ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຍາສາກົນ ຈັບທ້າວຊາອີດ ຜູ້ຕ້ອງສົງໄສ ໃນການກໍ່ອາຊະຍາກຳສົງຄາມ ຢູ່ສາທາລະນະລັດ ອາຟຣິກາກາງ


ພວກທະຫານບ້ານມຸສລິມເຊເລກາ ຂີິ່ລົດຜ່ານນະຄອນຫຼວງບັງກີ ໃນສາທາລະນະລັດອາຟຣິກາກາງ.
ພວກທະຫານບ້ານມຸສລິມເຊເລກາ ຂີິ່ລົດຜ່ານນະຄອນຫຼວງບັງກີ ໃນສາທາລະນະລັດອາຟຣິກາກາງ.

ສານອາຍາສາກົນ ຫຼື ICC ໃນວັນອາທິດວານນີ້ກ່າວວ່າ ຕົນໄດ້ຄວບຄຸມໂຕອະດີດຜູ້ບັນ
ຊາການທະຫານ ຂອງກຸ່ມເຊເລກາ (Seleka) ໃນສາທາລະນະອາຟຣິກາກາງ ຊຶ່ງເປັນ
ຜູ້ຕ້ອງສົງໄສໃນການກໍ່ອາຊະຍາກຳສົງຄາມແລະກໍ່ອາຊະຍາກຳຕ້ານມະນຸດຊາດ.

ຢູ່ໃນຖະແຫຼງການ ສານອາຍາສາກົນກ່າວວ່າ ທ້າວມາຮາມັດ ຊາອີດ ອັບແດລ ການີ
(Mahamat Said Abdel Kani) ໄດ້ມອບໂຕຕໍ່ສານໃນວັນອາທິດ ແລະໄດ້ຖືກຈັບ
ຕາມໝາຍຈັບທີ່ອອກໃນວັນທີ 7 ມັງກອນ 2019 ທີ່ພົວພັນກັບການ ກ່າວຫາຈາກປີ
2013. ວັນເວລາໃນການໄປປາກົດໂຕຂອງລາວຢູ່ທີ່ສານໃນນະ ຄອນເຮກ (Hague)
ຍັງບໍ່ທັນກຳນົດເທື່ອ.

ການຈັບກຸມນີ້ ມີຂຶ້ນໃນຂະນະທີ່ມີການປະກາດພາວະສຸກເສີນຢູ່ໃນສາທາລະນະລັດ
ອາຟຣິກາກາງ ພ້ອມດ້ວຍການສູ້ລົບລະຫວ່າງທະຫານຂອງປະເທດດັ່ງກ່າວ ທີ່ໜູນຫຼັງ
ໂດຍສະຫະປະຊາຊາດ ຣັດເຊຍ ແລະກຳລັງທະຫານຣວັນດາ ແລະ ພວກກະບົດ ທີ່ຊອກ
ຫາທາງຕ່າວປີ້ນການລົງຄະແນນສຽງ ເມື່ອວັນທີ 27 ທັນ ວາຜ່ານມາ ຊຶ່ງປະທານາມິບໍດີ
ຟອສຕິນ-ອາກຊັງ ຕົວເດີຣາ (Faustin-Ar-change touadera) ໄດຖືກປະກາດໃຫ້
ເປັນຜູ້ຊະນະ.

ຜູ້ພິພາກສາຂອງສານທ່ານນຶ່ງກ່າວວ່າ ມີເຫດຜົນທີ່ເປັນພື້ນຖານທີ່ພາໃຫ້ເຊື່ອວ່າ ທ້າວຊາອີດ ອາຍຸ 50 ປີ ໄດ້ເປັນຜູ້ຮັບຜິດຊອບຕໍ່ອາຊະຍາກຳຕ່າງໆ ຮວມທັງ ການທໍລະມານ
ການປະຫັດປະຫານ ການບັງຄັບໃຫ້ຫາຍສາບສູນ ແລະການປະພຶດທີ່ບໍ່ມີມະນຸດສະທຳອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG