ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອາຍາ ນາໆຊາດ ເລີ້ມ​​ດຳ​ເນີນ​ຄະດີ ຮອງ​ ປ. ​ເຄນຢາ (ວີດີໂອ)


ສານອາຍາ​ນາໆ​ຊາດ ​​ເລີ້ມ​ດຳ​ເນີນ​ຄະດີ ຮອງ​ປະທານາທິບໍດີ​ເຄນຢາ ທ່ານ William Ruto ​ໃນ​ຂໍ້​ຫາ​ກໍ່​ໂທດ​ກຳ​ຕ້ານ​ມະ​ນຸດ​ຊາດ.
ສານອາຍາ​ນາໆ​ຊາດ ​​ເລີ້ມ​ດຳ​ເນີນ​ຄະດີ ຮອງ​ປະທານາທິບໍດີ​ເຄນຢາ ທ່ານ William Ruto ​ໃນ​ຂໍ້​ຫາ​ກໍ່​ໂທດ​ກຳ​ຕ້ານ​ມະ​ນຸດ​ຊາດ.
ສານອາຍາ​ນາໆ​ຊາດ ເລີ້ມ​ດຳ​ເນີນ​ຄະດີ ຮອງ​ປະທານາທິບໍດີ​
ເຄນຢາ ທ່ານ William Ruto ​ໃນ​ຂໍ້​ຫາ​ກໍ່​ໂທດ​ກຳ​ຕ້ານ​ມະ​ນຸດ​
ຊາດ.

ທ່ານ Ruto ​ໄດ້ໄປປະກົດ​ໂຕ​ຢູ່​ສານທີ່​ກຸງ Hague ​ໃນ​ວັນ​ອັງ
ຄານ​ມື້ ​ນີ້ເພື່ອເລີ້ມການ​ດຳ​ເນີນ​ຄະດີ ທີ່​ມີກໍານົດ​ຈະ​ສີ້​ນສຸດ​ລົງ​
ໃນ​ເດືອນ​ພະຈິກ.

ທ່ານໄດ້​ຖືກ​ກ່າວ​ຫາ​ວ່າ​ ​ເປັນ​ຜູ້​ຊ່ວຍ​ຈັດ​ແຈງ​ການ​ກໍ່​ຄວາມ​ຮຸນ​ແຮງ ລຸນ ຫລັງ​ການ​ເລືອກ​ຕັ້ງໃນ​ປີ 2007 ​ແລະ 2008 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 1,000 ຄົນ ​ແລະ​ຂັບ​ໄລ່​ຫຼາຍ​ກວ່າອີກ​ 5 ​ແສນຄົນ​ອອກ​ຈາກ​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ.

ຮອງ​ປະທານາທິບໍດີ​ເຄນ​ຢາ ກໍ​າລັງ​ຖືກ​ດຳ​ເ​ນີນຄະດີ​ ພ້ອມໆ​ກັນ​ກັບ​ຜູ້​ບໍລິຫານສະຖານີ​ວິທະຍຸ ທ່ານ Joshua Arap Song ຊຶ່ງ​ພວກ​ທ່ານ ທັງ​ສອງ ຕ່າງ​ກໍກ່າວ​ວ່າ ​ເຂົາ​ເຈົ້າບໍ່​ມີ​ຄວາມ​ຜິດ.

ບັນດາ​ໄອ​ຍະ​ການມີ​ກຳນົດທີ່​ຈະ​ຮ້ອງພິຍານມາ​ໃຫ້ການ 40 ຄົນ​ໃນ​ລະ ຫວ່າງ​ການ​ດຳ​ເນີນ​ຄະດີ ​ໂດຍທີ່​ພິຍານ​ຈໍານວນ​ນຶ່ງຈະ​ມາ​ໃຫ້ການ​ແບບ ບໍ່ເປີດ​ເຜີ​ຍຊື່ ​ເພາະ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ.

ການ​ດຳ​ເນີນ​ຄະດີ​ທີ່​ວ່າ​ນີ້ ປະກອບ​ດ້ວຍຜູ້​ພິພາກສາ​ສາມ​ຄົນ ​ທີ່​ມາຈາກ ​ໄນ​ຈີ​ເຣຍ ​ສາ
ທາລະນະລັດໂດ​ມີ​ນີກັນ ​ແລະ​ສາທາລະນະ​ລັດ​ເຊັກ.

ປະທານາທິບໍດີ​ເຄນ​ຢາ ທ່ານ Uhuru Kenyatta ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າຍຸ​ແຍ່ໃຫ້​ເກີ​ດ​ຄວາມ​ຮຸນ​ແຮງລຸນຫລັງການ​ເລືອກ​ຕັ້ງ​ເຊັ່ນດຽວ​ກັນນັ້ນ ມີ​ກຳນົດ​ທີ່​ຈະ​ໄປ​ປະກົດ​ໂຕ​ຢູ່​ສານໃນ​ວັນ​ທີ 12 ພະຈິກ​ຈະ​ມາ​ເຖິງ​ນີ້.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ສະພາ​ເຄນ​ຢາ​ໄດ້​ຮັບຜ່ານ​ມະຕິ​ສະບັບ​ນຶ່ງຮຽກ ຮ້ອງ​ໃຫ້ເຄນ​ຢາຖອນ​ໂຕ​ອອກ​ຈາກສານອາຍາ​ນາໆ​ຊາດ. ສານດັ່ງກ່າວເວົ້າວ່າ ການ​ດຳ​ເນີນຄະດີ​ຍັງ​ຈະ​ດໍາ​ເນີນ​ຕໍ່​ໄປ ​ເຖິງ​ແມ່ນ​ວ່າເຄນ​ຢາໄດ້​ ຖອນ​ໂຕ​ອອກ​ ຊຶ່ງອາດ​ຈະ​ໃຊ້​ເວລາ​ຢູ່​ປະມານນຶ່ງ​ປີ ຈຶ່ງ​ຈະເປັນ​ທີ່​ຮຽບ ຮ້ອຍຢ່າງ​ເປັນ​ທາງ​ການ.

ICC
please wait
Embed
ICC

No media source currently available

0:00 0:00:56 0:00
XS
SM
MD
LG