ສານອາຍາສາກົນ ໄດ້ອອກຄຳສັ່ງ ໃຫ້ສະມາຊິກກຸ່ມຫົວຮຸນແຮງຈັດອິສລາມ ຈ່າຍເງິນ
3 ລ້ານ 2 ແສນ ໂດລາ ເພື່ອຊົດໃຊ້ຄ່າເສຍຫາຍ ໃນການທຳລາຍ ສາສະໜາສະຖານ
ທີ່ເກົ່າແກ່ຫຼາຍສັດຕະວັດ ຂອງອິສລາມ ຢູ່ໃນປະເທດມາລີ.
ທ້າວ Ahmad al-Faqi al-Mahdi ໄດ້ຖືກພົບເຫັນວ່າມີຄວາມຜິດ ໂດຍສານດັ່ງກ່າວ
ເມື່ອປີກາຍນີ້ ຍ້ອນເປັນຜູ້ກັບກັບນຳ ການທຳລາຍສາສະໜາສະຖານ 9 ແຫ່ງ ແລະ
ປະຕູຂອງວັດອິສລາມ ດ້ວຍຂວານ ແລະ ລົດດຸດຫຼາຍຄັນ ຢູ່ໃນເມືອງບູຮານ
Timbuktu ເວລາ ພວກຫົວຮຸນແຮງຈັດ ໄດ້ເຂົ້າຍຶດເອົາເມືອງດັ່ງກ່າວເປັນເວລາສັ້ນໆ
ຢູ່ທາງພາກເໜືອຂອງປະເທດມາລີ ໃນປີ 2012.
ໃນການຕັດສິນທີ່ສຳຄັນນັ້ນ ສານດັ່ງກ່າວ ໄດ້ຖືເອົາການທຳລາຍສະສະໜາສະຖານ
ຕ່າງໆ ເປັນອາຊະຍາກຳສົງຄາມ ໃນເວລາສານ ໄດ້ຕັດສິນລົງໂທດ ທ້າວ Al-Mahdi
ໃຫ້ຈຳຄຸກເປັນເວລາ 9 ປີ. ລາວໄດ້ປະເຊີນກັບ ໂທດຈຳຄຸກດົນເຖິງ 30 ປີ ແຕ່ສານ
ໄດ້ພິຈາລະນາ ການຍອມຮັບສາລະພາບຜິດ ແລະ ການ ສະແດງອອກເຖິງຄວາມ
ໂສກເສົ້າເສຍໃຈຂອງລາວ.
ສາສະໜາສະຖານເຫຼົ່ານີ້ ແມ່ນມີອາຍຸຢ້ອນຄືນໄປເຖິງສັດຕະວັດທີ 14 ແລະຖືກຈັດ
ຢູ່ໃນບັນຊີລາຍຊື່ ສະຖານທີ່ມໍລະດົກໂລກຂອງອົງການຢູແນັສໂກ ຊຶ່ງເປັນອົງການ
ວັດທະນະທຳ ຂອງສະຫະປະຊາຊາດ. ອົງການດັ່ງກ່າວ ຕັ້ງແຕ່ນັ້ນມາກໍໄດ້ເລີ້ມ ປະຕິ
ສັງຂອນສາສະໜາສະຖານເຫຼົ່ານີ້ແລ້ວ.