ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນາໆຊາດ ອອກໝາຍຈັບ ຜູ້ນຳ ທະຫານບ້ານ ເຜົ່າຮູຕູ


ເຄື່ອງໝາຍສານອາຍານາໆຊາດ
ເຄື່ອງໝາຍສານອາຍານາໆຊາດ

ສານ​ອາຍານາໆ​ຊາດ ​ໄດ້ອອກ​ໝາຍ​ຈັບ ຜູ້​ນຳ​ທະຫານ​ບ້ານ​ເຜົ່າ​ຮູ​ຕູ ​ໃນຣວັນ​ດາ ທີ່​ຖື​ກກ່າວ
​ຫາ​ວ່າ ​ໄດ້​ກໍ່​ອາ​ຊະ​ຍາ​ກໍາ​ສົງຄາ​ມໃນສາທາລະນະ​ລັດປະຊາທິປະ​ໄຕຄອງ​ໂກ.

​ໃນ​ວັນ​ສຸກວານ​ນີ້ ສານ​ອາຍາ​ນາໆ​ຊາດກ່າວ​ວ່າ ຕົນ​ຕ້ອງການ​ໂຕນາຍ Sylvestre Muda-
cumura ໃນ​ຄວາມ​ຜິດກໍ​ໂທດ​ກຳ​ຕ້ານ​ມະນຸດຊາດ 5 ກະທົງແລະຄວາມ​ຜິດ​ໃນ​ການ​ກໍ່​ອາຊະ
​ຍາ​ກໍາ​ສົງຄາມ ອີກ 9 ກະທົງຮວມ​ທັງ​ການ​ຄາດ​ຕະກໍາ ຂົ່ມຂືນສຳ​ເລົາແລະ​ກາ​ນຕັດທໍາຮ້າຍ
​ຮ່າງກາຍ.

ນາຍ Mudacumura ​ເປັນ​ຜູ້​ບັນຊາ​ການ​ທະຫານ ຂອງ​ກຸ່ມກໍາລັງ​ປະຊາທິປະໄຕ ເພື່ອ​ປົດ​
ປ່ອຍຣວັນ​ດາ ຊຶ່ງ​ຮູ້​ກັນ​ໂດຍ​ຊື່​ຫຍໍ້​ວ່າ FDLR. ສານ​ອາຍາ​ນາໆ​ຊາດກ່າວ​ວ່າ ພວກ​ກະບົດ​
ກຸ່ມ​ນີ້​ມີ​ຖານປະ​ຕິດ​ບັດ​ງານ​ຕັ້ງຢູ່​ໃນພາກ​ຕາ​ເວັນ​ອອກຂອງສາທາ​ລະນະ​ລັດປະຊາທິປະ​ໄຕ​
ຄອງ​ໂກໄດ້​ທໍາ​ການ​ໂ​ຈມຕີ​ພົນລະ​ເຮືອນ​ສອງຄັ້ງໃນ​ປີ 2009 ​ແລະ 2010.

ກຳລັງ​ທະຫານ​ບ້ານ FDLR ​ໄດ້​ຕັ້ງ​ຂື້ນ​ມາ​ໂດ​ຍ​ເຜົ່າຮູ​ຕູ ທີ່​ໄດ້​ປະກອບສ່ວນເຂົ້າ ຮ່ວມ​ໃນ
ການຂ້າ​ລ້າງ​ເຊື້ອຊາດ​ເຜົ່າພັນ​ເຜົ່າ Tutsis ຢູ່ຣວັນ​ດາ​ໃນ​ປີ 1994 ​ແລະ​ໄດ້ຫຼົບໜີ​ເຂົ້າ​ໄປ​ຢູ່
Congo ຫລັງ​ຈາກ​ການ​ຂ້າ​ລ້າງ​ໄດ້​ຢຸດ​ລົງ.

​ໃນ​ວັນ​ສຸກວານ​ນີ້ ສານຍັງ​ໄດ້​ອອກ​ໝາຍ​ຈັບ​ອັນ​ທີ​ສອງ ຕໍ່ຜູ້ບັນຊາ​ການທະຫານບ້ານຊາວ​
ຄ​ອງ​ໂກ ອີກຄົນ​ນຶ່ງ. ສານ​ກ່າວ​ວ່າ ຕົນໄດ້​ເພີ້ມຂໍ້ຫາຕໍ່​ນາຍ​ Bosko Ntaganda ທີ່ໄດ້ນໍາ
ພາກຸ່ມ​ທະຫານ​ບ້ານ CNDP ​ໃນ​ພາກ​ຕາ​ເວັນ​ອອກ ຂອງສາ​ທາ​ລະນະ​ລັດ​ ປະຊາທິປະ​ໄຕ​
ຄອງ​ໂກ.

XS
SM
MD
LG