ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ານອາ​ຍາ​ສາ​ກົນ ຕັດ​ສິນວ່າ ທ້າວ ເອັນ​ຕາ​ການ​ດາ ມີ​ຄວາມ​ຜິດ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ສົງ​ຄາມ


ທ້າວ ບອ​ສ​ໂກ ເອັນ​ຕາ​ການ​ດາ ທີ່​ຖືກ​ຕັດ​ສິນວ່າ ​ມີ​ຄວາມ​ຜິດ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ສົງ​ຄາມ ຢຸດ​ໃຫ້​ຖ່າຍ​ຮູບ ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັບ​ອົງ​ການ​ຂ່າວ ຣອຍ​ເຕີ, ເມືອງ ໂກ​ມາ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ.
ທ້າວ ບອ​ສ​ໂກ ເອັນ​ຕາ​ການ​ດາ ທີ່​ຖືກ​ຕັດ​ສິນວ່າ ​ມີ​ຄວາມ​ຜິດ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ສົງ​ຄາມ ຢຸດ​ໃຫ້​ຖ່າຍ​ຮູບ ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັບ​ອົງ​ການ​ຂ່າວ ຣອຍ​ເຕີ, ເມືອງ ໂກ​ມາ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ.

ສານ​ອາ​ຍາ​ສາ​ກົນ ຫຼື ICC ໄດ້​ພົບ​ວ່າ​ອະ​ດີດຜູ້​ນຳ​ກຸ່ມ​ກະ​ບົດ ຄອງ​ໂກ ທ້າວ ບອ​ສ​ໂກ
ເອັນຕາການດາ ມີຄວາມຜິດໃນທັງໝົດຂໍ້ກ່າວຫາ 18 ກະທົງ ກ່ຽວກັບ ອາຊະຍາກຳ
ສົງຄາມ ແລະ ອາຊະຍາກຳຕໍ່ມວນມະນຸດ.

ທ້າວ ເອັນ​ຕາ​ການ​ດາ ໄດ້​ປະ​ຕິ​ເສດ​ການ​ເປັນ​ນັກ​ຂ້າ ແລະ ອາ​ຊະ​ຍາ​ກອນ​ສົງ​ຄາມ ໃນ​
ເວລາທີ່ລາວເວົ້າໃນການດຳເນີນຄະດີຂອງລາວຢູ່ນະຄອນ ເຮັກ ເມື່ອວັນພະຫັດທີ່
ຜ່ານມາ.

ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ບັນ​ດາ​ຜູ້​ພິ​ພາກ​ສາ ​ສານ​ອາ​ຍາ​ສາ​ກົນ​ນັ້ນ, ທ້າວ ເອັ​ນ​ຕາ​ການ​ດາ
ໄດ້ຍອມຮັບການຖືກອະທິບາຍວ່າເປັນ “ນັກສັງຫານ” ແຕ່ໄດ້ກ່າວວ່າ “ນັ້ນບໍ່ແມ່ນຂ້າ
ພະເຈົ້າ.”

ທ້າວ ເອັນ​ຕາ​ການ​ດາ ໄດ້​ຢືນ​ຢັດ​ວ່າ​ລາວ​ເປັນ​ທະ​ຫານ, ບໍ່​ແມ່ນ​ອາ​ຊະ​ຍາ​ກອນ. ລາວ​
ໄດ້ເວົ້າວ່າ “ຂ້າພະເຈົ້າບໍ່ເຄີຍໂຈມຕີພົນລະເຮືອນ.. ຂ້າພະເຈົ້າໄດ້ປົກປ້ອງເຂົາເຈົ້າ
ມາຕະຫຼອດ.”

ຄຳ​ເຫັນ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກົງ​ກັນ​ຂ້າມ ​ກັບ​ການ​ວາດ​ພາບ​ໂດຍ​ບັນ​ດາ
ໄອຍະການ ICC, ຜູ້ທີ່ເວົ້າວ່າ ທ້າວ ເອັນຕາການດາ ໄດ້ບັນຊາກຸ່ມກະບົດ, ເຊິ່ງແມ່ນ
ສະຫະພັນຄົນຮັກຊາດ ຄອງໂກ, ທີ່ໄດ້ສັງຫານ, ຂົ່ມຂືນ, ແລະ ເອົາປຽບປະຊາຊົນ
ໃນແຂວງ ອິຕູຣີ ທາງພາກຕາເວັນອອກຂອງປະເທດ ຄອງໂກ ໃນປີ 2002 ແລະ
2003.

ທະ​ນາຍ​ຄວາມ​ຄົນ​ນຶ່ງ​ສຳ​ລັບ​ຜູ້​ເຄາະ​ຮ້າຍ​ທັງຫຼາຍ ໄດ້​ກ່າວ​ຕໍ່​ສານ​ວ່າ ພວກ​ເດັກ​ຍິງ
ເຊິ່ງມີອາຍຸນ້ອຍເຖິງ 12 ປີ ໄດ້ຖືກບັງຄັບໃຫ້ຮັບໃຊ້ໃນອັນທີ່ເອີ້ນວ່າ ເມຍ ໃຫ້ກັບ
ພວກຜູ້ບັນຊາການອາວຸໂສຂອງກຸ່ມກະບົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG