ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານນາໆຊາດ ຕັດສິນໂທດ ຈຳຄຸກ ຫົວໜ້າ ທະຫານບ້ານ ຄອງໂກ 12 ປີ (ວີດີໂອ)


ທ່ານ Germain Katanga ອະດີດ ຫົວໜ້າທະຫານບ້ານ ຄອງໂກ ຖືກສານອາຍານາໆຊາດ ຕັດສິນໂທດຈຳຄຸກ 12 ປີ (23 ພຶດສະພາ 2014)
ທ່ານ Germain Katanga ອະດີດ ຫົວໜ້າທະຫານບ້ານ ຄອງໂກ ຖືກສານອາຍານາໆຊາດ ຕັດສິນໂທດຈຳຄຸກ 12 ປີ (23 ພຶດສະພາ 2014)
ສານອາຍານາໆຊາດ ໄດ້ຕັດສິນລົງໂທດອະດີດຜູ້ບັນຊາການທະ
ຫານບ້ານຄອງໂກ ທ່ານ Germain Katanga ໃຫ້ຕິດຄຸກເປັນເວ
ລາ 12 ປີ ຍ້ອນຄວາມຜິດ ໃນພາກສ່ວນຂອງທ່ານ ກ່ຽວກັ ບການ
ສັງຫານໝູ່ ໃນປີ 2003.

ທ່ານ Katanga ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນເດືອນມີນາ
ຜ່ານມາຍ້ອນເປັນຊ່ອຍຜູ້ອຳນວຍຄວາມສະດວກແລະຈັດຕັ້ງທະ
ຫານບ້ານ ທີ່ໄດ້ສັງຫານໝູ່ປະຊາຊົນ ປະມານ 200 ຄົນ ຢູ່ທີ່ບ້ານ
Bogoro ໃນພາກຕາເວັນອອກຂອງສາທາລະນະລັດປະຊາທິປະ
ໄຕຄອງໂກ.

ສານເວົ້າວ່າ ທ່ານ Katanga ໄດ້ກໍ່ອາຊະຍາກຳສົງຄາມ ແລະກໍ່ໂທດກຳຕ້ານມະນຸດຊາດ ຮວມທັງສັງຫານ ໂຈມຕີພົນລະເຮືອນ ທຳລາຍຊັບສິນແລະປຸ້ນສະດົມ.

ທ່ານ Katanga ໄດ້ຕິດຄຸກມາແລ້ວ ເປັນເວລາ 7 ປີ. ຜູ້ພິພາກສາ Bruno Cotte ໄດ້ຕັດສິນ ໃນວັນສຸກມື້ນີ້ວ່າ ການຖືກຄຸກ 7 ປີມາແລ້ວຂອງຜູ້ກ່ຽວ ຈະຖືກຫັກອອກ ຈາກການຕັດສິນ ໂທດໃນມື້ນີ້.

ອະດີດຜູ້ບັນຊາການທະຫານບ້ານ ອາຍຸ 36 ປີຄົນນີ້ ໄດ້ຮ້ອງຮຽນຕໍ່ສານໂດຍ ເວົ້າວ່າ ທ່ານ ບໍ່ໄດ້ເປັນຜູ້ຄວບຄຸມ ພວກນັກລົບເຫຼົ່ານີ້ໂດຍກົງ. ພວກທະນາຍຄວາມຂອງທ່ານໄດ້ຂໍອຸທອນ ຕໍ່ຄຳຕັດສິນດັ່ງກ່າວ.

ທ່ານ Katanga ຊຶ່ງມີຊື່ຫລິ້ນວ່າ Samba ນັ້ນ ເປັນພຽງບຸກຄົນທີສອງເທົ່ານັ້ນ ທີ່ໄດ້ຖືກຕັດ ສິນໂທດໂດຍສານອາຍານາໆຊາດ ຊຶ່ງໄດ້ເລີ້ມດຳເນີນຄະດີນີ້ ໃນປີ 2002.
XS
SM
MD
LG