ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອ​ຍະ​ການ​​ສານ​ອາ​ຍາ​ສາ​ກົນ ກ່າວ​ວ່າ ອິ​ສ​ຣາ​ແອ​ລ​ຕ້ອງ​ເຄົາ​ລົບ​ ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ


ໄອຍະການສານອາຍາສາກົນ ທ່ານ ຄາຣິມ ຄານ ປະກົດໃນພາບໜ້າຈໍ ຈາກວີດີໂອທີ່ເຜີຍແຜ່ໃນບັນຊີຂອງທ່ານ ໃນ ສື່ສັງຄົມ X ທີ່ຮູ້ຈັກກັນໃນເມື່ອກ່ອນ ໃນຊື່ ທວິທເຕີ ວັນທີ 3 ທັນວາ 2023. (@KarimKhanQC)
ໄອຍະການສານອາຍາສາກົນ ທ່ານ ຄາຣິມ ຄານ ປະກົດໃນພາບໜ້າຈໍ ຈາກວີດີໂອທີ່ເຜີຍແຜ່ໃນບັນຊີຂອງທ່ານ ໃນ ສື່ສັງຄົມ X ທີ່ຮູ້ຈັກກັນໃນເມື່ອກ່ອນ ໃນຊື່ ທວິທເຕີ ວັນທີ 3 ທັນວາ 2023. (@KarimKhanQC)

ໄອຍະການຂອງສານອາຍາສາກົນ ຫຼື (ICC) ໃນວັນອາທິດວານນີ້ ໄດ້ຮຽກ ຮ້ອງໃຫ້ອິສຣາແອລ ເຄົາລົບກົດລະບຽບຂອງສົງຄາມສາກົນ ແລະກ່າວວ່າ ຕົນກຳລັງເລັ່ງການສືບສວນ ກ່ຽວກັບການ​ກໍ່ຄວາມຮຸນແຮງຂອງພວກຕັ້ງຖິ່ນຖານອິສຣາແອລ ຕໍ່ຊາວປາແລສໄຕນ໌ ໃນເຂດ West Bank ທີ່ຖືກຍຶດຄອງຢູ່ນັ້ນ, ອີງຕາມອົງການຂ່າວຣອຍເຕີສ໌.

"ໃນ ເຂດກາຊາ, ບໍ່ມີເຫດຜົນສໍາລັບແພດຫມໍທີ່ຈະດໍາເນີນການຜ່າຕັດໂດຍບໍ່ມີແສງສະຫວ່າງ, ເພື່ອຜ່າຕັດເດັກນ້ອຍໂດຍບໍ່ມີການໃຊ້ຢາສະລົບ. ລອງຈິນຕະນາການເຖິງຄວາມເຈັບປວດ," ໄອຍະການຂອງ ICC ທ່ານຄາຣິມ ຄານ (Karim Khan) ກ່າວໃນຂໍ້ຄວາມວິດີໂອ ທີ່ນຳ​ອອກເຜີຍແຜ່ທາງອອນໄລນ໌ ຫຼັງຈາກການຢ້ຽມຢາມອິສຣາແອລ ແລະ ອຳນາດ​ການ​ປົກຄອງ​ປາ​ແລັ​ສ​ໄຕ​ນ໌ ​ໃນ​ເຂດ West Bank ເປັນເວລາ 4 ມື້.

"ຂ້າ​ພະ​ເຈົ້າ​ເປັນ​ທີ່​ຈະ​ແຈ້ງວ່າ ​ນີ້​ແມ່ນ​ເວ​ລາ​ທີ່​ຈະຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ຫມາຍ​. ຖ້າ​ຫາກ​ວ່າ​ອິດສ​ຣາ​ແອລ ​ບໍ່​ປະ​ຕິ​ບັດ​ຕາມໃນຕອນນີ້​, ພວກ​ເຂົາ​ເຈົ້າ​ບໍ່​ຄວນ​ ຟ້ອງຮ້ອງ​ໃນ​ພາຍ​ຫຼັງ​,​" ທ່ານຄານ ກ່າວ​.

ອິສຣາແອລໄດ້ປະຕິຍານວ່າ ຈະທຳລາຍລ້າງກຸ່ມ ຮາມາສ ແລະກ່າວວ່າເປົ້າໝາຍຂອງຕົນຢູ່ໃນເຂດ ກາຊາ ແມ່ນເພື່ອທຳລາຍເປົ້າໝາຍທີ່ກ່ຽວຂ້ອງກັບກຸ່ມດັ່ງກ່າວ ໃນຂະນະດຽວກັນກໍຮຽກຮ້ອງໃຫ້ພົນລະເຮືອນຍ້າຍອອກຈາກພື້ນທີ່ເ​ຫລົ່ານັ້ນ. ຂະ​ນະ​ດຽວ​ກັນ, ກຸ່ມ ຮາມາສ ທີ່​ໜູນ​ຫຼັງ​ໂດຍ​ອີ​ຣ່ານ ກໍ​ສາ​ບານວ່າຈະ​ທຳລາຍລ້າງ​ອິ​ສ​ຣາ​ແອລ.

ທ່ານ ຄານ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ ຮາມາສ ທີ່ສະຫະລັດກຳນົດໃຫ້​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ ​ໃຫ້​ເຄົາລົບ​ກົດ​ລະບຽບ​ຂອງ​ສົງຄາມ ​ແລະ​ບໍ່​ໃຫ້​ໃຊ້​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ ທີ່ຖືກນຳ​ເຂົ້າ​ໄປ​ໃນ​ເຂດ ກາຊາ ທີ່​ຖືກ​ປິດ​ລ້ອມ ໃນທາງທີ່ບໍ່ຖືກຕ້ອງ.

"ພົນລະເຮືອນຕ້ອງສາມາດເຂົ້າເຖິງອາຫານ, ນໍ້າ ແລະການສະໜອງດ້ານການແພດທີ່ຈໍາເປັນຢ່າງຍິ່ງ, ໂດຍບໍ່ມີການຊັກຊ້າອີກຕໍ່ໄປ, ແລະເປັນໄປຢ່າງທັນເວລາ ແລະ ໃນວົງກວ້າງ."

ໄອຍະການຂອງ ICC ກ່າວວ່າ ຄວາມໂຫດຮ້າຍ ທີ່ກຸ່ມ ຮາມາສ ໄດ້ກະທຳ ໃນວັນທີ 7 ຕຸລາ ແມ່ນ “ອາດຊະຍາກຳສາກົນທີ່ຮ້າຍແຮງທີ່ສຸດທີ່ສ້າງຄວາມຕື່ນຕົກໃຈໃຫ້ແກ່ຈິດສຳນຶກຂອງມະນຸດ” ແລະກ່າວວ່າ ສານຂອງທ່ານພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ອິສຣາແອລ ໃນການສືບສວນ ແລະ ດຳເນີນຄະດີຕໍ່ຜູ້ຮັບຜິດຊອບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG