ່ວນມາຕະຫຼອດເພື່ອການສ້າງຄວາມເຂັ້ມແຂງໃຫ້ແກ່ສານ,” ຄວນຈະ “ບໍ່ປະປ່ອຍຄວາມພະຍາຍາມໃດໆເພື່ອຮັບປະກັນ ການດຳເນີນການ ຂອງໝາຍຈັບ.”
ນັກວິເຄາະກ່າວວ່າ ໃນເມື່ອ ອາຟຣິກາໃຕ້ ເປັນຜູ້ລົງນາມໃນສົນທິສັນຍາ Rome ທີ່ໄດ້ສ້າງຕັ້ງ ICC ຂຶ້ນ ແລະ ຈຶ່ງມີພັນທະທີ່ຈະຕ້ອງຈັບກຸມປະທານາທິບໍດີ Bashir, ແຕ່ບໍ່ມີທ່າທາງວ່າ ເຈົ້າພາບກອງປະຊຸມ ສຸດຍອດ AU ຈະກັກຕົວຜູູ້ນຳຂອງ ຊູດານ ແຕ່ຢ່າງໃດເລີຍ. ສະຫະພາບ ອາຟຣິກາ ໄດ້ກ່າວຫາ ICC ວ່າ ແນເປົ້າໝາຍຢ່າງບໍ່ເປັນທຳຕໍ່ ພວກຜູ້ນຳ ອາຟຣິກາ.