ຫົວໜ້າໄອຍະການຂອງສານອາຍາສາກົນ ຫລື ICC ຢູ່ນະຄອນເຮກ ປະກາດ ໃນ
ວັນອັງຄານວານນີ້ວ່າ ທ່ານນາງຈະດໍາເນີນການສືບສວນ ຕໍ່ການກ່າວຫາທີ່ວ່າ ມີ
ການເນລະເທດແບບບັງຄັບ ໃຫ້ຊາວມຸສລິມໂຣຮິງຢາຫຼາຍແສນຄົນອອກຈາກປະ
ເທດໄປຢູ່ໃນບັງກລາແດັສນັ້ນ.
ທ່ານນາງຟາຕູ ເບັນຊູດາ (Fatou Bensouda) ກ່າວຢູ່ໃນຖະແຫລງການສະບັບນຶ່ງ
ວ່າ "ການກວດກາຂັ້ນຕົ້ນ ອາດຈະຕ້ອງໄດ້ມີການກວດເບິ່ງ ການກະທໍາ ທີ່ເປັນການ
ບັງຄັບ ທີ່ຢູ່ໃນການກ່າວຫາ ທີ່ພາໃຫ້ມີການຫລົບໜີຂອງຊາວໂຣຮິງ ຢາຊຶ່ງລວມ
ທັງການບໍ່ໃຫ້ມີສິດພື້ນຖານ, ການເຂັ່ນຂ້າ, ການໃຊ້ຄວາມຮຸນແຮງທາງເພດ, ການ
ຫາຍສາບສູນແບບຖືກບັງຄັບ, ການທໍາລາຍລ້າງຜານ ແລະ ການປຸ້ນສະດົມ.”
ທະຫານຂອງມຽນມາທີ່ຖືສາສະໜາພຸດ ໄດ້ຖືກກ່າວຫາວ່າ ທໍາການປຸກລະດົມ ໃຫ້
ດັບສູນເຊື້ອຊາດຊາວໂຣຮິງຢາ ທີ່ເປັນຊົນຊາດສ່ວນນ້ອຍນັ້ນ ດ້ວຍການຈູດເຜົາ
ບ້ານເຮືອນ, ແລະທໍາການຂົ່ມຂືນ, ທໍລະມານ ແລະຄາດຕະກໍາຕໍ່ເຂົາເຈົ້າ.
ຄາດຄະເນວ່າ ມີຊາວໂຣຮິງຢາ ຫລາຍກວ່າ 700,000 ຄົນພາກັນຫຼົບໜີອອກຈາກ
ປະເທດໄປຢູ່ບັງກລາແດັສທີ່ເປັນປະເທດເພື່ອບ້ານນັ້ນ ນັບແຕ່ເດືອນສິງຫາປີກາຍນີ້.
ເຖິງແມ່ນວ່າ ມຽນມາຈະບໍ່ແມ່ນສະມາຊິກຂອງ ICC ກໍຕາມ ສານດ່ັງກ່າວກໍມີອໍານາດ
ທາງຕຸລາການທີ່ຈະດໍາເນີນຄະດີຕໍ່ປະເທດນັ້ນໄດ້ເພາະວ່າການກໍ່ອາຊະຍາກໍາດັ່ງກ່າວ ມີສ່ວນກ່ຽວພັນກັບບັງກລາແດັສ ທີ່ເປັນສະມາຊິກຂອງສານ ນັ້ນ, ອີງຕາມຄຳເວົ້າ
ຂອງທ່ານນາງເບັນຊູດາ.
ສານ ICC ຊຶ່ງແມ່ນສານສາກົນ ໄດ້ຍື່ນມືເຂົ້າໄປໃນເມື່ອບັນດາເຈົ້າໜ້າທີ່ຂອງປະເທດ
ດັ່ງກ່າວ ບໍ່ຍິນດີທີ່ຈະດໍາເນີນຄະດີການກໍ່ຊະຍາກໍາທີ່ຖືກກ່າວຫານັ້ນ.