ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄອ​ຍະ​ການ​ສານ​ອາ​ຍາ​ສາ​ກົນ ​ກ່າວ​ວ່າ ແຜນ​ຍຸດ​ທະ​ສາດ​ຮອບ​ດ້ານ ແມ່ນມີ​ຄວາມ​ຈຳ​ເປັນ ເພື່ອ​ນຳ​ເອົາ​ອາ​ຊະ​ຍາ​ກອນ​ສົງ​ຄາມ ໃນ ຢູ​ເຄ​ຣນ ມາ​ລົງ​ໂທດ


ຄາບ​ເລືອດ​ຕິດ​ຢູ່​ລົດ​ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ການ​ລະ​ດົມ​ຍິງ​ໃນ​ເມືອງ ວິ​ນ​ນິດ​ເຊຍ, ຢູ​ເຄ​ຣນ, 14 ກໍ​ລະ​ກົດ, 2022.
ຄາບ​ເລືອດ​ຕິດ​ຢູ່​ລົດ​ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ການ​ລະ​ດົມ​ຍິງ​ໃນ​ເມືອງ ວິ​ນ​ນິດ​ເຊຍ, ຢູ​ເຄ​ຣນ, 14 ກໍ​ລະ​ກົດ, 2022.

ຫົວ​ໜ້າ​ໄອ​ຍະ​ການ​ສານ​ອາ​ຍາ​ສາ​ກົນ ທ່ານ ຄາ​ຣິມ ຄານ ໄດ້​ກ່າວ​ໃນ​ລະ​ຫວ່າງ​ການ​ເປີດກອງ​ປະ​ຊຸມ​ຄວາມ​ຮັບ​ຜິດ​ຊອ​ບ​ສຳ​ລັບ ຢູ​ເຄ​ຣນ ໃນ​ນະ​ຄອນ ເຮັກ ໂດຍ​ມີ​ປະ​ມານ 40 ປະ​ເທດ​ເຂົ້າ​ຮ່ວມ ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ “ຂໍ້​ເທັດ​ຈິງ​ກໍ​ແມ່ນ​ວ່າ, ໃນ​ຂະ​ນະ​ທີ່​ພວ​ກ​ເຮົາ​ເວົ້າ​ຢູ່ນີ້, ເດັກ​ນ້ອຍ, ແມ່​ຍິງ ແລະ ຜູ້​ຊາຍ, ທັງ​ໜຸ່ມ ແລະ ແກ່, ແມ່ນ​ກຳ​ລັງ​ອາ​ໄສ​ຢູ່​ໃນ​ຄວາມ​ຢ້ານ​ກົວ.”

ທ່ານ ຄານ​ ໄດ້​ກ່າວ​ວ່າ “ແຜນ​ຍຸດ​ທະ​ສາດ​ຮອບ​ດ້ານ​” ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ນຳ​ເອົາ​ພວກ​ທີ່​ມີ​ຄວາມ​ຜິດ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາ​ມ​ໃນ ຢູ​ເຄ​ຣນ ມາ​ລົງ​ໂທດ.

ຢູ​ເຄ​ຣນ ໄດ້​ມອບ​ອຳ​ນາດ​ໃຫ້​ສານ​ອາ​ຍາ​ສາ​ກົນ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ທີ່​ໄດ້​ເກີດ​ຂຶ້ນ​ພາຍ​ໃນ​ປະ​ເທດ​ດັ່ງ​ກ່າວ, ເພື່ອ​ເປີດ​ປະ​ຕູ​ໃຫ້​ການ​ສືບ​ສວນ​ສອບ​ສວນ​ຂອງສານ, ໃນ​ເມື່ອ​ຢູ​ເຄ​ຣນ ຫຼື ຣັດ​ເຊຍ ແມ່ນບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສານ​ອາ​ຍາ​ສາ​ກົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໄດ້​ຕົກ​ຖືກ​ໃຈ​ກາງ​ຂອງ​ເມືອງ ວິນ​ນິ​ດ​ເຊຍ ຂອງ​ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້, ເຮັດ​ໃຫ້​ຢ່າງ​ໜ້ອຍ 23 ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ອີກຫຼາຍກວ່າ 100 ຄົນ.

ຕຳຫຼວດ​ໄດ້​ກ່າວ​ວ່າ​ລູກ​ສອນ​ໄຟ​ສາມ​ລູກ​ໄດ້​ຕົກ​ຖືກ​ຕຶກ​ຫ້ອງ​ການ ​ໃນ​ໃຈ​ກາງ​ເມືອງ​ນັ້ນ, ທີ່​ຕັ້ງ​ຢູ່​ປະ​ມານ 270 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ກີ​ຢິບ. ການ​ໂຈມ​ຕີ​ຕ່າງໆ, ທີ່​ມາ​ຈາກ​ເຮືອ​ດຳ​ນ້ຳ​ ຣັດ​ເຊຍ ໃນ​ທະ​ເລ​ດຳ, ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກ​ທີ່​ຢູ່​ອາ​ໄສຫຼາຍ​ແຫ່ງ​ໃນ​ເຂດ​ດັ່ງ​ກ່າວ ແລະ ໄດ້​ເຮັດ​ໃຫ້​ໄຟ​ໄໝ້​ລົດ 50 ຄັນ​ຢູ່​ໃນ​ບ່ອນ​ຈອດ​ລົດ​ທີ່​ຢູ່​ໃກ້​ຄຽງ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ຂອງ​ສານ​ອາ​ຍາ​ສາ​ກົນ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ວ່າ “ນີ້​ແມ່ນ​ການ​ກະ​ທຳ ກ່ຽວ​ກັບ ການ​ກໍ່​ການ​ຮ້າຍ​ຂອງ ຣັດ​ເຊຍ.”

ຜູ້​ປົກ​ຄອງ​ພາກ​ພື້ນ ວິນ​ນິດ​ເຊຍ ທ່ານ ເຊີ​ຮີ ບໍ​ຊອ​ຟ ໄດ້​ກ່າວ​ວ່າ ລະ​ບົບ​ປ້ອງ​ກັນ​ອາ​ກາດ ຢູ​ເຄ​ຣນ ໄດ້​ຍິງ​ລູກ​ສອນ​ໄຟ​ອີກ​ສີ່​ລູກ​ຕົກ​ໃນ​ທະ​ເລ​ດັ່​ງ​ກ່າວ.

ດ້ວຍ​ປະ​ຊາ​ກອນ​ປະ​ມານ 370,000 ຄົນ, ວິນ​ນິ​ດ​ເຊຍ ແມ່ນ​ນຶ່ງ​ໃນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຢູ​ເຄ​ຣນ. ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ບ່ອນ​ທີ່ ຣັດ​ເຊຍ ໄດ້​ເພັ່ງ​ເລັງ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ນັ້ນ, ໄດ້ຫຼົບ​ໜີ​ອອກ​ຈາກ​ທີ່​ນັ້ນ​ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ສົງ​ຄາມ​ໃນ​ທ້າຍ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ຜູ້​ເສຍ​ຊີ​ວິດ​ລວມ​ມີ​ເດັກ​ນ້ອຍ​ຄົນ​ນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG